ມ.ບໍ່ແຕນ ງົວ-ຄວາຍຕິດພຍາດ ຜິວໜັງອັກເສບ

ຈໍາປາທອງ
2021.07.17
ມ.ບໍ່ແຕນ ງົວ-ຄວາຍຕິດພຍາດ ຜິວໜັງອັກເສບ ງົວ ຕິດເຊື້ອພຍາດ ຜິວໜັງອັກເສບ ຢູ່ 22 ບ້ານ ໃນເມືອງບໍ່ແຕນ ແຂວງ ໄຊຍະບູຣີ
ນັກຂ່າວພົລເມືອງ

ຢູ່ເມືອງບໍ່ແຕນ ແຂວງໄຊຍະບູຣີ ມີງົວ ແລະຄວາຍ ຕິດເຊື້ອພຍາດຜິວໜັງອັກເສບຕາຍ 1,809 ໂຕ. ໃນນັ້ນມີງົວ 1,807 ໂຕ ແລະ ຄວາຍ 2 ໂຕ ຢູ່ 22 ບ້ານ ຄິດເປັນມູນຄ່າເສັຍຫາຍ 316 ລ້ານປາຍກີບ.

ກ່ຽວກັບເຣື່ອງນີ້ ຊາວບ້ານໜອງປະຈິດ ເມືອງບໍ່ແຕນ ທ່ານນຶ່ງທີ່ຂໍສງວນຊື່ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 16 ກໍຣະກະດາ ນີ້ວ່າ ສະພາບການຣະບາດ ຂອງພຍາດດັ່ງກ່າວ ພາຍໃນບ້ານນີ້ ເຣີ່ມໄຄແດ່ແລ້ວ ນັບຕັ້ງແຕ່ມີງົວ ແລະຄວາຍ ຕິດພຍາດມາຕັ້ງແຕ່ເດືອນ ພຶສພາ ຊຶ່ງມາຮອດມື້ນີ້ ງົວຂອງຕົນ 10 ໂຕ ກໍຍັງຕິດເຊື້ອພຍາດນັ້ນຢູ່ ແລະໄດ້ປິ່ນປົວ ດ້ວຍຕົນເອງຕາມອາການສັດຮວມທັງດັງໄຟ ໄລ່ແມງໄມ້ ບໍ່ໃຫ້ຕອມຕຸ່ມ ທີ່ມີຢູ່ຕາມຕົນໂຕງົວ ເພື່ອປ້ອງກັນບໍ່ໃຫ້ເຊື້ອພຍາດແຜ່ລາມໄປໃສ່ໂຕອື່ນ ຕາມຄໍາແນະນໍາຂອງ ເຈົ້າໜ້າທີ່ ເມືອງ ດັ່ງທີ່ທ່ານກ່າວວ່າ:

“ບາງຕົວມັນໄຂ້ ມັນມີອາການຫຍັງ ເຮົາກໍສັກຢາແກ້ໄຂ້ໃຫ້ມັນ. ມີແຕ່ວ່າໝໍເຂົາແນະນໍາມາເວົ້າຕໍ່ໆກັນນີ້ແຫຼະ ວ່າໃຫ້ດັງໄຟດັງຫຍັງ ໃຫ້ມັນນີ້ນ່າ ຢ່າໃຫ້ແມງໄມ້ມາຕອມນ່າ.”

ຊາວບ້ານຢູ່ບ້ານໃຫຍ່ດອນເກືອ ເມືອງບໍ່ແຕນ ເວົ້າວ່າ ປັດຈຸບັນ ໃນຈໍານວນງົວຂອງຕົນທັງໝົດ 20 ປາຍໂຕ ຕິດເຊື້ອພຍາດແຕ່ 2 ຄູ່ແມ່ລູກ ແລະຕົນ ກໍໄດ້ປິ່ນປົວຕາມຄວາມຮູ້ ທີ່ໄດ້ສຶກສາມາຈາກ ສື່ສັງຄົມອອນລາຍ ດ້ວຍຕົນເອງ ແລະວ່າ ສະພາບການຣະບາດ ຂອງເຊື້ອພຍາດພາຍໃນບ້ານນີ້ ຖືວ່າໄດ້ຢຸດແລ້ວ ບໍ່ມີງົວໂຕໃໝ່ຕິດພຍາດຕື່ມ ຍ້ອນເຈົ້າຂອງງົວ ຢູ່ໃນບ້ານນີ້ ມີສວນລ້ຽງສັດ ຂອງ ໃຜລາວ, ດັ່ງ ທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

“ຖ້າໂຕໃດມັນແຂງແຮງແລ້ວມັນຈະບໍ່ເປັນ ແລ້ວໂຕໃດບໍ່ແຂງແຮງມັນເປັນ ຫຼັງຈາກອັນນັ້ນມັນເປັນແລ້ວ ກໍສີດຢາປົວຕຸ່ມນີ້ແຫຼະ ຢາຕ້ານເຊື້ອ ສີດໃສ່ບໍ່ຫລາຍ ສີດໃສ່ 2 ເຂັມເຊົ້າ ເຂັມແລງ ແລ້ວກໍສັງເກດເບິ່ງຕຸ່ມ ໃຫ້ມັນຢູ່ ຕຸ່ມມັນຈະບໍ່ຂຍາຍໂຕ ເຮົາກໍເຊົາ. ແຕ່ວ່າຊ່ວງນີ້ແທ້ຄືສິຢຸດແລ້ວ ມັນບໍ່ຣະບາດແລ້ວ ຄືຢູ່ເຂດລ້ຽງງົວ ຢູ່ແຖວເຮົາເຂົາເຂົ້າລ້ຽງງົວ ແລ້ວ ເຂົາເຈົ້າບໍ່ປ່ອຍເດ໋ ຄືມັນມີ ສວນໃຜສວນມັນ.”

ແລະຊາວບ້ານ ບ້ານນາຄອກ ເມືອງບໍ່ແຕນ ກໍເວົ້າວ່າ ງົວຂອງຕົນ ທີ່ຕິດພຍາດ 10 ປາຍໂຕນັ້ນ ຍັງປົວບໍ່ທັນເຊົາເທື່ອ, ຕົນຄິດວ່າ ພາຍໃນບ້ານນີ້ ຍັງບໍ່ສາມາດຄວບຄຸມ ການຣະບາດ ຂອງພຍາດນີ້ໄດ້ ເນື່ອງຈາກວ່າ ງົວຕິດພຍາດຍັງປົວບໍ່ເຊົາ ແລະວ່າ ຕັ້ງແຕ່ ເດືອນພຶສພາ ມາເຖິງປັດຈຸບັນ ງົວກໍຕາຍຍ້ອນພຍາດນີ້ຢູ່ເລື້ອຍໆ ເຖິງແມ່ນວ່າທີ່ຜ່ານມາ ຈະມີເຈົ້າໜ້າທີ່ ເມືອງມາສັກຢາປິ່ນປົວ ໃຫ້ຊາວບ້ານແລ້ວກໍຕາມ ດັ່ງທີ່ທ່ານກ່າວວ່າ:

“ໃຫ້ເຂົາເຈົ້າໄປປົວ ໃຫ້ເຂົາເຈົ້າໄປສັກໃຫ້ ຄັນວ່າຍັງຣະບາດຢູ່ ກໍຄິດວ່າທາງການຄວບຄຸມບໍ່ໄດ້ ກໍແມ່ນຫັ້ນແຫລະເນາະ ຕິດຈາກ ໂຕນີ້ໄປໃສ່ໂຕໃໝ່ ມັນຕິດຈາກຟາມນີ້ໄປຟາມໃໝ່ ຈາກສວນນີ້ໄປສວນໃໝ່.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ ເມືອງບໍ່ແຕນເວົ້າວ່າ ປັດຈຸ ບັນ ພາກສ່ວນທີ່ກ່ຽວຂ້ອງໄດ້ສັ່ງໃຫ້ທົ່ວ ເມືຶອງ ບໍ່ໃຫ້ເຄື່ອນຍ້າຍ ແລະ ບໍ່ໃຫ້ຂ້າສັດໃຫຍ່ ທີ່ມີອາການຕິດພຍາດ ໄປຈົນກວ່າສະພາບການ ຣະບາດຂອງພຍາດນີ້ ຈະດີຂຶ້ນ ຊຶ່ງ ຂນະນີ້ຍັງຣະບາດຢູ່ ແລະມີການປິ່ນປົວໄປນໍາ ດັ່ງທີ່ທ່ານກ່າວວ່າ:

“ມັນກໍຣະບາດຢູ່ ກໍປິ່ນປົວດີໄປນໍາ ກໍໄດ້ໃຫ້ຄວາມຮູ້ ແກ່ຜູ້ລ້ຽງສັດຫັ້ນແຫລະ ແລະກໍຝຶກອົບຮົມໃຫ້ເຂົາເຈົ້າ ເວົ້າເຣື່ອງແນະນໍາວິທີ ປິ່ນປົວຫັ້ນແຫລະ ປິ່ນປົວຕາມອາການ ວິຊາການເຮົາກໍໄປຄືກັນ. ບາງຄົນເຂົາເຈົ້າກໍສີດຢາປິ່ນປົວເອງ ເຂົາເຈົ້າມີຄວາມສາມາດ ເຂົາເຈົ້າກໍສີດປິ່ນປົວຜູ້ດຽວເລີຍ.”

ສ່ວນຢູ່ນະຄອນຫລວງວຽງຈັນ ສັດຕະວະແພດ ທີ່ຂາຍຢາປົວສັດ ເວົ້າວ່າ ພຍາດດັ່ງກ່າວ ມີຜົລກະທົບຮ້າຍແຮງຕໍ່ຜູ້ລ້ຽງງົວຫຼາຍ ຍ້ອນວ່າມັນເຮັດໃຫ້ພວກເຂົາເຈົ້າຂາຍງົວຫລຸບທຶນ ຍ້ອນງົວສຸຂພາບບໍ່ດີ ມີພຍາດ ແລະວ່າ ໄດ້ຂາຍຢາປົວງົວດີ ໃນແຕ່ລະມື້ມີ 500 ໃບສັ່ງຊື້ມາຈາກທົ່ວປະເທດ.

ພາກສ່ວນທີ່ກ່ຽວຂ້ອງ ໄດ້ປຸກຣະດົມໃຫ້ຊາວບ້ານກໍາຈັດແມງໄມ້, ແມງວັນດູດເລືອດ ທີ່ເປັນພາຫະນະນໍາເຊື້ອພຍາດໄປໃຫ້ສັດ ໂຕອື່ນຕິດ ເພື່ອບໍ່ໃຫ້ເຊື້ອພຍາດນັ້ນ ແຜ່ຣະບາດອອກໄປຕື່ມອີກ ດັ່ງທີ່ນາງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ກໍຣະກະດາ ນີ້ວ່າ:

“ຮ້າຍແຮງທີ່ຖືກຜົລກະທົບ ກໍຄືສັດເຮົາ ບາງຄອກ ກໍເຮັດໃຫ້ແບບວ່າ ນໍາສົ່ງຂາຍສັດ ມັນກໍຍາກ ແບບຜິວໜັງມັນອັກເສບເດ໋. ບາງຄອກ ມັນກໍມີອັກເສບ ແບບຕາຍໄປນໍາຫັ້ນນ່າ. ຫລັກໆກໍຄື ການກໍາຈັດແມງໄມ້ ແມງວັນດູດເລືອດ ເພາະວ່າແມງຈໍາພວກນີ້ ເປັນພາຫານະ.”

ນັບຕັ້ງແຕ່ເດືອນພຶສພາ ມານີ້ ກົມລ້ຽງສັດ ແລະການປະມົງ ກະຊວງກະສິກັມ ແລະປ່າໄມ້ ໄດ້ກວດພົບງົວ ແລະຄວາຍ 11,000 ປາຍໂຕ ເປັນພຍາດຜິວໜັງອັກເສບ ຢູ່ 7 ແຂວງ ໃນທົ່ວປະເທດລາວ. ໃນນັ້ນຮວມທັງ 3 ແຂວງຄື ແຂວງສວັນນະເຂດ, ຄໍາມ່ວນ ແລະ ນະຄອນຫລວງວຽງຈັນທີ່ມີງົວ ແລະຄວາຍຕິດເຊື້ອພຍາດນີ້ຫຼາຍ ແລະຢູ່ແຂວງບໍ່ແກ້ວ ກໍຕິດເຊັ່ນກັນ ອີງຕາມການຣາຍງານ ຂອງ ຍານາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້້ຽງສັດ ແລະ ການປະມົງ ກະຊວງກະສິກັມ ແລະປ່າໄມ້ ຕໍ່ໜັງສືພິມລາວພັທນາ ທີ່ຜ່ານມາ.

ທາງການລາວໄດ້ອອກແຈ້ງການ ຫ້າມບໍ່ໃຫ້ເຄື່ອນຍ້າຍງົວແລະຄວາຍ ຣະຫວ່າງ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະແຂວງຕໍ່ແຂວງ ເພື່ອສະກັດກັ້ນການແຜ່ຣະບາດ ຂອງພຍາດ ຜິວໜັງອັກເສບ ທີ່ຍັງຣະບາດຢູ່ໃນຂນະນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.