ການຄ້າຊາຍແດນລາວ-ຈີນ ບໍ່ເໜັງຕີງ
2020.02.20
ການຄ້າບໍຣິເວນ ດ່ານສາກົນບໍ່ເຕັນ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ທີ່ເປັນດ່ານຕິດກັບຈີນ ງຽບເຫງົາມາເດືອນປາຍແລ້ວ ເນື່ອງຈາກ ປະຊາຊົນ 2 ຝັ່ງລາວ-ຈີນ, ພໍ່ຄ້າ, ນັກທຸຣະກິດ, ນັກທ່ອງທ່ຽວ ຂ້າມເຂດແດນຂອງກັນແລະກັນ ບໍ່ໄດ້ ພາຍຫລັງ ເຊື້ອວັຍຣັສໂຄວິດ 19 ຣະບາດ ຢູ່ຈີນ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຜແນກພົວພັນ ການຕ່າງປະເທດແຂວງ ຕໍ່ RFA ໃນມື້ວັນທີ 20 ກຸມພາ ນີ້:
“ມັນບໍ່ມີແຫລະ ມັນບໍ່ມີບັນຍາກາດຫຍັງ ຢູ່ດ່ານ ຄົນເຂົ້າກໍເຂົ້າບໍ່ໄດ້ ອອກກໍອອກບໍ່ໄດ້ ງຽບເຫງົາຢູ່ເໝືອນກັນໝົດ ຖືວ່າເຂົາໄປເຂດນັ້ນກໍ ບໍ່ໄດ້ ຖືວ່າຕ່າງຄົນຕ່າງຊາດ ຕ່າງຝ່າຍຕ່າງຢູ່ແນວນັ້ນແຫລະ.”
ເຈົ້າໜ້າທີ່ຜແນກການເງິນແຂວງ ເວົ້າວ່າການຄ້າຂາຍແດນ ລາວ-ຈີນ ຢູ່ແຂວງຫລວງນໍ້າທາ ງຽບເຫງົາຢູ່ນີ້ຈະສົ່ງຜົນກະທົບຕໍ່ຣາຍຮັບ ຂອງສູນກາງແລະແຂວງຫລາຍ ຍ້ອນຣາຍຮັບຢູ່ດ່ານສາກົນ ບໍ່ເຕັນ ສ່ວນໃຫຍ່ຈະໄດ້ຈາກ ຄ່າທໍານຽມຜ່ານແດນ ແລະ ຄ່າພາສີນໍາສິນຄ້າ ເຂົ້າ-ອອກ ຊຶ່ງເຮັດໃຫ້ການພັທນາໂຄງຮ່າງ ພື້ນຖານໃນຂັ້ນຕໍ່ໄປເປັນຕົ້ນ ຂົວ ທາງ ສຸກສາລາ ໂຮງໝໍ ໂຮງຮຽນ ຮວມເຖິງການເບີກຈ່າຍ ເງິນເດືອນ ຣັຖກອນແຂວງ ໃນປີນີ້ ອາດຈະໄດ້ຮັບຜົນກະທົບ ບໍ່ຫລາຍກໍໜ້ອຍ: .
“ຄັນບໍ່ມີເຄື່ອງເຂົ້າເຄື່ອງອອກ ມັນກະ ກະທົບເຖິງຣາຍຮັບ ເຖິງຄ່າທໍານຽມ ເຖິງຄ່າພາສີຕ່າງໆ ມັນກໍຈະຫລຸດລົງໝົດຫັ້ນແຫລະເນາະ ຢູ່ດ່ານຫັ້ນ ມີແຕ່ວ່າຄ່າແພັສພັອດ ຄ່າທໍານຽມຜ່ານແດນ ເສັຽພາສີຂາເຂົ້າ ຂາອອກ ກໍເປັນຣາຍຮັບສູນກາງຄືກັນ ຄົນຕ່າງປະເທດ ບໍ່ເຂົ້າເດ໊.”
ເຈົ້າຂອງເຮືອນພັກ ຢູ່ບ້ານນາເຕີຍ ເມືອງຫລວງນໍ້າທາ ເວົ້າວ່າ ເຮືອນພັກຂອງຕົນ ຕັ້ງຢູ່ໃຈກາງເມືອງ ປັດຈຸບັນ ບໍ່ມີຄົນຕ່າງ ປະເທດ ມາພັກເຊົາ. ຖ້າມີກໍມີແຕ່ຄົນລາວ ເຂົ້າມາພັກມື້ລະຫ້ອງ 2 ຫ້ອງ, ໃນຂນະທີ່ກ່ອນໜ້ານີ້ ຕອນບໍ່ມີເຊື້ອ ວັຍຣັສ ໂຄວິດ-19 ຣະບາດ ຫ້ອງພັກຂອງຕົນທັງ 9 ຫ້ອງ ເຕັມທຸກມື້ ແລະລູກຄ້າສ່ວນໃຫຍ່ ເປັນນັກທຸຣະກິດຈີນ ທີ່ເຂົ້າມາພົວພັນ ການຄ້າການຂາຍ ພາຍໃນແຂວງ ເຊົ່າຫ້ອງລະ 130 ພັນກີບຕໍ່ມື້ ແຕ່ດຽວນີ້ປ່ຽນໄປແລ້ວ:
“ເຮືອນພັກເຮົາ ທຸກມື້ນີ້ ກໍບໍ່ປົກກະຕິຄືເກົ່າ ຕັ້ງແຕ່ວັຍຣັສເຂົ້າມາ ແຕ່ກ່ອນບໍ່ມີເຊື້ອ ມີ 9 ຫ້ອງ ໄລ່ເອົາມື້ນຶ່ງເຕັມເຕັມ.”
ແລະວ່າ ຮ້ານອາຫານທີ່ຢູ່ເຂດດຽວກັນນີ້ ກໍງຽບເຫງົາຄືກັນ. ລູກຄ້າຄົນຈີນ ທີ່ເຄີຍມາກິນ ເປັນ 10-20 ໂຕະ ກໍບໍ່ມີແລ້ວ, ມີແຕ່ລູກຄ້າລາວ ມື້ລະ 2-3 ໂຕະເທົ່ານັ້ນ.