ຂ.ບໍ່ແກ້ວ ສັ່ງເຮືອຫາປາ ຫ້າມແລ່ນ

ເຮືອຫາປາຂອງຊາວບ້ານມອມ ທີ່ ທາງການ ແຂວງບໍ່ແກ້ວ ຫ້າມອອກແລ່ນ ຕາມລໍານໍ້າຂອງ
ເຮືອຫາປາຂອງຊາວບ້ານມອມ ທີ່ ທາງການ ແຂວງບໍ່ແກ້ວ ຫ້າມອອກແລ່ນ ຕາມລໍານໍ້າຂອງ (ພາບປະກອບ: ນັກຂ່າວພົລເມືອງ)

0:00 / 0:00

ທາງການແຂວງບໍ່ແກ້ວ ໄດ້ປະກາດອອກ ມາຕການປ້ອງກັນຢ່າງເຂັ້ມງວດ ຕາມແນວຊາຍແດນ ແມ່ນໍ້າຂອງໂດຍຫ້າມເຮືອຫາປາ ຫລື ເຮືອກາບແລ່ນ ຕາມນໍ້າຂອງໃຫ້ຈອດໄວ້ຢູ່ ແຄມຝັ່ງບໍ່ໃຫ້ມີການເຄື່ອນໄຫວ. ທັງນີ້ເພື່ອປ້ອງກັນ ການລັກລອບເຂົ້າມາ ຂອງ ແຮງງານລາວທີ່ມາຈາກຝັ່ງໄທຍ ເຊິ່ງກຳລັງມີການຣະບາດຂອງ ເຊື້ອພຍາດໂຄວິດ-19 ເພີ່ມຂຶ້ນ. ພ້ອມກັນນີ້ໃນໄລຍະປີໃໝ່ລາວ ກໍໄດ້ປະກາດປິດສະຖານບັນເທີງ ແລະ ງົດຈັດງານໃນ ແຂວງ. ຕໍ່ກັບການປ້ອງກັນ ຕາມເຂດຊາຍແດນ ແມ່ນໍ້າຂອງທາງເຈົ້າໜ້າທີ່ ແຂວງບໍ່ແກ້ວ ໄດ້ກ່າວຕໍ່ເອເຊັຽເສຣີວັນທີ 14 ເມສາ ວ່າ:

"ກະໄດ້ຍິນຂ່າວທາງຊຽງຮາຍ ຊຽງແສນ ມີພຍາດວ່າຊັ້ນສະ. ໃນນາມ ເມືອງຕົ້ນເຜີ້ງ ເຮົານີ້ເພິ່ນໄດ້ປະກາດ ຢຸດຕິໄລຍະນຶ່ງກ່ອນ ກະໃຫ້ໂຈະບໍ່ໃຫ້ແລ່ນເຮືອກາບ. ເອົາມາຈອດບ່ອນ ດຽວບໍ່ໃຫ້ເຄື່ອນໄຫວ ເລີຍນ່າ ຫາ ວັນທີ 30 ປະມານນັ້ນແຫລະ. ເພິ່ນຢ້ານ ຄົນລັກລອບເຂົ້າມາຫັ້ນນ່າ. ໄລຍະຜ່ານມາຊິມີລັກລອບ ເຂົ້າມາຫັ້ນນ່າລັກສນະວ່າ ມາຈາກ ຊຽງແສນ ລັກຂ້າມເຮືອນກາບນ້ອຍ ຫັ້ນນ່າ."

ທ່ານກ່າວຕື່ມວ່າ ບໍ່ແມ່ນທາງການປົກຄອງແຂວງບໍ່ແກ້ວ ບໍ່ຢາກໃຫ້ເຂົ້າມາ ໃນນີ້ໝາຍຄວາມວ່າໃຫ້ເຂົ້າມາຖືກຕ້ອງຕາມກົດໝາຍ. ກໍຄືເຂົ້າມາຕາມດ່ານ ແລະ ປະຕິບັດຕາມຂັ້ນ ຕອນຂອງມາຕການປ້ອງກັນ ໂຄວິດ-19.

"ເຮົາກະເຮັດວຽກຕາມຊາຍແດນນີ້ ປົກກະຕິກໍບໍ່ຢາກໃຫ້ຄົນໄທຍຄົນລາວ ໄປຢູ່ໄທຍລັກຂ້າມມາຫັ້ນນ່າ ເພິ່ນກະບໍ່ຢາກໃຫ້ເຂົ້າຄັນ ເຂົ້າກໍເຂົ້າໃຫ້ມັນຖືກຣະບຽບທາງຊ່ອງ ເພິ່ນໃຫ້ ເຂົ້າກະມີ ຢູ່ດ່ານສາກົລນີ້ກາສີນຄ້າ ກໍເຂົ້າໄດ້ຢູ່ເນາະ ແຕ່ວ່າກໍຕາມຣະບຽບ ຂອງໂຄວິດ ຫັ້ນແຫລະ."

ເຈົ້າໜ້າທີ່ປະຕິບັດໜ້າທີ່ ລາດຕະເວນຊາຍແດນ ໄດ້ກ່າວວ່າໄລຍະບຸນປີໃໝ່ ຍິ່ງເຂັ້ມງວດ ໂດຍມີເຈົ້າໜ້າທີ່ ປະຈຳຈຸດຕ່າງໆ.

"ມີເຈົ້າໜ້າທີ່ປະຈຳໝົດ ຊາຍແດນ ເຈົ້າໜ້າທີ່ປະຈຳການໝົດແຫລະ ບໍ່ໄດ້ປະແຫລະຄືອັນດຽວກັບປະເທດໄທຍ ຫັ້ນແຫລະ. ປິດ ຊາຍແດນໝົດແຫລະ ບໍ່ໃຫ້ຄົນໄທຍ ຄົນລາວຂ້າມ ມາເລີຍລະ."

ຊາວບ້ານໃນແຂວງບໍ່ແກ້ວ ໄດ້ໃຫ້ຄວາມເຫັນວ່າ ປະເທດເພື່ອນບ້ານ ກໍຄືປະເທດໄທຍ ການຣະບາດພຍາດ ໂຄວິດ-19 ໄດ້ເພີ່ມ ຂຶ້ນຫລາຍແຕ່ລະວັນ ກໍຢ້ານເຊັ່ນກັນຢ້ານວ່າມີ ການລັກລອບເຂົ້າມາແຕ່ໄທຍ ແລ້ວເອົາເຊື້ອເຂົ້າແຜ່ໃສ່ປະຊາຊົນ.

"ຊາວບ້ານເຂົາກໍຣະມັດຣະວັງ ບໍ່ໃຫ້ຄົນແປກໜ້າເຂົ້າມາຫັ້ນລະ ກໍຢ້ານ ຄົນໄທຍເຂົາລັກຂ້າມໄປຂ້າມມານີ້ລະ. ຢ້ານເອົາມາຕິດ ເວລາມີມີການມີງານ ກໍໃສ່ຜ້າອັດ ປາກອັດດັງ ຫັ້ນແຫລະ. ຫາປານີ້ເຂົາກະບໍ່ໃຫ້ອອກ ເຂົາບໍ່ໃຫ້ເອົາເຮືອອອກທ່າ ໂລ່ງກວ່າເກົ່າ ຊ່ວງນີ້ໃຫ້ໂຈະເຖິງວັນທີ 30 ນີ້."

ຊາວບ້ານອີກຄົນນຶ່ງ ໄດ້ກ່າວວ່າກໍໃຫ້ຄວາມຮ່ວມມື ກໍຄືປະຕິບັດຕາມຄຳແນະນໍາ ທາງການໄດ້ວາງຣະບຽບ ການອອກມາ.

"ບໍ່ມີເຮືອແລ່ນເລີຍ ບໍ່ມີເລີຍມີແຕ່ຊາວສວນ ເຮົາໄປເຮັດສວນຢູ່ດອນ ແລ້ວກໍແລ້ວຕອນແລງ ກໍກັບມາກໍຢ້ານ ເຮົາກໍໃຫ້ຄວາມ ຮ່ວມມືຄືປ້ອງກັນໃສ່ແມັສລ້າງມືຕລອດ ຫລັງຈາກ ອອກຈາກບ້ານກໍເຮັດ ຕາມກົດຣະບຽບເພິ່ນວາງໄວ້."

ມາຕການປ້ອງກັນພຍາດໂຄວິດ-19 ໃນໄລຍະບຸນປີໃໝ່ລາວ ທາງແຂວງບໍ່ແກ້ວກໍໄດ້ ອອກແຈ້ງການ ເລກທີ 65 ເມື່ອວັນທີ 13 ເມສາ 2021 ໂດຍຕ້ອງໄດ້ເຂັ້ມງວດ ປ້ອງກັນ ຈຸດຊ່ຽງຂອງການລັກລອບເຂົ້າມາ ຕາມແນວຊາຍແດນແມ່ນໍ້າຂອງ ຣະຫວ່າງ ລາວ-ໄທຍ ເຂດເມືອງຕົ້ນເຜິ້ງ ກັບ ຊຽງແສນ ຊຽງຮາຍ.

ນອກຈາກນີ້ຍັງສັ່ງໃຫ້ປິດສະຖານບັນເທີງ, ຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອາຫານເຮືອນແພ. ສ່ວນງານດອງ, ງານລ້ຽງ ຫລື ງານປະເພນີ ຕ້ອງຮັກສາໄລຍະຫ່າງ ຖ້າຮັກສາ ບໍ່ໄດ້ແມ່ນໃຫ້ໂຈະ. ສ່ວນການເຂົ້າອອກແຂວງ ຖ້າບໍ່ມີວຽກຈຳເປັນຫ້າມ ເຂົ້າ-ອອກ ໃນໄລຍະບຸນປີໃໝ່ນີ້.