ຜູ້ຄ້າຢາບ້າ ຫຼາຍລ້ານເມັດຖືກຈັບ ພ້ອມຂອງກາງ

0:00 / 0:00

ຕໍາຣວດແຂວງບໍ່ແກ້ວ ໄດ້ກວດຄົ້ນເຮືອນ ທ້າວ ດວງແກ້ວ ໝື່ນແກ້ວມະນີ ເມື່ອວັນທີ 23 ກັນຍານີ້ ​ພົບຢາບ້າທັງໝົດ 33,000,000 ເມັດ, ຢາໄອສ 300 ກິໂລ ໂດຍມີທ້າວ ອາລຸນ ຮ່ວມຂະບວນການ. ຕຳ​ຣວດໄດ້ກັກຕົວ ນາງ ບໍ້າ ໝື່ນແກ້ວມະນີ ຜູ້ເປັນເມັຽໄວ້ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ, ແຕ່ທ້າວ ດວງແກ້ວ ແລະທ້າວ ອາລຸນ ຫລົບໜີໄປໄດ້.

ເມື່ອກ່ອນໜ້ານີ້ ເຈົ້າໜ້າທີ່ ໄດ້ຂຍາຍຜົ​ລ​ ການສືບສວນ-ສອບສວນ ຈາກຄົນເຜົ່າມົ້ງ ຊື່ທ້າວ ສົມຫວັງ ແລະ ນາງ ເຢັງຢາງ ສອງຜົວເມັຽ ຢູ່ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ທີ່ຖືກຈັບໄດ້ ຢູ່ປ້ອມດ່ານນໍ້າເກິ່ງ ເມືອງຕົ້ນເຜິ້ງ ມີຢາບ້າໄວ້ໃນຄອບຄອງ 300,000 ເມັດ ທີ່ກຽມຈະ ນໍາສົ່ງໄປ ນະຄອນຫລວງວຽງຈັນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຕໍາຣວດ ທີ່ກ່ຽວຂ້ອງ ໃນແຂວງບໍ່ແກ້ວ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 29 ກັນຍານີ້.

" ແມ່ນສືບສວນ ສອບສວນຂຍາຍຜົນຕື່ມ ວັນນີ້ກວດໄດ້ຢູ່ປ້ອມນໍ້າເກິ່ງ ຈະນໍາສົ່ງ ໄປນະຄອນຫລວງ ແລ້ວກະມີການຊັກທອດ ເຖິງກຸ່ມແກ້ງຂອງເຂົາ ແລ້ວກໍຂຍາຍຜົນເນາະ. ຖ້າທຽບໃສ່ທີ່ ຜ່ານມາໂຕນີ້ກໍເປັນລາຍໃຫຍ່ຫັ້ນແຫລະ ເວົ້າເຣື່ອງສິນຄ້າເນາະ ຂ້ອນຂ້າງ ກໍຈະແມ່ນ ພະມ້າຫລາຍກວ່າ ເພາະວ່າມັນເຊິ່ງໜ້າກັບພະມ້າ ໄທເຮົາກະພະຍາຍາມ ແກ້ກັນຢູ່ຕລອດ. "

ທ່ານກ່າວຕື່ມວ່າ ຜູ້ຕ້ອງ​ຫາໄດ້ນໍາຢາເສບຕິດນັ້ນ ມາຈາກພະມ້າ ເພາະໃກ້ກັບປະເທດລາວ ພວກ​ກ່ຽວຈະຖືກສືບສວນ-ສອບສວນ ເພີ່ມຕື່ມເພື່ອຂຍາຍຜົ​ລຕໍ່ໄປ. ສ່ວນສອງຜົວເມັຍຜູ້ຄ້າ ຢາເສບຕິດລາຍ​ໃຫ​ຍ່ດັ່ງກ່າວນີ້ ຈະຖືກດໍາເນີນຄະດີ ຕາມກົດໝາຍລາວ ໂດຍ​ຈະມີໂທດ​ເຖິງ​ຂັ້ນ ປະຫານຊີວິຕ ຍ້ອນຢາເສບຕິດ​ ຂອງ​ພວກ​ເຂົາມີນໍ້າໜັກຫລາຍ. ຕາມ​ກົດ​ໝາຍ ຖ້າ​ມີ​ຢາ​ເສບ​ຕິດ​ໜັກ 3 ກິໂລຂຶ້ນໄປ ຈະມີໂທດປະຫານຊີວິຕ, ແຕ່ຕາມຫລັກສາກົລ ແມ່ນບໍ່ເຖິງ ຂັ້ນປະຫານຊີວິຕ, ມີພຽງແຕ່ຕິດຄຸກຕລອດຊີວິຕ.

ດັ່ງ​ທີ່​ທ່ານ​ກ່າວ​ວ່າ:

" ເພາະວ່າທາງເບື້ອງເຮົາ ມັນອີງໃສ່ນໍ້າໜັກ ນັບແຕ່ 3 ກິໂລຂຶ້ນໄປ ປະຫານຊີວິຕ ແຕ່ມັນກໍຕ້ອງໄດ້ ຕິດຄຸກຕລອດຊີວິຕເນາະ ແຕ່ວ່າກົດໝາຍ ສາກົລບໍ່ໄດ້ວ່າ. ເອີ ຕັດສິນປະຫານ ຈະໄປຍິງເປົ້າ ກະເຮັດບໍ່ໄດ້ວ່າຊັ້ນສາ. "

ພ້ອມດຽວກັນນີ້ ເຈົ້າໜ້າທີ່ຕໍາຣວດທີ່ກ່ຽວຂ້ອງ ໃນແຂວງບໍ່ແກ້ວອີກທ່ານນຶ່ງ ກໍເວົ້າວ່າສອງຄົນຜົວເມັຍນີ້ ເປັນເປົ້າໝາຍ ຂອງທາງການຢູ່ແລ້ວ ແລະສ່ວນໃຫຍ່ ຢາເສບຕິດແມ່ນ ຖືກ​ນຳ​ມາ ຈາກທາງສາມຫລ່ຽມຄໍາ.

" ມັນກໍຢູ່ໃນເປົ້າໝາຍ ເຂົາຫັ້ນແຫລະ ສົ່ງຢາຕາມກົດໝາຍ ຕັດສິນຕາມນໍ້າໜັກ ຂອງຢາໄປຫັ້ນແຫລະ ສ່ວນຫລາຍ ຢາເຂົາກໍຈະແມ່ນເອົາຢູ່ ຕາມຊາຍແດນ ສາມຫລ່ຽມຫັ້ນພຸ້ນແຫລະ ແຕ່ວ່າໂຕນີ້ເຮົາບໍ່ສາມາດຕອບໄດ້ ຊັດເຈນເນາະ. "

ກ່ຽວກັບເຣື່ອງດັ່ງກ່າວ ຊາວລາວຢູ່ແຂວງບໍ່ແກ້ວ ຜູ້ນຶ່ງເວົ້າວ່າ ເປັນເຣື່ອງທີ່ຫລາຍຄົນລຶ້ງ ເຄີຍກັນແລ້ວ ທີ່ຕໍາຣວດ ຈັບກຸ່ມຄ້າຢາເສບຕິດ ແລະຍຶດຂອງກາງໄດ້ຫລາຍ ເພາະແຂວງ ບໍ່ແກ້ວ ຂຶ້ນຊື່ເຣືອງການກວດພົບ ຢາເສບຕິດຢູ່ຕລອດ ໂດຍສະເພາະຢູ່ເມືອງຕົ້ນເຜິ້ງ ເຖິງແມ່ນວ່າ ເຈົ້າໜ້າທີ່ຕໍາຣວດ ຈະມີການຕັ້ງດ່ານ ກວດກາເຂັ້ມງວດກໍຕາມ.

" ຄືເຈົ້າໜ້າທີ່ ເພິ່ນກະຕັ້ງດ່ານກວດຢູ່ ເລື້ອຍໆນ່າ ຢູ່ເຂດຕົ້ນເຜິ້ງ ແຕ່ວ່າມັນເກີດຕລອດ ເຫັນຂ່າວເລື້ອຍໆມາ ກໍເບິ່ງເປັນເຣື່ອງ ອີກແລ້ວວ່າຈັ່ງຊີ້. "

ແລະປະ​ຊາ​ຊົນລາວ ຢູ່ແຂວງບໍ່ແກ້ວອີກຜູ້ນຶ່ງ ກໍເວົ້າກ່ຽວກັບບັນຫາ ຢາເສບຕິດຢູ່ແຂວງນີ້ວ່າ ເປັນເຣື່ອງປົກຕິທີ່ໄດ້ຍິນຂ່າວ ເຈົ້າໜ້າທີ່ ຈັບຜູ້ຄ້າຢາເສບຕິດໄດ້, ຍຶດຢາບ້າໄດ້ ແລະທີ່ຜ່ານມາ ກໍບໍ່ເຫັນເຈົ້າໜ້າທີ່ລົງໂຄສະນາ ຫລືໃຫ້ຄວາມຮູ້ ແກ່ຊາວບ້ານ ເຣື່ອງການ​ຕ້ານຢາເສບຕິດນີ້.

" ເຣື່ອງນີ້ມັນກະປົກ​ກະຕິແລ້ວ ກະມີແລ້ວ ຈະໃຫ້ເພິ່ນລົງມາໃນ ນາມວ່າ ມີອາສາສມັກມາລົງມາ ມານີ້ ມັນກະບໍ່ມີ ກະຮູ້ດ້າມເລັກດ້າມໜ້ອຍ ບໍ່ເຖິງຂັ້ນວ່າຮູ້ລາຍລະ ອຽດອີ່ຫຍັງ. "

ເມື່ອກ່ອນໜ້ານີ້ ຄືໃນວັນທີ 26 ມົກ​ກະຣາ 2022 ກອງບັນຊາການ ຕຳ​ຣວດປ້ອງກັນ​ຄວາມ​ສ​ງົບ ກໍຈັບກຸ່ມຄ້າຢາເສບຕິດໄດ້ 4 ຄົນຢູ່ເຂດເທສບານເມືອງຫ້ວຍຊາຍ ໃນຂະນະທີ່ພວກ ເຂົາກໍາລັງຂົນໄປຍັງປາຍທາງ ພ້ອມທັງຍຶດ ຂອງກາງເປັນ​ຢາ​ບ້າ​ໄດ້ 36,480,000 ເມັດ ແລະເຮໂຣອີນ 2 ແທ່ງ.

ການຍຶດຢາເສບຕິດໄດ້ ຫລວງຫລາຍໃນຄັ້ງນີ້ ຖືວ່າເປັນອັນດັບ 2 ທີ່​ຍຶດ​ໄດ້​ໃນ​ລາວ ຊຶ່ງກ່ອນໜ້ານັ້ນ ຄືເມື່ອເດືອນຕຸລາ 2021 ຕຳ​ຣວດ​ປ້ອງ​ກັນ ​ຄວາມ​ສ​ງົບແຂວງບໍ່ແກ້ວ ກໍຍຶດ ຢາບ້າໄດ້ເຖິງ 55 ລ້ານເມັດ ແລະ​ຢາ​ໄອ​ 1.5 ຕັນ ຢູ່​ໃນ​ຣົ​ຖ​ບັນ​ທຸກ ​ຂົນ​ສົ່ງ​ສິນ​ຄ້າ.