ຂ.ບໍ່ແກ້ວ ໂຈະງານບຸນ ໄລຍະນີ້

ຈໍາປາທອງ
2020.12.16
ຂ.ບໍ່ແກ້ວ ໂຈະງານບຸນ ໄລຍະນີ້ ທາງການ ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ຕິດຕາມຫາຜູ້ທີ່ ໄດ້ໃກ້ຊິດກັບຄົນຈີນ 2 ຄົນ ທີ່ຕິດເຊື້ອໂຄວິດ ກ່ອນໜ້າລັກລອບ ເຂົ້າໄປ ຈີນ
ພາບປະກອບ: ນັກຂ່າວພົລເມືອງ

ໃນມື້ວັນທີ 14 ທັນວາ 2020, ທາງການແຂວງບໍ່ແກ້ວ ສັ່ງໂຈະງານບຸນປະເພນີ ເຜົ່າຕ່າງໆ ທີ່ມີລັກສນະຊຸມນຸມກັນ ຫລາຍຄົນ, ແລະ ເປັນວົງກວ້າງ, ຮ້ານບັນເທິງ ກໍຍັງໃຫ້ປິດຢູ່, ເຮືອ ກໍຍັງບໍ່ໃຫ້ແລ່ນ ຍ້ອນຍັງທີ່ມີຄວາມສ່ຽງຕໍ່ການທີ່ຈະເກີດການຣະບາດ ຂອງເຊື້ອພະຍາດໂຄວິດ-19, ແລະ ແຂວງນີ້ ກໍມີຊາຍແດນ ຕິດກັບປະເທດພະມ້າ, ທີ່ຍັງມີການຣະບາດ ຂອງ ເຊື້ອພຍາດນີ້ ຫລາຍຢູ່, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະເພາະກິດ, ແຂວງບໍ່ແກ້ວ ຜູ້ຂໍສງວນຊື່ ແລະຕໍາແໜ່ງ, ຕໍ່ວິທຍຸເອເຊັຍເສຣີ, ໃນມື້ວັນທີ 15 ທັນວາ ນີ້:

“ງານປະເພນີ ທັງນີ້ກໍໃຫ້ໂຈະໝົດນ່າ, ເອົາເຮືອຢູ່ແຕ່ລະບ້ານ ເຮືອນ້ອຍເອົາຂຶ້ນບົກໝົດ, ແລະກໍເຈົ້າໜ້າທີ່ຍາມຕລອດ 24 ຊົ່ວໂມງ ຢູ່ແຄມນໍ້າ ເຮົາເບິ່ງສະຖານະການມັນ, ຄັນວ່າໂຄວິດ, ຫາກມີຄວາມສ່ຽງຢູ່, ໃນເມື່ອທ່າຂີ້ເຫລັກ ມີການຣະບາດ, ກໍເລີຍໃຫ້ປິດ ຄືເກົ່າໝົດ.”

ທ່ານກ່າວຕື່ມວ່າ ເຣື່ອງເວລາຈະໃຫ້ເປີດຄືນນັ້ນ ກໍຄາດວ່າໃນທ້າຍເດືອນທັນວາ ນີ້, ຖ້າຫາກວ່າ ຜົລການກວດຫາເຊື້ອນໍາຜູ້ໃກ້ຊິດ ທີ່ບໍ່ຖືກເປີດເຜີຍຈໍານວນ ກັບຄົນຈີນ 2 ຄົນ ທີ່ຕິດ ເຊື້ອພຍາດໂຄວິດ-19 ນັ້ນ, ອອກມາວ່າ ບໍ່ມີຜູ້ໃດຕິດເຊື້ອ:

“ຄະນະສະເພາະກິດ ເຂົາກະບໍ່ໄດ້ເປີດເຜີຍ ແຕ່ຫາກວ່າເຈົ້າໜ້າທີ່ ເຂົາຫາກມີຣາຍຊື່ ມີເທົ່ານີ້, ເຂົາກະກວດທັງ 2 ຮອບ 3 ຮອບ ພາຍໃນອາທິດນີ້. ຄັນວ່າຜົລກວດອອກມາບໍ່ຕິດ ກະສິປ່ອຍໂຕ, ກະຄິດວ່າໝົດເດືອນ 12 ນີ້, ກໍອາຈໄດ້ເປີດ, ຄັນວ່າມີການຕິດ ເກີດຂຶ້ນຢູ່ໃນເມືອງ, ພວກເຮົາກະສິໄດ້ປິດອີກດົນ ຫັ້ນນະ.”

ຢູ່ແຂວງຫລວງນໍ້າທາ ເຈົ້າໜ້າທີ່ໄດ້ກວດຫາເຊື້ອນໍາຄົນ, ທີ່ຢູ່ໃນເຂດເສຖກິດພິເສດບໍ່ເຕັນ, ທຸກຄົນແລ້ວ ທັງໝົດ 3,570 ຄົນ, ຊຶ່ງໃນນັ້ນມີ 22 ຄົນ ທີ່ໄດ້ໃກ້ຊິດກັບຄົນຈີນ 2 ຄົນ ທີ່ຕິດເຊື້ອພຍາດໂຄວິດ-19, ແລະ ກໍໄດ້ກວດແລ້ວ ແຕ່ບໍ່ພົບເຊື້ອ. ເຖິງແນວໃດ ເຈົ້າໜ້າທີ່ກໍຍັງບໍ່ໄວ້ວາງໃຈ, ຈະຕ້ອງໄດ້ສືບຕໍ່ກັກໂຕຕື່ມ, ຊຶ່ງພາຍໃນອາທິດນີ້ ຫາກກວດບໍ່ມີເຊື້ອ ກໍຈະປ່ອຍ ໂຕກັບບ້ານ. ສໍາລັບຄົນ ທີ່ຖືກກວດທົ່ວໄປ ກໍໃຫ້ກັບໄປເຮັດວຽກຕາມປົກກະຕິແລ້ວ ດັ່ງທີ່ທ່ານກ່າວວ່າ:

“ຜູ້ທີ່ວ່າໃກ້ຊິດສັມຜັດທັງໝົດ ເຂົາຊອກໄດ້ແທ້ໆ ມີ 22 ຄົນ, ຖືວ່າເຮົາກວດຄັ້ງທີ 2 ຜົລກວດອອກມາວານນີ້ກະເປັນລົບໝົດແລ້ວ, ເຮົາຢາກໃຫ້ຕິດຕາມຮອດ ປະມານ 21 ມື້ ເຖິງວ່າຜົລກວດມາກໍຍັງເປັນ ລົບຫັ້ນ.”

ທ່ານກ່າວຕື່ມວ່າ ສໍາລັບແມ່ຄ້າພໍ່ຄ້າ ທີ່ຈະອອກໄປຊື້ເຄື່ອງຂອງ ຕາມຊາຍແດນ, ມາເຖິງປັດຈຸບັນ ກໍຍັງບໍ່ອະນຸຍາດໃຫ້ໄປເທື່ອ. ສ່ວນຄົນລາວ ທີ່ຈະກັບເຂົ້າມາປະເທດ ກໍສາມາດ ກັບມາໄດ້ ແຕ່ຕ້ອງປະຕິບັດຕາມມາຕການ ປ້ອງກັນໂຄວິດ-19, ຄືຕ້ອງຖືກກັກໂຕ 14 ມື້.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວເມືອງຕົ້ນເຜິ້ງທ່ານນຶ່ງ, ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ, ໄດ້ຮູ້ແຈ້ງການກ່ຽວກັບການໂຈະງານ ບຸນຕ່າງໆນັ້ນແລ້ວ, ແລະຕົນເອງກໍພ້ອມປະຕິບັດ ຕາມຣະບຽບການຂອງທາງການ, ເພາະຍັງຢ້ານໂຄວິດ-19 ຢູ່, ຂນະທີ່ຊາວບ້ານ ຫລາຍຄົນ ກໍພາກັນຣະມັດຣະວັງ, ເພາະຍັງບໍ່ມີຢາປ້ອງກັນພຍາດນີ້ເທື່ອ:

“ບ້ານເຮົາ ນີ້ມັນບໍ່ມີຢາປົວເນາະ, ແຕ່ຖ້າມັນຕິດ ມັນກໍ ໂອ໋ ຣະບາດໜັກ, ພວກເຮົາກະເຫັນໃຈ ເພາະເຮົາກໍເປັນປະຊາຊົນຄົນນຶ່ງ ທີ່ວ່າມັນກໍຕ້ອງໄດ້ປະຕິບັດ ຕາມຄໍາສັ່ງຂອງ ຣັຖບານ.”

ແລະຊາວເມືອງຕົ້ນເຜິ້ງ ອີກທ່ານນຶ່ງກໍເວົ້າຄືກັນວ່າ ຫລາຍຄົນກໍຮູ້ສຶກຢ້ານ, ເວລາອອກນອກເຮືອນ ກໍໃສ່ຜ້າອັດປາກອັດດັງຢູ່, ແລະ ງານບຸນໃຫຍ່ໆ ທາງການກໍບໍ່ໃຫ້ຈັດ ແຕ່ຫາກເປັນງານຄອບຄົວ, ກໍຈັດໄດ້ປົກກະຕິ:

“ເຮົາຈັດງານຈັດຫຍັງ ຕ້ອງຢູ່ໃນຣະບຽບຂອງສາທາ, ເຂົາເຈົ້າກະຈະແນະນໍາເດ໋, ບ່ອນຊຸມຊົນບໍ່ ບ່ອນຫຍັງນີ໋ກໍບໍ່ໃຫ້ມັນຊຸມແຊວ ເຮົາກະຢ້ານ ຫັ້ນແລ້ວ, ໃຜກະປ້ອງກັນໂຕໝົດ.”

ອີງຕາມການຣາຍງານຂອງຄະນະສະເພາະກິດ, ເພື່ອປ້ອງກັນ ຄວບຄຸມແລະແກ້ໄຂການຣະບາດ ຂອງໂຄວິດ-19 ໃນມື້ວັນທີ 14 ທັນວາ 2020, ກ່ຽວກັບການແຈ້ງການເພີ່ມຕື່ມ ເຣື່ອງການປະຕິບັດ ມາຕການປ້ອງກັນໂຄວິດ-19, ທີ່ສັ່ງໂຈະການຈັດງານບຸນ ປະເພນີ, ບັນດາເຜົ່າ ເປັນຕົ້ນ ບຸນກິນຈຽງ, ບຸນກິນວໍ, ງານບວດ, ງານດອງ.

ອະນຸຍາດໃຫ້ທໍາພິທີທາງສາສນາ ຕາມຮີດຄອງປະເພນີ ໃນຄອບຄົວເທົ່ານັ້ນ, ເນື່ອງຈາກວ່າ ແຂວງບໍ່ແກ້ວ ຍັງມີຄວາມສ່ຽງສູງຢູ່. ສ່ວນການຈັດງານສເລີມສລອງຕ່າງໆ, ກໍຕ້ອງຈໍາກັດຄົນທີ່ເຂົ້າຮ່ວມງານຢ່າງເໝາະສົມ, ໂດຍການຮັກສາໄລຍະຫ່າງ 1 ແມັດ ຂຶ້ນໄປ, ໃສ່ຜ້າອັດປາກອັດດັງ, ໃຊ້ແຈວລ້າງມື, ມີແພດປະຈໍາແທກອຸນຫະພູມ, ແລະທັງໃຫ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄປກວດກາ, ເຣື່ອງອານາມັຍຄວາມສະອາດ ຢູ່ໂຮງແຮມ ຣີສອດ ບ້ານພັກຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.