ສູນເລືອດແຫ່ງຊາດ ຂາດເລືອດ ໄລຍະ ໂຄວິດ-19
2021.08.27
ຈາກການຣະບາດ ຂອງໂຄວິດ-19 ຮອບ 2 ນີ້ ເຮັດໃຫ້ ສູນເລືອດແຫ່ງຊາດ ແລະ ສູນເລືອດ ທຸກແຫ່ງ ທົ່ວປະເທດ ປະສົບບັນຫາ ຂາດເລືອດ ຢ່າງໜັກ ຄື ມີເລືອດສໍາຮອງ ຢູ່ໃນຂັ້ນວິກິຈ.
ສະເພາະ ຢູ່ນະຄອນຫຼວງວຽງຈັນ ກໍແມ່ນຂາດເລືອດ ໜັກກວ່າໝູ່ ຄື ຕາມມາຕຖານ ສາກົລແລ້ວ ສູນເລືອດ ແຫ່ງຊາດ ຕ້ອງມີ ເລືອດສໍາຮອງ ເພື່ອຊ່ອຍເຫຼືອ ຄົນເຈັບ ພາຍໃນ ນະຄອນຫຼວງວຽງຈັນ ຢ່າງໜ້ອຍ 80 ຖົງຕໍ່ມື້, ແຕ່ປັດຈຸບັນ ສູນເລືອດແຫ່ງຊາດ ມີເລືອດສໍາຮອງ ພຽງແຕ່ ມື້ລະບໍ່ກາຍ 40 ຖົງ.
ເຊິ່ງຕາມຫຼັກການແລ້ວ ຖ້າສູນເລືອດ ແຫ່ງຊາດ ມີເລືອດສໍາຮອງ ຢູ່ໃນ ຂັ້ນວິກິຈ ແນວນີ້ ມັນຈະສົ່ງຜົນ ໃຫ້ກະທົບ ຕໍ່ຄົນເຈັບ ທີ່ອາຈສ່ຽງ ຕໍ່ການເສັຽຊີວິດ ຍ້ອນບໍ່ມີ ເລືອດສໍາຮອງ ໄວ້ໃຊ້ ໃນຍາມສຸກເສີນ. ທັງນີ້ ສາເຫດ ທີ່ເຮັດໃຫ້ ເລືອດສໍາຮອງ ຢູ່ໃນຂັ້ນວິກິຈ ກໍຍ້ອນ ຜົລກະທົບ ຈາກແຜ່ຣະບາດ ຂອງໂຄວິດ-19 ເຮັດໃຫ້ ສູນເລືອດ ແຫ່ງຊາດ ບໍ່ສາມາດ ລົງໄປ ເຄື່ອນໄຫວ ຕາມໂຮງຮຽນ ຫຼື ຊຸມຊົນ ເພື່ອຮັບ ບໍຣິຈາກເລືອດໄດ້, ອີງຕາມຄວາມເວົ້າ ຂອງທ່ານໝໍ ຢູ່ສູນເລືອດ ແຫ່ງຊາດ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ສິງຫານີ້:
“ເລືອດສໍາຮອງ ຢູ່ໃນຂັ້ນວິກິຈເນາະ ໝາຍເຖິງ ເລືອດທີ່ເຮົາ ເອົາສໍາຮອງ ສະຕ໊ອກໄວ້ຫັ້ນ ມັນຢູ່ໃນ ຂັ້ນວິກິຈ ແລ້ວເນາະ ມັນໜ້ອຍກວ່າ ປົກກະຕິ ແລ້ວເນາະ ແລ້ວມັນ ບໍ່ພຽງພໍ ປັດຈຸບັນນີ້ ເນາະ ເນື່ອງຈາກວ່າ ມີການຣະບາດ ນີ້ແຫຼະ ເຮັດໃຫ້ ເຮົາລົງເຄື່ອນໄຫວ ບໍ່ໄດ້ ອາຈສົ່ງຜົນ ໃຫ້ຄົນເຈັບ ທີ່ຕ້ອງການເລືອດ ອາຈບໍ່ທັນເນາະ ໃຫ້ເລືອດ ບໍ່ທັນ ຫຼື ອາຈມີ ການສູນເສັຽໄປ ໃນຫຼາຍດ້ານນັ້ນ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ເຈົ້າໜ້າທີ່ ສູນເລືອດແຫ່ງຊາດ ກໍໂທປຸກລະດົມ ຫາຜູ້ທີ່ ເຄີຍບໍຣິຈາກເລືອດ ໃຫ້ສູນເລືອດ ແຫ່ງນັ້ນໆ ສາມາດເດີນທາງ ອອກມາ ຈາກບ້ານ ມາບໍຣິຈາກເລືອດ ເພື່ອຊ່ອຍເຫຼືອ ຄົນເຈັບໄດ້ ເຖິງແມ່ນວ່າ ບ້ານນັ້ນໆ ຈະມີ ການປິດບ້ານປິດ ເມືອງກໍຕາມ, ແຕ່ການບໍຣິຈາກ ເລືອດ ຖືກນອນ ຢູ່ໃນເງື່ອນໄຂ ທີ່ຍົກເວັ້ນໄດ້ ໃນສະຖານະການ ທີ່ເລືອດສໍາຮອງ ຢູ່ໃນຂັ້ນວິກິຈ.
ຂນະທີ່ ທ່ານໝໍ ຢູ່ໂຮງໝໍ ແຂວງສວັນນະເຂດ ທ່ານນຶ່ງ ກ່າວກ່ຽວກັບ ສະຖານະການ ເລືອດສໍາຮອງ ພາຍໃນແຂວງວ່າ ໂຮງໝໍແຂວງ ບໍ່ມີ ເລືອດສໍາຮອງ ຈັກຖົງ ເນື່ອງຈາກ ບໍ່ມີຜູ້ສມັກໃຈ ມາບໍຣິຈາກເລືອດ ໃນທຸກມື້ນີ້ ມີແຕ່ ເຈົ້າໜ້າທີ່ ປະຈໍາໂຮງໝໍ ຈະຕ້ອງແກ້ໄຂ ບັນຫາ ສະເພາະໜ້າ ຫາກມີຄົນເຈັບ ຕ້ອງການເລືອດ ກໍຈະຕ້ອງໃຫ້ ຍາດພີ່ນ້ອງ ຂອງຄົນເຈັບ ຜູ້ນັ້ນ ເປັນຄົນບໍຣິຈາກເລືອດ ເພື່ອຊ່ອຍ ຄົນເຈັບແທນ, ດັ່ງທ່່ານກ່າວວ່າ:
“ເຂົາລົງໄປຮັບ ບໍຣິຈາກ ແຕ່ລະບ່ອນ ອັນເຂົາຮັບ ມາໄດ້ 50 ຖົງ ເຂົາໃຊ້ເປັນ 80-100 ມັນຊິເອົາ ຫຍັງງມາເຫຼືອ ທຸກມື້ ເຂົາໄປ ເອົາບໍ່ໄດ້ອີກ ມີແຕ່ ເຈົ້າຂາດເລືອດ ຕ້ອງເອົາ ພີ່ນ້ອງ ມາບໍຣິຈາກ ເອງເຈົ້າ ຄັນບໍ່ເອົາມາ ຄືວ່າຄາ ໃຜຊິຫາໃຫ້ ບໍ່ໄດ້ດອກ ມັນເປັນໝົດ ທົ່ວປະເທດ ຍາມນີ້ຫັ້ນ ມັນບໍ່ມີ ການບໍຣິຈາກ ແບບສມັກໃຈ ຢ່າງກວ້າງຂວາງນ່າ ເມື່ອຍ ເຂົາເຊີນ ຈົນເມື່ອຍ ຈົນປາກສີກຮອດຫູ ເຂົາເຊີນນີ້ ແຕ່ຜ້ມັນ ບໍ່ຢາກບໍຣິຈາກ ຄື ບໍ່ຢາກບໍຣິຈາກ ແຕ່ຊ່ວງ ມັນຢາກບໍຣິຈາກ ມັນກໍມາເອງມັນ.”
ດ້ານນັກຮຽນ ຊັ້ນ ມ. 7 ຈາກແຂວງໄຊຍະບູຣີ ຜູ້ນຶ່ງເວົ້າວ່າ ໂຕລາວເອງ ງົດບໍຣິຈາກ ເລືອດ ໃນໄລຍະນີ້ກ່ອນ ເນື່ອງຈາກ ພາຍໃນບ້ານ ທີ່ລາວ ຢູ່ອາສັຍນັ້ນ ຍັງມີ ການປະກາດ ປິດບ້ານປິດເມືອງຢູ່ ແລະ ໂຕລາວເອງ ຢ້ານຕິດໂຄວິດ-19 ຫາກບໍຣິຈາກ ເລືອດໃນໄລຍະນີ້, ຂນະທີ່ ຜ່ານມາ ກ່ອນທີ່ ຈະມີ ການແຜ່ຣະບາດ ຂອງໂຄວິດ-19 ລາວເອງ ກໍໄດ້ບໍຣິຈາກເລືອດ ເພື່ອຊ່ອຍເຫຼືອ ຊີວິດ ຂອງເພື່ອນມະນຸດ ດ້ວຍກັນແລ້ວ ໂດຍມີ ອົງການກາແດງ ປະຈໍາແຂວງ ມາຮັບ ບໍຣິຈາກເລືອດ ຢູ່ໂຮງຮຽນໂດຍຕົງ, ຫາກສະຖານະການ ການແຜ່ຣະບາດ ຂອງໂຄວິດ-19 ດີຂຶ້ນ ກໍອາຈໄປ ບໍຣິຈາກເລືອດຕື່ມ, ດັ່ງນັກຮຽນຜູ້ນີ້ ກ່າວໃນມື້ດຽວກັນນີ້ວ່າ:
“ເພາະວ່າ ຢູ່ໄຊຍະນີ້ ຂະເຈົ້າ ຍັງລ໊ອກດາວ ຢູ່ເດ້ ກໍຢ້ານເດ້ ການບໍຣິຈາກເລືອດ ມັນຈະເປັນ ສິ່ງທີ່ດີແຫຼະ ຄ້າຍໆ ຄືກັບວ່າ ມັນເປັນສິ່ງ ທີ່ເຮົາສາມາດ ຊ່ວຍຄົນອື່ນໄດ້ ກັບຄົນ ທີ່ຕ້ອງການ ເລືອດຫັ້ນ ກໍຄືເຮົາໃຫ້ ຊີວິດເຂົາໄດ້.”
ຂນະທີ່ ນັກສຶກສາ ຊັ້ນປີທີ 3 ຈາກມະຫາວິທຍາລັຍ ແຫ່ງຊາດ ຫຼື ມຊ ເວົ້າວ່າ ປັດຈຸບັນ ໂຕເອງ ຍັງອາສັຍ ຢູ່ຫໍພັກ ນັກສຶກສາ ຂອງ ມຊ ແລະ ບໍ່ໄດ້ໄປ ບໍຣິຈາກເລືອດ ຍ້ອນກັງວົນວ່າ ໂຕລາວເອງ ຈະສ່ຽງຕິດ ໂຄວິດ-19 ເນື່ອງຈາກ ເຂດດົງໂດກ ທີ່ລາວອາສັຍ ຢູ່ນັ້ນ ເປັນພື້ນທີ່ ສີແດງ, ດັ່ງນັກສຶກສາ ຜູ້ນີ້ເວົ້າວ່າ:
“ຊ່ວງ (ໂຄວິດ-19) ມັນຄື ຊິເຊົາແລ້ວ ບຶດນຶ່ງ ມັນຄື ນໍາເຂົ້າ ຈາກຄົນ ທີ່ໄປຕ່າງປະເທດ ມາຫັ້ນ ມີແຕ່ ຄົນຕິດໂຄວິດ-19 ຫຼາຍ ແຖວໃກ້ໆບ້ານ ນີ້ກໍເລີຍ ແບບບໍ່ໄປບໍຣິຈາກ ກໍຢ້ານໂຄວິດ-19 ຢູ່ ການບໍຣິຈາກເລືອດ ກໍເປັນສິ່ງ ທີ່ດີ ຕໍ່ເພື່ອນມະນຸດ ມັນຊ່ວຍ ຕໍ່ຊີວິດ ໃຫ້ເຂົາເຈົ້າ.”
ເຖິງຢ່າງໃດ ກໍຕາມ, ທ່ານໝໍ ຢູ່ສູນເລືຶອດ ແຫ່ງຊາດ ອີກທ່ານນຶ່ງ ກໍກ່າວວ່າ ເຖິງແມ່ນວ່າ ຈະເປັນໄລຍະ ທີ່ມີການຣະບາດ ຂອງໂຄວິດ-19 ກໍຕາມ, ແຕ່ທາງສູນເລືອດ ແຫ່ງຊາດ ຢືນຢັນໄດ້ວ່າ ຜູ້ທີ່ມາ ບໍຣິຈາກເລືອດ ຈະບໍ່ມີຄວາມສ່ຽງຕິດ ໂຄວິດ-19 ຢ່າງແນ່ນອນ ເນື່ອງຈາກ ສະຖານທີ່ ຮັບບໍຣິຈາກເລືອດນັ້ນ ມີຄວາມປອດພັຍດີ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ທີ່ວ່າຊ່ວງນີ້ ມັນເຣື່ອງ ໂຄວິດ-19 ແລ້ວສະຖານທີ່ ຂອງເຮົາ ທີ່ຈະໄປຮັບ ຫັ້ນນ່າ ເພິ່ນບໍ່ໃຫ້ ເຮົາໄປ ສະນັ້ນ ທຸກຄົນ ຈະບໍ່ເຂົ້າເຖິງ ຢູ່ຈຸດນີ້ເນາະ ເຂົາຈະມາເອົາ (ເລືອດ) ອອກ ເຂົາກໍ ຢ້ານຄືກັນ ສະນັ້ນຖ້າວ່າ ທຸກຄົນ ເຂົ້າໃຈ ມາບໍຣິຈາກ ຢູ່ສູນ ກໍບໍ່ເປັນຫຍັງ.”
ທ່ານກ່າວຕື່ມວ່າ ອີກສາເຫດ ທີ່ສໍາຄັນ ທີ່ເຮັດໃຫ້ ເລືອດສໍາຮອງ ທົ່ວປະເທດ ຢູ່ໃນຂັ້ນ ວິກິຈນັ້ນ ກໍຍ້ອນວ່າ ໄລຍະນີ້ ມີການສັກວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ປະຊາຊົນ ເຮັດໃຫ້ ປະຊາຊົນ ຈໍານວນນຶ່ງ ທີ່ສັກວັກຊິນ ປ້ອງກັນໂຄວິດ-19 ບໍ່ສາມາດ ບໍຣິຈາກເລືອດ ໄດ້ທັນທີ ຕ້ອງລໍຖ້າ 7-28 ມື້ ຈຶ່ງຈະສາມາດ ບໍຣິຈາກ ເລືອດໄດ້.
ແລະຫາກ ປະຊາຊົນຜູ້ໃດ ທີ່ມີສຸຂພາບ ແຂງແຮງດີ ສາມາດ ໄປແຈ້ງ ຄວາມປະສົງ ເພື່ອຊ່ອຍເຫຼືອ ຄົນເຈັບ ທີ່ຢູ່ຕາມ ໂຮງໝໍ ແຫ່ງຕ່າງໆ ທົ່ວປະເທດໄດ້ ເພາະຕ້ອງການ ທຸກໝວດເລືອດ ຄື: A, B, O ແລະ AB ເນື່ອງຈາກ ຜູ້ປ່ວຍ ດ້ວຍພຍາດ ພາຣັດຊີເມັ້ຽ, ໝາກໄຂ່ຫຼັງ (ໄຕ), ພາວະ ເລືອດຈາງ ແລະອື່ນໆ ຕ້ອງການເລືອດ ຈໍານວນຫຼາຍ ເຊິ່ງເຈົ້າໜ້າທີ່ ທີ່ຮັບ ບໍຣິຈາກເລືອດ ຈະແນະນໍາເຖິງ ວິທີ ການຕຽມໂຕ ໃນການໄປ ບໍຣິຈາກເລືອດ ຕື່ມອີກເທື່ອນຶ່ງ.
ນອກຈາກນີ້ ອົງການ ອະນາມັຍໂລກ ໄດ້ຕັ້ງເປົ້າໝາຍ ໃຫ້ແຕ່ລະປະເທດ ຈັດຫາ ເລືອດສໍາຮອງ ໃຫ້ພຽງພໍ ຢູ່ທີ່ຮ້ອຍລະ 3 ຂອງປະຊາກອນ ປະເທດນັ້ນໆ. ດັ່ງນັ້ນ ປະເທດລາວ ຕ້ອງມີ ເລືອດສໍາຮອງ ໃຫ້ໄດ້ປີລະ 210,000 ຖົງ ໂດຍທຽບໃສ່ ປະຊາກອນ ລາວທັງໝົດ 7 ລ້ານປາຍຄົນ.
ຂນະທີ່ ສະພາບໂຕຈິງ ເມື່ອທຽບໃສ່ ເລືອດສໍາຮອງ ຢູ່ປະຣິມານ ເລືອດສໍາຮອງ ຢູ່ສູນເລືອດ ແຫ່ງຊາດ ປະຈໍາ ນະຄອນຫຼວງວຽງຈັນ ໃນຂນະນີ້ ສາມາດ ຈັດຫາເລືອດສໍາຮອງ ໄດ້ພຽງ 40 ຖົງ ຕໍ່ມື້ ຫຼື 14,600 ຖົງ ຕໍ່ປີ ເທົ່ານັ້ນ, ເຊິ່ງເປັນ ຈໍານວນ ທີ່ໜ້ອຍ ຫາກທຽບໃສ່ ປະຊາກອນລາວ ໃນນະຄອນຫຼວງ ວຽງຈັນ ທັງໝົດ 9 ແສນປາຍຄົນ ທີ່ຕ້ອງມີ ເລືອດສໍາຮອງ ຢ່າງໜ້ອຍ 27,000 ຖົງ ຕໍ່ປີ.