ຢູ່ຫຼາຍແຂວງ ຄັງເລືອດ ຕົກຕໍ່າ
2020.09.19
ປັດຈຸບັນຢູ່ບາງແຂວງຂອງປະເທດລາວ ມີເລືອດສໍາຮອງເພື່ອຊ່ອຍຄົນເຈັບປ່ວຍ ຈາກພຍາດຕ່າງໆບໍ່ພຽງພໍ ເປັນຕົ້ນພຍາດປ້າງກິນເລືອດ ໝາກໄຂ່ຫລັງ ອຸບັດຕິເຫດ ການຜ່າຕັດ ແລະ ໄຂ້ເລືອດອອກ ເຮັດໃຫ້ຄົນເຈັບປ່ວຍ ມີຄວາມສ່ຽງ ຕໍ່ການທີ່ຈະເສັຍຊີວິດ. ເລືອດສໍາຮອງ ບໍ່ພຽງພໍ ຍ້ອນຜູ້ບໍຣິຈາກເລືອດ ມີຈໍານວນໜ້ອຍລົງ ແລະໜ່ວຍຮັບ ການບໍຣິຈາກ ເລືອດ ເຄື່ອນທີ່ ບໍ່ມີງົບປະມານ ໄປເຄື່ອນໄຫວ.
ແຕ່ເດືອນມົກກະຣາ ມາເຖິງປັດຈຸບັນ ສູນເລືອດແຫ່ງຊາດ ສາມາດສນອງເລືອດໄດ້ພຽງແຕ່ 37 ພັນ ປາຍຖົງ ໃນຂນະທີ່ຄວາມຕ້ອງການ ແມ່ນຫຼາຍກວ່ານັ້ນ ຖ້າຄິດໄລ່ຕາມທີ່ ອົງການ ອະນາມັຍໂລກກໍານົດແມ່ນ 1% ຕໍ່ປະຊາກອນ ທັງໝົດ ຄືຕ້ອງໄດ້ເຖິງ 65 ພັນ ຖົງຕໍ່ປີ ສໍາລັບ ປະເທດລາວ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ອົງການກາແດງລາວ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ກັນຍາ ນີ້:
"ຄວາມຕ້ອງການນີ໋ ຕາມອົງການອະນາມັຍໂລກ ຈະຕ້ອງໃຫ້ໄດ້ 1% ຂອງປະຊາກອນ ກໍຢ່າງຕໍ່າ ກໍສິປະມານ 65 ພັນ ຖົງຕໍ່ປີ. ໃນ 8 ເດືອນ ທີ່ຜ່ານມາເຮົາກໍໄດ້ 37 ພັນ ກວ່າຖົງ. ເຮົາສໍາຣວດເບິ່ງນີ໋ ກໍມີແຕ່ຄວາມຢ້ານກົວ ວ່າການບໍຣິຈາກເລືອດ ເຮັດໃຫ້ອ່ອນເພັຽເນາະ ຢ້ານເຂັມ ອາຈເຈັບເປັນແນວນັ້ນແນວນນີ້ ແຕ່ວ່າການບໍຣິຈາກເລືອດນີ໋ ເຮັດໃຫ້ແຂວຜລິດ ເມັດເລືອດ ຂຶ້ນມາໃໝ່."
ທ່ານກ່າວຕື່ມວ່າປັດຈຸບັນ ຫລາຍຫົວໜ່ວຍທຸຣະກິດ ເອກກະຊົນ ຍັງບໍ່ໃຫ້ໜ່ວຍບໍຣິຈາກເລືອດ ເຄື່ອນທີ່ ເຂົ້າໄປຮັບການບໍຣິຈາກເລືອດ ຍ້ອນປ້ອງກັນການແພ່ ຣະບາດຂອງເຊື້ອພຍາດ ໂຄວິດ-19, ເຮັດໃຫ້ບໍ່ໄດ້ເລືອດ ຄືແຕ່ກ່ອນ.
ແລະເຈົ້າໜ້າທີ່ຫ້ອງການກາແດງ ແຂວງອຸດົມໄຊ ຜູ້ຂໍສງວນຊື່ແລະຕໍາແໜ່ງ ນາງ ນຶ່ງກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ແຂວງ ອຸດົມໄຊ ກໍເປັນແຂວງນຶ່ງ ທີ່ຂາດເລືອດ ສໍາລອງ ຍ້ອນສູນເລືອດແຂວງນີ້ ມີເລືອດບໍ່ພຽງພໍ ເພື່ອຊ່ອຍຄົນເຈັບ ຍ້ອນພຍາດຕ່າງໆເຮັດໃຫ້ ຊີວິດ ຂອງຄົນເຈັບ ບໍ່ຖືກຮັບປະກັນວ່າ ຈະປອດພັຍ 100% ແລະວ່າ ພາຍຫລັງ ເດືອນ ມິນາ ຫາເດືອນມິຖຸນາ ທີ່ຜ່ານມາ ງົບປະມານ ຂອງໜ່ວຍງານຮັບ ບໍຣິຈາກເລືອດເຄື່ອນທີ່ ຕາມບ່ອນຕ່ງໆ ກໍບໍ່ມີພຽງພໍ ເຮັດໃຫ້ການບໍຣິຈາກ ເລືອດ ມີໜ້ອຍລົງກວ່າທີ່ຜ່ານມາ:
“ທາງແຂວງບໍຣິຈາກໄດ້ນັ້ນກໍມີ 700 ປາຍທ່ານໝໍຂໍມາກໍ 1 ພັນປາຍພຸ້ນແຫຼະເນາະ. ຈຸດສໍາຄັນກໍແມ່ນງົບປະມານ ບໍ່ພຽງພໍທັງບໍຣິຫານ ແລະ ທັງສົ່ງເສີມນີ້ໄດ້ 60 ລ້ານກີບຕໍ່ປີ ແລ້ວບາດນີ້ມັນບໍ່ສະເພາະ ເຮົາໃຊ້ແຕ່ວຽກເລືອດມັນຕ້ອງເວົ້າວຽກ ອັນອື່ນແດ່ຫັ້ນນະ ວຽກບັນ ເທົາທຸກ ວຽກຂ່າວສານ ຄ່ານໍ້າ ຄ່າໄຟ ຄ່າອິຫຍັງຕ່າງໆ ໂທຣະສັບ.”
ນາງກ່າວຕື່ມວ່າ ທະຫານ ຕໍາຣວດ ທີ່ເປັນກຸ່ມເປົ້າໝາຍ ບໍຣິຈາກເລືອດ ທຸກປີ ກໍບໍ່ສາມາດ ບໍຣິຈາກເລືອດ ໃນປີນີ້ໄດ້ ຍ້ອນພວກເຂົາເຈົ້າ ມີວຽກ ກະທັນຫັນຊ່ອຍຊາວບ້ານ ເປັນຕົ້ນໃນ ຍາມເກີດພັຍນໍ້າຖ້ວມ, ໄຟໄໝ້ປ່າ, ມີແຕ່ຊາວໜຸ່ມ ພາຍໃນແຂວງ ໂດຍສະເພາະ ນັກຮຽນ ນັກສຶກສາ ຕື່ນໂຕບໍຣິຈາກເລືອດ. ແຕ່ໜ່ວຍງານຮັບບໍຣິຈາກເລືອດ ເຄື່ອນທີ່ ພັດບໍ່ມີ ງົບປະມານ ທີ່ຈະໄປເອົາ ເຮັດໃຫ້ເລືອດ ບໍ່ພໍໃຊ້ໃນ ແຂວງນີ້.
ຢູ່ແຂວງເຊກອງ ເຈົ້າໜ້າທີ່ຫ້ອງການກາແດງແຂວງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ສູນເລືອດ ແຂວງເຊກອງ ກໍມີເລືອດສໍາຮອງບໍ່ພຽງພໍ ເພື່ອຊ່ອຍຄົນເຈັບ ຈາກພຍາດຕ່ງໆຄືກັນ ຍ້ອນບໍ່ມີງົບປະມານ ໃຫ້ໜ່ວຍງານຮັບບໍຣິຈາກເລືອດ ເຄື່ອນທີ່ ໄປເຄື່ອນໄຫວ ເຮັດໃຫ້ການຫາເລືອດ ມາສນອງຄວາມຕ້ອງການຂອງໂຮງໝໍ ພາຍໃນແຂວງນີ້ບໍ່ໄດ້ຕາມເປົ້າໝາຍ, ດັ່ງທີ່ທ່ານ ກ່າວວ່າ:
“ແຕ່ເດືອນທີ 1 ຮອດເດືອນ 9 ນີ໋ ເຮົາຮັບບໍຣິຈາກໄດ້ເທົ່າໃດ 200 ປາຍ, 600 ປີນີ້ ເພິ່ນໃຫ້ 600 ເວົ້າຄວາມຈິງ ງົບປະມານກໍບໍ່ພຽງພໍ ນີ້ແຫຼະ ຄັນເຮົາສິເຄື່ອນໄຫວ ເອົາແທ້ເອົາວ່າ ຫັ້ນນະ ເຮົາຫາເລືອດບໍ່ໄດ້ ເພາະເຮົາບໍ່ມີເງິນທຶນ ລົງເຄື່ອນໃຫວ.”
ທ່ານກ່າວຕື່ມວ່າ ໃນຂນະທີ່ເລືອດ ບໍຣິຈາກບໍ່ພຽງພໍ ຄືແນວນັ້ນ ທາງໂຮງໝໍໃນແຂວງນີ້ ກໍໄດ້ຂໍຄວາມຮ່ວມມື ນໍາຍາດພີ່ນ້ອງຂອງຄົນເຈັບ ຫລື ພະນັກງານ ແພດ ໝໍ ຊ່ອຍບໍຣິຈາກ ເລືອດ ເພື່ອຊ່ອຍຊີວິດ ຄົນເຈັບໃຫ້ທັນເວລາ.
ກ່ຽວກັບການບໍຣິຈາກເລືອດ ຢູ່ປະເທດລາວ ຊາວໜຸ່ມ ຢູ່ແຂວງບໍ່ແກ້ວ ອາຍຸ 23 ປີ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ກັນຍາ ນີ້ວ່າ ປີນີ້ ຕົນກໍເປັນຜູ້ນຶ່ງ ທີ່ໄດ້ບໍຣິຈາກ ເລືອດ ເປັນປີທໍາອິດ ຍ້ອນຄິດວ່າ ຕົນຍັງໜຸ່ມ ສຸຂພາບແຂງແຮງ ທີ່ສາມາດຊ່ອຍມະນຸດ ດ້ວຍກັນໄດ້:
”ເຮົານີ໋ກໍ໋ ຄັນຖ້າວ່າບໍຣິຈາກເລືອດ ກໍຄົນເລືອດກຣຸບ 0 ແດ່ເນາະ ແລະກໍຢູ່ໃນວັຍໜຸ່ມ ສຸຂພາບກໍແຂງແຮງດີ ແລະເປັນການຊ່ອຍເຫລືອ ມະນຸດດ້ວຍກັນ ແລະ ອີກຢ່າງນຶ່ງ ບໍຣິຈາກໃຫ້ ຍາດຕິພີ່ນ້ອງ ແລ້ວກໍຊ່ວຍສັງຄົມ ໂດຍບໍ່ຫວັງຜົລຕອບແທນ ນັ້ນແຫລະເນາະ.”
ແລະຊາວບ້ານຢູ່ແຂວງບໍລິຄໍາໄຊ ອາຍຸ 58 ປີ ຜູ້ຂໍສງວນຊື່ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າຕົນເອງເຖົ້າແລ້ວ ແລະມີພຍາດ ປະຈໍາໂຕເປັນພຍາດຫົວໃຈ, ຄິດວ່າຈະບໍ່ ສາມາດໄປບໍຣິຈາກເລືອດໄດ້, ແຕ່ກໍຍັງດີທີ່ຄົນໃນຄອບຄົວຂອງຕົນ ສມັກໃຈໄປບໍຣິຈາກເລືອດ ທຸກຄັ້ງ ທີ່ມີໜ່ວຍງານຮັບບໍຣິຈາກເລືອດເຄື່ອນທີ່ ມາຮັບການບໍຣິຈາກເລືອດຢູ່ໂຮງຮຽນ
“ໄທເຮົາບໍ່ໄດ້ບໍຣິຈາກ ເພາະວ່າສຸຂພາບບໍ່ປານໃດ ແລ້ວບໍ່ໄດ້ປານໃດ ກໍບໍ່ໄດ້ບໍຣິຈາກ. ຢູ່ເຮືອນເຮົາມີລູກຊາຍ ບໍຣິຈາກລາວຢູ່ໂຮງຮຽນ ແລ້ວເພິ່ນມາບໍຣິຈາກ ເກືອບທຸກປີລາວອອກ ທຸກປີນະ ລາວກໍມີບັດເດ໋ ຖືວ່າເພິ່ນເຮັດໃຫ້ ກໍຖືວ່າກໍຊ່ອຍເຫລືອ ສັງຄົມນັ້ນແຫຼະ ຫຼືວ່າ ມີສິ່ງທີ່ວ່າຖືກເລືອດອອກຫລາຍ ກໍໄດ້ນໍາເອົາເລືອດຫັ້ນ ໄປຊ່ວຍເຂົາເຈົ້າ.”
ເຣຶ່ອງການບໍຣິຈາກເລືອດ ຢູ່ນະຄອນຫລວງວຽງຈັນ ຊາວບ້ານຜູ້ນຶ່ງອາຍຸ 62 ປີ ຜູ້ຂໍສງວນຊື່ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ຕົນບໍ່ເຄີຍໄປ ບໍຣິຈາກເລືອດ ເນື່ອງຈາກວ່າ ສຸຂພາບບໍ່ແຂງແຮງ ມີພຍາດປະຈໍາໂຕ ເປັນເສັ້ນເລືອດຫົວໃຈ. ແຕ່ກໍຄິດວ່າການບໍຣິຈາກ ເລືອດເປັນສິ່ງທີ່ດີ ເພາະໄດ້ຊ່ອຍເຫລືອ ມະນຸດດ້ວຍກັນ ແລະສນັບສນູນ ໃຫ້ຊາວໜຸ່ມໄປ ບໍຣິຈາກເລືອດ:
“ບໍ່ ບໍ່ໄດ້ໄປບໍຣິຈາກຈັກເທື່ອນະ ສຸຂພາບບໍ່ແຂງແຮງ ເສັ້ນເລືອດຫົວໃຈ ພຍາດປະຈໍາໂຕ ບໍຣິຈາກກະບໍ່ໄດ້ນະ ບໍຣິຈາກ ເອີ໋ ກໍດີຢູ່ກໍດີ ເພາະວ່າເຮົາໄດ້ຊ່ວຍເຫລືອ ສັງຄົມຊ່ວຍເຫລືອ ເພື່ອນມະນຸດ ດ້ວຍກັນນະ ສ່ວນຫລາຍກໍພວກຜ່າຕັດ ຜ່າຕັດເສັ້ນເລືອດ.”
ມາດຕະຖານເບື້ອງຕົນ ຂອງຜູ້ບໍຣິຈາກເລືອດ ຄືອາຍຸຣະຫວ່າງ 17 ປີ ຫາ 60 ປີ, ມີນໍ້າໜັກ 45 ກິໂລຂຶ້ນໄປ ແລະ ສຸຂພາບແຂງແຮງ. ປະຊາຊົນຜູ້ໃດ ຢາກບໍຣິຈາກເລືອດ ກໍສາມາດໄປ ບໍຣິຈາກໄດ້ທຸກໂຮງໝໍ ແລະ ສຸກສາລາ ຫລືສູນເລືອດແຫ່ງຊາດ ທົ່ວປະເທດ.
ອີງຕາມມາດຕະຖານສາກົນ ຂອງອົງການອະນາມັຍໂລກ, ທຸກໆປະເທດ ຕ້ອງມີປະຣິມານເລືອດ ສໍາຮອງຢ່າງໜ້ອຍ 1% ຂອງຈໍານວນ ປະຊາກອນ. ແຕ່ສໍາລັບຢູ່ປະເທດລາວ ຍັງຖືວ່າ ເປັນສິ່ງທ້າທາຍຫລາຍ ທີ່ຈະບັນລຸໄດ້ເປົ້າໝາຍດັ່ງກ່າວ.