ກ້ວຍຈາກສວນຂອງຈີນອາຈມີ ສານພິດ
2016.12.06
ເຈົ້າໜ້າທີ່ ຂະແໜງອາຫານແລະຢາ ແຂວງຫຼວງພຣະບາງ ໄດ້ອອກແຈ້ງ ເຕືອນ ປະຊາຊົນ ໃຫ້ຣະວັງ ຫາກບໍຣິໂພກ ໝາກກ້ວຍ ຈາກ ສວນກ້ວຍ ຂອງຈີນ ທີ່ ມີສານເຄມີ ຕົກຄ້າງ. ດັ່ງເຈົ້າໜ້າທີ່ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ແນ່ນອນມັນຕ້ອງມີ ການຕົກຄ້າງ ເພາະວ່າ ເຂົາເຈົ້າສີດຢາໃສ່ເນາະ ຂະເຈົ້າພົ່ນໃສ່ ແຕ່ຕອນ ເປັນເບັ້ຍ ຕອນທຳອິດ ພຸ້ນນະ ຈະຕ້ອງມີ ການຕົກຄ້າງ ຕາມຄວາມຄິດ ສ່ວນຕົວ ຊື່ເດີ ມັນກະຜົນກະທົບ ລະຍະຍາວ ໂຕນີ້ນະ ລະຍະສັ້ນ ມັນຄືຊິ ບໍ່ມີເຊື້ອ".
ເຈົ້າໜ້າທີ່ ກ່າວຕື່ມອີກ ວ່າ ຄັນສານເຄມີ ໃນກ້ວຍ ໄປສະສົມ ຢູ່ໃນຮ່າງກາຍ ຫຼາຍຂຶ້ນ ກໍຈະເຮັດໃຫ້ ເກີດພຍາດ ຕ່າງໆ ເປັນຕົ້ນແມ່ນ ຖອກທ້ອງ, ພຍາດທາງເດີນ ອາຫານ ແລະ ຣະບົບ ຍ່ອຍອາຫານ ຫລື ອາດຈະເປັນ ມະເຮັງ ໃນກະເພາະ ອາຫານ ແລະ ລຳໃສ້, ຖ້າ ກິນດົນໆໄປ ອາດເປັນ ອັນຕະລາຍ ເຖິງຊີວິດ. ອີງຕາມ ຂໍ້ມູນ ຈາກສູນຄົ້ນຄວ້າ ກະສິກັມ ແລະປ່າໄມ້ ແຫ່ງຊາດ ໄດ້ຮູ້ວ່າ ສານເຄມີ ທີ່ມັກໃຊ້ ກັນຢູ່ໃນ ສວນກ້ວຍ ຢູ່ພາກເໜືອ ແມ່ນປະເພດ ຢາຂ້າຫຍ້າ, ຢາປາບ ສັດຕຣູພືດ, ປຸ໋ຍເຄມີ ທີ່ເລັ່ງການ ຈະເຣີນເຕີບໂຕ ຂອງ ໝາກກ້ວຍ.
ໃນປີ 2015 ກໍມີຄົນງານລາວ ທີ່ເຮັດວຽກ ຢູ່ສວນກ້ວຍ ຢູ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເສັຽຊີວິດ, ແລະ ປະຈຸບັນ ຄອບຄອບ ຂອງຜູ້ ເສັຽຊີວິດ ຢູ່ເມືອງ ຜາອຸດົມ ແຂວງບໍ່ແກ້ວ ກໍາລັງ ຟ້ອງຮ້ອງ ເຈົ້າຂອງ ສວນກ້ວຍ ທີ່ ເປັນຄົນຈີນ.
ບັນຫາການໃຊ້ ສານເຄມີ ຢູ່ໃນສວນກ້ວຍ ໂດຍສະເພາະ ຢູ່ພາກເໜືອ ຂອງລາວ ບໍ່ສາມາດ ຄວບຄຸມໄດ້ ຈົນກະທັ້ງ ຣັຖບານລາວ ໄດ້ສັ່ງ ຫ້າມ ບໍ່ໃຫ້ມີການ ສຳປະທານ ພື້ນທີ່ ປູກກ້ວຍ ຕື່ມອີກ, ແລະ ມີຄຳສັ່ງໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງ ລົງກວດກາ ການໃຊ້ ສານເຄມີ ໃນສວນ ກ້ວຍ ຢູ່ເປັນປະຈຳ.