ໃນມື້ວັນທີ 25 ພຶສພາ ຜ່ານມາ ເຈົ້າຫນ້າທີ່ຕຳຣວດ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ໄດ້່ກວດພົບເຫັນຊາວນຸ່ມຕັ້ງວົງຊຸມແຊວ ກັນສົ່ງສຽງດັງ ປະມານ 7 ຄົນ ຢູ່ບ້ານຫ້ອງແຖວ ຫນອງທາເຫນືອ, ຈຶ່ງໄດ້ຈັບກຸມມາສຶກສາອົບຮົມ ແລະ ເຮັດບົດບັນທຶກ ໂດຍບໍ່ໄດ້ ມີການປັບໃຫມແຕ່ຢ່າງໃດ ແຕ່ຖ້າຫາກກວດພົບວ່າ ມີຜູ້ຕິດເຊື້ອໂຄວິດ-19 ຈະຖືກດຳເນີນຄະດີ ຕາມກົດຫມາຍ ທຸກຄົນຖືກກັກໂຕ ເປັນເວລາ 14 ຢູ່ສູນກັກກັນປ້ອງກັນ ໂຄວິດ-19 ຂອງທາງການ ຖ້າເທື່ອທີສອງຫາກຍັງຝ່າຝຶນອີກ ກໍຈະຖືກປັບໃຫມ ແລະລົງໂທດ ຫນັກ. ດັ່ງ ເຈົ້າຫນ້າທີ່ຕຳຣວດ ເມືອງຈັນທະບຸູຣີ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 27 ພຶຶສພາ ນີ້ວ່າ:
“ຖ້າມີການຊຸມແຊວປັບໃຫມເບື້ອງຕົ້ນ ເພິ່ນກໍວ່າບໍ່ທັນໄດ້ເຮັດ ມີແຕ່ວ່າເອົາໄປສຶກສາອົບຮົມ ເຮັດບົດບັນທຶກເປັນຫລັກຖານກ່ອນ ຈັບໄດ້ເພິ່ນກໍເອົາໄປກັກໂຕເລີຍ 14 ວັນ ຖ້າວ່າມັນ ມີເທື່ອທີສອງ ເທື່ອສາມ ເພິ່ນກະຊິວ່າເຣື້ອງ ການປັບໃຫມ ຄັນວ່າມີຕິດເຊື້ອ ເຮົາຕ້ອງໄດ້ລົງໂທດຕາມມາຕການທີ່ວ່າ ເຮົາປະຕິບັດຕໍ່ນາງ 59 ຫັ້ນແຫຼະ ຕ້ອງມີການສືບສວນ ສອບສວນເນາະ.”
ຊາວບ້ານຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ການຕັ້ງວົງຊຸມແຊວກັນ ໃນໄລຍະເວລາ ທີ່ຍັງມີມາຕການປ້ອງກັນໂຄວິດ-19 ຢູ່ນີ້ ຖືວ່າ ເປັນການປະພຶດ ທີ່ຂາດຄວາມຮັບຜິດ ຊອບ ຊຶ່ງເປັນການສ່ຽງຕໍ່ການແຜ່ລາມ ຂອງໂຄວິດ-19 ຢາກໃຫ້ທາງການລົງໄປ ກວດກາ ຢ່າງເຂັ້ມງວດໃນໄລຍະນີ້.
“ເຂົາຖືເບົາເຂົາບໍ່ຢ້ານ ບໍ່ໃຫ້ຄວາມຮ່ວມມື ເພາະມັນບໍ່ໄດ້ຮອດໂຕເຂົາເດ້ ກໍຖືເບົາເປັນສ່ວນໃຫຍ່ ຢາກໃຫ້ເຈົ້າຫນ້າທີ່ລົງໂຕຈິງຖ້າ ຍັງບໍ່ຟັງ ເພີ່ນກໍຈະໄປສຶກສາອົບຮົມ ຂັ້ນນຶ່ງ ຂັ້ນສອງ ຂັ້ນສາມ.”
ຊາວບ້ານຢູ່ແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ ພວກຊາວຫນຸ່ມຕັ້ງວົງກິນເຫລົ້າ ກິນເບັຽກັນນັ້ນມີຢູ່ຕລອດ ຖືວ່າເປັນພຶດຕິກັມທີ່ ຣະເມີດຂໍ້ຫ້າມຂອງທາງການ ເຮັດໃຫ້ຄົນອື່ນຮູ້ສຶກ ຢ້ານກົວ, ທີ່ຜ່ານມາ ກໍເຫັນເຈົ້າຫນ້າທີ່ ປກສ ລົງກວດກາຢູ່.
“ຄົນບໍ່ຢາກຈະເຂົ້າໄປປານໃດນ່າ ສ່ວນຫລາຍມັນກໍພວກວັຍລຸ້ນນີ້ແຫຼະ ຊຸມແຊວງກິນເຫລົ້າກິນເບັຽນີ້ ໂອ້ຍຫຼາຍແລ້ວດຽວນີ້ຢູ່ໃນ ສັງຄົມບໍ່ວ່າຢູ່ໃສດອກ ຢູ່ບ້ານຂ້ອຍມັນກໍເລີ້ມແລ້ວ ເດ້ດຽວນີ້ ຄືເວົ້າແຫຼະຖືເບົາ ມີຄວາມມືນເມົາໃນໂຕ ແລະ ມັນບໍ່ໄດ້ຢ້ານເດ້ ແລະ ປກສ ກຸ່ມເຂົາລົງມາມັນກໍມີຄວາມສງົບ.”
ຊາວບ້ານຢູ່ແຂວງບໍ່ແກ້ວ ທ່ານນຶ່ງເວົ້າວ່າ ການຕັ້ງວົນຊຸມແຊວກັນສ່ວນໃຫຍ່ ຈະມີແຕ່ຊາວຫນຸ່ມ ເປັນການຝ່າຝືນມາຕການຕ້ານ ໂຄວິດ-19 ຂອງທາງການ ແຕ່ເຈົ້າຫນ້າທີ່ບໍ່ແກ້ວ ເຂັ້ມງວດຫລາຍຂຶ້ນ ໃນເວລານີ້.
“ພວກຕັ້ງວົງຊຸມແຊວ ຂັດກັບຄຳສັ່ງຂອງນາຍົກຫັ້ນແຫຼະ ເພິ່ນບໍ່ໃຫ້ເຮັດເດ້ ບໍ່ຢ້ານຫັ້ນນ່າ ພວກຊາວຫນຸ່ມໄປອອກແຮງງານໄຖໄຮ່ ໄຖນາມັນກໍແກ້ເມື່ອຍ ກອງຫຼອນເຂົາກໍຕິດຕາມ ຢູ່ເດ້.”
ກ່ຽວກັບເຣື້ອງນີ້ ເຈົ້າຫນ້າທີ່ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທ່ານນື່ງເວົ້າວ່າ ຜ່ານມາ ເຈົ້າຫນ້າທີ່ ປກສ ກໍໄດ້ລົງໄປ ກວດກາຢູຸ່ຕລອດ ຖ້າພົບເຫັນກໍໄດ້ກັກໂຕມາ ສຶກສາອົບຮົມ ດັ່ງໃນມື້ວັນທີ 24 ພຶສພາ ຜ່ານມາກໍມີຊາວຫນຸ່ມ ຈຳນວນນຶ່ງໄດ້ຕັ້ງວົງ ຊຸມແຊວກັນ ກິນເຫລົ້າຢູ່ບ້ານດົງໂພເລົ້າ ເຈົ້າຫນ້າທີ່ກໍໄດ້ເອົາໄປກັກໂຕ ຢູ່ສູນປ້ອງກັນ ໂຄວິດ-19 ເປັນເວລາ 14 ມື້. ນອກຈາກນີ້ ເຈົ້າຫນ້າທີ່ ປກສ ຍັງໄດ້ຮ່ວມມືກັບອຳນາດ ການປົກຄອງທ້ອງຖິ່ນ ໃນການຕິດຕາມກວດກາ ກຸ່ມທີ່ຕັ້ງວົງກັນຊຸມແຊວຢ່າງເຂັ້ມງວດ.
“ພວກເຮົາໄດ້ນຳໃຊ້ມາຕການ ອັນທີນຶ່ງກໍແມ່ນສຶກສາອົບຮົມ ຂຽນບົດບັນທຶກກ່າວເຕື່ອນ ພ້ອມທັງອອກຂ່າວເອົາຄົນ ໄປກັກຂັງຊົ່ວ ຄາວຂອງເຮົາຫັ້ນວ່າໂທດປັບໃຫມ ຍັງບໍ່ທັນໄດ້ມີ ຖ້າວ່າ ຜູ້ທີ່ຢູ່ໃນຊຸມແຊວວົງຫັ້ນ ຕ້ອງສະແດງຄວາມຮັບຜິດຊອບ ຂອງກົດຫມາຍ ເວົ້າທາງແພ່ງ ແລະ ທາງອາຍາ.”
ກ່ຽວກັບເຣື້ອງນີ້ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກໍໄດ້ຮຽກຮ້ອງມາຍັງ ປະຊາຊົນໃຫ້ປະຕິບັດຕາມຄຳສັ່ງ ເລກທີ 15/ນຍ ແລະ ແຈ້ງການເລກທີ 02 /ຈນວ ຢ່າງເຂັ້ມງວດ ຖ້າຍັງຣະເມີດຈະໃຊ້ ມາຕການຕາມກົດຫມາຍ ໃຫ້ຮ່ວມມືກັບເຈົ້າຫນ້າທີ່ ໃນໄລຍະໂຄວິດ-19 ຖ້າຫາກປະຊາຊົນຜູ້ໃດ ຫາກພົບເຫັນສະຖານທີ່ໃດ ບຸກຄົນໃດ ຍັງຕັ້ງວົງຊຸມແຊວກັນຢູ່ ໃຫ້ໂທແຈ້ງການຕໍ່ ເຈົ້າຫນ້າທີ່ ປສກ ຫລືເຈົ້າຫນ້າທີ່ກ່ຽວຂ້ອງ ໂດຍດ່ວນ.