ຄົນງານສວນກ້ວຍປ່ວຍຍ້ອນ ເຄມີ

ມະນີຈັນ
2016.11.03
F-chemical-patient ຄົນງານລາວ ທີ່ ເຈັບເປັນຢູ່ ບ້ານດອນຄຳ ເມືອງຮຸນ ແຂວງອຸດົມໄຊ ໄດ້ເຮັດວຽກ 2 ປີ ຢູ່ສວນກ້ວຍຈີນ ດຽວນີ້ເຈັບໜັກ ໝໍບອກວ່າ ຊ່ອຍບໍ່ໄດ້ແລ້ວ ປະຊາຊົນລາວ ອີກຫລາຍໆຄົນ ບໍ່ຮູ້ເຖິງຜົນຮ້າຍ ຂອງສານເຄມີ ທີຈີນເອົາມາໃຊ້ ໃນສວນກ້ວຍ. ການເຮັດວຽກ ກໍບໍ່ມີການປ້ອງກັນ (ພາບຖ່າຍຄົນເຈັບ ວັນທີ 1 ພຶສຈິກາ 2016)
Courtesy of Tholakhong

ສານເຄມີ ທີ່ໃຊ້ໃນສວນກ້ວຍ ຂອງ ບໍຣິສັດ ຈີນ ຢູ່ເມືອງຮຸນ ແຂວງ ອຸດົມໄຊ ສົ່ງ ຜົລກະທົບ ຕໍ່ ສຸຂພາບ ຂອງຄົນງານ ແລະ ຊາວບ້ານ ທ້ອງຖິ່ນ ຫຼາຍຄົນ, ເຮັດໃຫ້ ພວກເຂົາເຈົ້າ ເຈັບປ່ວຍ, ວິນຫົວ, ເປັນໂຣຄ ກ່ຽວກັບ ເສັ້ນປະສາດ ຊຶ່ງ ເຈົ້າໜ້າທີ່ ໂຮງໝໍ ເມືອງນີ້ ກ່າວຕໍ່ RFA ວ່າ ບໍຣິສັດ ສວນກ້ວຍຈີນ ຈະພາຄົນງານ ຂອງ ຕົນມາກວດ ຢູ່ໂຮງໝໍນີ້ ເປັນປະຈຳ, ແຕ່ລະເທື່ອ ບໍ່ແມ່ນຄົນເກົ່າ. ດັ່ງນັ້ນຈຶ່ງ ບໍ່ໄດ້ ຕິດຕາມ ອາການ ແລະ ປິ່ນປົວ ພວກເຂົາເຈົ້າ ຢ່າງ ຕໍ່ເນຶ່ອງໄດ້:

"ເອີສ່ວນຫຼາຍ ຈະມີເຣື່ອງລະບົບ ປະສາດຊື່ໆ ມີແຕ່ເຂົ້າມາ ຍ້ອນເມື່ອຍ ລະກໍເຈັບ ປວດປະສາດ ວິນຫົວ ຫຍັງຕ່າງໆ ເຂົາເຈົ້າມາກວດ ແລ້ວກໍກັບ ມາກວດແລ້ວກັບ ເພາະວ່າ ມີຫົວໜ້າ ບໍຣິສັດ ເຂົາເຈົ້າ ບໍຣິສັດຈີນ ພາມາກວດ ແລ້ວ ກໍພາກັບ ຜູ້ນຶ່ງມາກວດ ແລ້ວກໍພາກັບ ໄປບໍ່ຮູ້ວ່າ ດີບໍ່ດີ ແລ້ວບໍ່ມາເລີຍ".

ທ່ານກ່າວ ຕື່ມອີກວ່າ ບໍຣິສັດ ປູກກ້ວຍຈີນ ຈະພາຄົນງານ ຂອງຕົນມາ ໂຮງໝໍ ຢ່າງໜ້ອຍ ເດືອນລະຄັ້ງ ແລະ ຄົນງານນັ້ນ ກໍບໍ່ເປັນຄົນ ໃນທ້ອງຖິ່ນ, ມາຈາກ ຫຼາຍແຂວງ ພາກເໜືອ.

ເມື່ອວັນທີ 1 ພຶສຈິກາ, ໂທລະໂຄ່ງ ໄດ້ເຜີຍແພ່ຮູບ ຂອງຄົນງານ ໃນສວນກ້ວຍ ຈີນ ຢູ່ເມືອງຮຸນ ແຂວງ ອຸດົມໄຊ ທີ່ປ່ວຍ ເປັນໂຣຄ ສມອງອັກເສບ, ຈ່ອຍ, ອ່ອນເພັຽ, ບໍ່ສາມາດ ເຮັດວຽກໄດ້ ຍ້ອນ ສານພິດເຄມີ ທີ່ຖືກນຳໃຊ້ ໃນສວນກ້ວຍ ນັ້ນ. ກ່ຽວກັບ ເຣຶ່ອງ ທີ່ວ່ານີ້ ປະຊາຊົນ ຢູ່ເມືອງຮຸນ ໄດ້ກ່າວຕໍ່ RFA ວ່າ ສານເຄມີ ເຫລົ່ານັ້ນ ແມ່ນຄົນຈີນ ລັກນໍາໃຊ້ ໃນສວນກ້ວຍ. ແຕ່ເມື່ອ ເຈົ້າໜ້າທີ່ ເມືອງ ມາກວດ ເຂົາເຈົ້າ ຢືນຢັນວ່າ ບໍ່ໄດ້ໃຊ້ ສານເຄມີ ທີ່ເປັນ ອັນຕະລາຍ ຂນະທີ່ ປະຊາຊົນ ໃນແຖບນັ້ນ ໄດ້ຮັບ ຄວາມເດືອດຮ້ອນ ຫຼາຍ ຈາກ ສານເຄມີ:

"ຖືວ່າສວນກ້ວຍນີ້ ມີຈໍານວນ ເປັນພັນ ເຮັກຕາ 2 ພັນ ເຮັກຕາ ແມ່ນພວກຈີນ ໃຊ້ ສານເຄມີ ຈີນ ເຂົາເຈົ້າເນາະ ເວລາ ກະສິກັມ ຂອງ ແຂວງ ຂອງກະຊວງ ລົງກວດ ເຂົາເຈົ້າວ່າ ບໍ່ມີ ສານເຄມີ ເນາະ ຜົລສຸດທ້າຍ ປະຊາຊົນ ຖືກ ສານເຄມີ ເອີ້ຍ ແຫລ່ງນໍ້ານີ້ ປູປານານໍ້ານີ້ ຕາຍຫຼາຍ ຕາຍເຍິະເລີຍ ໃຊ້ ບໍ່ໄດ້ເລີຍ ອາບບໍ່ໄດ້ ດື່ມບໍ່ໄດ້ ຖືວ່າມີ ສານເຄມີ".

ແລະ ເມື່ອອາທິດ ຜ່ານມາ ສະມາຊິກ ສະພາ ແຫ່ງຊາດ ຫຼາຍທ່ານ ກໍໄດ້ສເນີ ໃຫ້ ຣັຖບາລລາວ ເຂັ້ມງວດ ໃນເຣຶ່ອງການ ໃຊ້ ສານເຄມີ ໃນດ້ານ ກະສິກັມ ທົ່ວປະເທດ ເປັນຕົ້ນ ໃນສວນກ້ວຍ ຢູ່ ພາກເໜືອ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.