ເຈົ້າໜ້າທີ່ໄທຍຍຶດ ຜ້າອັດປາກ ໄປຈາກລາວ

ໄຊຍາ
2020.07.24
f-mask ໃນຂນະທີ່ ປະຊາຊົນທຸກຊັ້ນທຸກວັຍ ຢູ່ທາງປະເທດໄທຍ ຍັງຕ້ອງໄດ້ຈິງຈັງກັບ ການປ້ອງກັນການແຜ່ຣະບາດ ຂອງພຍາດໂຄວິດ-19 ຈຶ່ງເຮັດໃຫ້ຜ້າອັດປາກ ມີຣາຄາແພງ
ນັກຂ່າວພົລເມືອງ

ທະຫານພານ ແຂວງມຸກດາຫານ ກວດພົຍຜ້າອັດປາກ ຈຳນວນ 05 ພັນອັນຊຶ່ງຜູ້ຕ້ອງສົງສັຍ ເປັນຄົນລາວ 03 ຄົນ ລັກຂົນເຂົ້າມາຈາກຝັ່ງ ລາວ ໃນວັນທີ 17 ກໍຣະກະດາ ຢູ່ແຄມຝັ່ງນໍ້າຂອງ ບ້ານບາງຊາຍໃຫຍ່ ເມືອງມຸກດາຫານ ແຂວງມຸກດາຫານ ເຊີ່ງຂົນສົ່ງຫ້ວຍເຮືອຫາປາ ຂນາດນ້ອຍແລ່ນມາຈາກຝັ່ງລາວ ເພື່ອເຂົ້າມາຝັ່ງໄທຍ.

ຈາກການການກວດເຫັນຜ້າ ອັດປາກທັງໝົດນໍາເຂົ້າຈາກ ປະເທດວຽດນາມ ໂດຍເຄື່ອງດັ່ງກ່າວ ບໍ່ຜ່ານການກວດກາຈາກ ດ້ານພາສີ ແລະ ບໍ່ຜ່ານການກວດກາສາທາຣະນະສຸຂ. ດັ່ງເຈົ້າໜ້າທີ່ທະຫານພານ ແຂວງມຸກດາຫານ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ກໍຣະກະດາວ່າ:

"ບໍ່ເຫັນຜູ້ຕ້ອງຫາເພາະວ່າກະໂດດນໍ້າ ໜີຂຶ້ນເຮືອກັນໄປ 03 ຄົນ ຂຶ້ນເຮືອອອກນອກນ່ານນໍ້າເຮົາ ບໍ່ມີສິດຈັບກາງລຳນໍ້າ ມັນແຕກຕ່າງພຽງ ຫີບຫໍ່ບັນຈຸ ພາຍໃນຄືກັນທຸກຢ່າງ ຂໍ້ທຳອິດຄື ບໍ່ເສັຍພາສີ ຂໍ້ສອງເຮົາບໍ່ສາມາດ ຢືນຢັນມາຕຖານ ເພາະມັນບໍ່ຜ່ານ ກົມອາຫານແລະຢາ ມັນບໍ່ຜ່ານຂະບວນການ ສາທາຣະນະສຸຂ ຂອງໄທຍ."

ທ່ານໄດ້ກ່າວຕື່ມວ່າ ສາເຫດທີ່ມີການລັກເອົາຜ້າອັດປາກເຂົ້າມາໄທຍ ຍ້ອນໃນໄລຍະນີ້ຜ້າ ອັດປາກຢູ່ ໄທຍ ຂ້ອນຂ້າງຣາຄາສູງ ແລະ ໄທຍ ສ່ວນຫຼາຍໃຊ້ກັນຫຼາຍ ຖ້າລັກລອບເຂົ້າມາ ຈະມີຣາຄາບໍ່ແພງ, ຕັ້ງແຕ່ເດືອນມີນາ ຜ່ານມາກວດຢຶດຫນ້າກາກ ອະນາມັຍໄດ້ປະມານ 06 ໝື່ນອັນ ສ່ວນໃຫຍ່ຖືກລັກລອບ ມາຈາກຝັ່ງລາວ ໂດຍນໍາເຂົ້າຈາກ ປະເທດວຽດນາມ.

"ຫນ້າກາກອະນາມັຍປົກກະຕິ ມັນບໍ່ເຂົ້າມາໃນ ໄທຍ ຫນ້າກາກ ຢູ່ໄທຍຣາຄາແພງ ເພາະວ່າປະຊາຊົນຄົນໄທຍ ນິຍົມໃຊ້ກັນຫຼາຍ ສະເພາະ ທະຫານພານ ຢຶດໄດ້ ຫ້າຫົກຫມື່ນອັນ ແລະ ສະເພາະໄລຍະໂຄວິດ-19 ຣະບາດກໍຄືມັນເປັນຂອງວຽດນາມ ແຕ່ວ່າລັກລອບເຂົ້າມາທາງ ຝັ່ງລາວ ແນ່ນອນກໍຄືຂ້າມມາຝັ່ງມຸກດາຫານ ຂ້າມໄປ ສວັນນະເຂດ."

ສ່ວນເຈົ້າໜ້າທີ່ ແຂວງສວັນນະເຂດ ໄດ້ເວົ້າວ່າ ໄລຍະທີ່ຂາດແຄນຜ້າອັດປາກ ກໍ່ມີຄົນລາວຈຳນວນນຶ່ງ ລັກຂົນຜັ້າອັດປາກ ມາຈາກປະເທດ ວຽດນາມຫລາຍ ໂດຍບໍ່ຜ່ານການກວດກາ ເຈົ້າຫນ້າທີ່ ສາທາຣະນະສຸຂ ເຊົ່ງເຈົ້າຫນ້າທີ່ ກໍສາມາດຈັບໄດ້ ແລະດຳເນີນການຕາມກົດໝາຍ.

"ໂຕນີ້ຕາມທີ່ຮູ້ກະມີສ່ວນນຶ່ງ ທີ່ລັກລອບຕາມເສັ້ນທາງ ມາແຕ່ພຸ້ນແລ້ວ ທາງວຽດນາມ ກະມີແຕ່ວ່າຄຸນນະພາບຈຳນວນນຶ່ງ ກໍເຫັນວ່າ ຄຸນນະພາບ ບໍ່ທັນໄດ້ເພາະເສັ້ນທາງລາວ ວຽດນາມ ມັນມີຫລາຍຊ່ອງທາງ ແບບດຽວກັນກັບໄທຍກັບລາວ ດຽວນີ້ໜ້າກາກ ອະນາມັຍ ຄົນສ່ວນໃຫຍ່ບໍ່ໃສ່ ແລ້ວເດ້ ຄັນຊາວບ້ານຢູ່ບ້ານນອກ ກະບໍ່ໃສ່."

ທ່ານກ່າວຕື່ມວ່າ ປັດຈຸບັນປະຊາຊົນລາວ ບໍ່ໃສ່ຜ້າອັດປາກກັນແລ້ວ ຊຶ່ງຊາວບ້ານຢູ່ຊົນນະບົດ ບໍ່ໃສ່ເລິຍເພາະຢູ່ລາວ ບໍ່ມີເຊື້ອພຍາດ ໂຄວິດ-19. ໃນຂນະທີ່ຊາວບ້ານ ຢູ່ແຂວງ ສວັນນະເຂດ ກ່າວວ່າຕົນເອງ ກໍໄດ້ຍີນຂ່າວວ່າມີການລັກ ຂົນຜ້າອັດປາກ ເຂົ້າມາທາງ ວຽດນາມບໍ່ຜ່ານການກວດກາ.

"ຂ່າວໃນໂທຣະພາບ ຄັນເຫັນອອກກະຢ້ານຫັ້ນແຫຼ້ວເວີ້ຍ ຮ້ານຂາຍຢາ ກໍບໍ່ຄ່ອຍມີສ່ວນຫລາຍ ຫຼື ແມ່ຄ້າຂາຍຜ້າອັດປາກຫັ້ນກະບໍ່ເຫັນ ເອົາຢູ່ໂຮງຫມໍ ກະບໍ່ໄດ້ເສີຍ ກະເພີ່ນແຈກໃຫ້." 

ເຫດການຈັບຜູ້ລັກລອບນໍາຜ້າອັດປາກ ຈາກລາວມາຂາຍຢູ່ໄທຍ ແມ່ນເກີດຂຶ້ນຕລອດມາຕັ້ງແຕ່ ການເຣີ້ມການຣະບາດ ຂອງພຍາດ ໂຄວິດ-19 ຕຳຣວດໄທຍກໍ່ຈັບໄດ້ຢູ່ເທີງຣົດ ໂດຍສານປະຈຳທາງ ມຸກດາຫານ-ສວັນນະເຂດ ຈຳນວນ 24 ພັນອັນ ໂດຍຜ່ານດ່ານຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 2.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.