ບໍຣິສັດຂໍຮູ້ເງື່ອນໄຂ ກວດສຸຂພາບ ຄົນງານ ປະຈໍາປີ
2020.06.15
ຫຼາຍບໍຣິສັດ ຢູ່ເຂດເສຖກິດພິເສດ ຂໍເບິ່ງເງື່ອນໄຂ ແລະຄ່າໃຊ້ຈ່າຍຕ່າງໆໃນການກວດສຸຂພາບ ຄົນງານປະຈໍາປີ ຂອງສູນກວດສຸຂພາບ ຄົນງານກ່ອນວ່າ ວ່າມີຄ່າໃຊ້ຈ່າຍແນວໃດແດ່ ພາຍຫລັງທີ່ທາງການ ມີແຜນທີ່ຈະໃຫ້ຄົນງານ ຢູ່ໃນເຂດເສຖກິດພິເສດຕ່າງໆ ກວດສຸຂພາບ ປະຈໍາປີ.
ປັດຈຸບັນ ບາງບໍຣິສັດ ບໍ່ມີນະໂຍບາຍອອກຄ່າໃຊ້ຈ່າຍ ໃນການກວດສຸຂພາບປະຈໍາປີ ໃຫ້ຄົນງານ. ຄົນງານສ່ວນໃຫຍ່ ຈະໄດ້ເສັຽຄ່າກວດ ສຸຂພາບເອົາເອງ, ອີງຕາມຄໍາເວົ້າຂອງບໍຣິສັດ ແຫ່ງນຶ່ງຢູ່ໃນເຂດ ເສຖກິດ ພິເສດ ນະຄອນຫລວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມິຖຸນາ ນີ້:
“ມີແຕ່ເຈົ້າໜ້າທີ່ໂທມາສອບຖາມ ແລ້ວຣາຍລະອຽດແນວໃດ ເຮົາກະຍັງບໍ່ເຫັນເທື່ອ ຄັນສົມມຸດເພິ່ນລົງມາກວດ ມີຄ່າໃຊ້ຈ່າຍບາງຄົນ ກໍ ແບບວ່າຄັນອອກຄ່າໃຊ້ຈ່າຍເອງ ຂະເຈົ້າກະບໍ່ຢາກກວດ ຂ້ອຍໄປກວດ ຢູ່ລາວ-ວຽດ ຄ່າກວດກະຢູ່ປະມານ 8 ແສນ ຫລື 9 ແສນ ໂຕນີ້ທາງບໍຣິສັດ ບໍ່ມີນະໂຍບາຍກວດ ໃຫ້ພະນັກງານ ສ່ວນຫລາຍມີແຕ່ພະນັກງານກວດເອງ ຄ່າໃຊ້ຈ່າຍເອງ.”
ແລະຜູ້ປະກອບການ ບໍຣິສັດອີກແຫ່ງນຶ່ງ ກ່າວວ່າ ຫາກກວດສຸຂພາບ ທົ່ວໄປຕ້ອງລໍເບິ່ງຣາຍລະອຽດ ແລະຄ່າໃຊ້ຈ່າຍຕ່າງໆກ່ອນວ່າມີ ຄວາມຈໍາເປັນຫລາຍບໍ່ ເພາະສ່ວນໃຫຍ່ ເຮັດປະກັນສັງຄົມ ໃຫ້ພວກ ເຂົາເຈົ້າ ແລະ ກໍມີສິດ ກວດຟຣີຢູ່ແລ້ວ. ຫາກທາງການຈະໃຫ້ກວດ ກ່ຽວກັບເຊື້ອພຍາດໂຄວິດ-19 ກໍຈໍາເປັນຕ້ອງກວດ:
“ໂຕນີ້ບໍ່ຮູ້ວ່າມີຄ່າໃຊ້ຈ່າຍອິຫຍັງເພີ່ມບໍ່ ເພາະວ່າພວກເຮົາເຮັດບັດ ປະກັນສັງຄົມໃຫ້ແຮງງານແລ້ວ ເພິ່ນກະກວດຟຣີເລີຍ ອັນນີ້ຂຶ້ນຢູ່ກັບ ເງື່ອນໄຂ ເນາະ ຕ້ອງຖາມກ່ອນວ່າ ມີຄວາມຈໍາເປັນຫລາຍໜ້ອຍຊໍ່າໃດ ຄັນກໍຣະນີ ວ່າພະນັກງານເຮົາ ກໍຣະນີສຸຂພາບແຂງແຮງດີ ແລ້ວກວດມັນກໍເປັນການຍາດແຍ່ງ ເວລາເຮັດວຽກ. ໂອ໊ຍ ຄັນເພິ່ນວ່າຕ້ອງໄດ້ກວດ ໃນຊ່ວງພຍາດ ໂຄວິດພວກເຮົາ ກໍຈະຂັດບໍ່ໄດ້.”
ຜູ້ປະກອບການອີກບໍຣິສັດນຶ່ງ ທີ່ເຂົ້າມາເຮັດທຸຣະກິດ ໃນເຂດເສຖກິດພິເສດ ເວົ້າວ່າປັດຈຸບັນ ທາງບໍຣິສັດ ຍັງບໍ່ທັນໄດ້ເປີດໃຫ້ຄົນງານ ເຮັດວຽກຍັງປິດໃນໄລຍະໄວຣັສໂຄວິດ-19 ຣະບາດນີ້ ແລະຫາກເປີດ ບໍຣິສັດແລ້ວ ກໍຈະຕ້ອງໄດ້ໃຫ້ຄົນງານ ໄປກວດສຸຂພາບປະຈໍາ ປີກ່ອນ ຈະໃຫ້ເຂົ້າເຮັດວຽກ ປັດຈຸບັນ ບໍຣິສັດບໍ່ມີນະໂຍບາຍ ອອກຄ່າໃຊ້ຈ່າຍ ກວດສຸຂພາບໃຫ້ ແຕ່ໃນອະນາຄົດ ກໍມີແຜນຢູ່ວ່າຈະ ອອກຄ່າ ໃຊ້ຈ່າຍກວດສຸຂພາບປະຈໍາປີ ໃຫ້ຄົນງານ:
"ທ່ານເວົ້າວ່າ ຖ້າເປັນສຸຂພາບປະຈໍາປີ ຕອນນີີ້ເຮົາຍັງບໍ່ໄດ້ສລຸບເຣື່ອງນະໂຍບາຍ ເປັນໂຄງການເບື້ອງຕົ້ນ ຢູ່ໃນສວັດດິການ ຈະປະຊຸມກັບ ຝ່າຍບໍຣິຫານ ແລະ ສລຸບອີກເທື່ອນຶ່ງ ເພາະວ່າບໍຣິສັດຍັງປິດໂຄວິດ ຢູ່ ແລະຂຍາຍກໍ່ສ້າງເພີ່ມຕື່ມຢູ່."
ກ່ຽວກັບເຣື່ອງນີ້ ສູນກວດສຸຂພາບແຮງງານ ເວົ້າວ່າ ປັດຈຸບັນ ເລີ່ມລົງກວດຕາມ ບໍຣິສັດຕ່າງໆ ຢູ່ເຂດນະຄອນຫລວງວຽງຈັນແລ້ວ ມີບາງ ບໍຣິສັດເທົ່ານັ້ນ ທີ່ຕົກລົງກັບສູນກວດສຸຂພາບແຮງງານ ເບື້ອງຕົ້ນ ທາງສູນຈະແຈ້ງຣາຍລະອຽດ ກ່ຽວກັບຄ່າໃຊ້ຈ່າຍ ໃນການກວດສຸຂພາບ ໄປໃຫ້ແຕ່ລະ ບໍຣິສັດຮູ້, ບໍ່ໄດ້ກວດໃຫ້ຟຣີ, ອາທິດໜ້າ ຈະລົງກວດທີ່ ແຂວງສວັນນະເຂດ. ສ່ວນແຂວງບໍ່ແກ້ວ ກໍາລັງວາງແຜນ, ດັ່ງທີ່ ທ່ານກ່າວວ່າ:
“ເຮົາລົງໄດ້ທຸກເຂດກວ້າງ package ສເນີໃຫ້ກັບບໍຣິສັດ ຖ້າທາງບໍຣິສັດໃດ ເຫັນດີແລ້ວເນາະ ຈະມາຂຶ້ນແຜນກັນວ່າ ເຮົາກວດໃນເດືອນ ໃດຜ່ານມາເຮົາກະລົງກວດ ບາງຫົວໜ່ວຍຄືເຂດເສຖກິດໄຊເສດຖາ ແລະ ກະເຂດເສຖກິດ ສວັນນະເຂດ ຄືທີມງານເຮົາກໍໄດ້ລົງເຜີຍແຜ່ ແລ້ວ ບໍ່ແລ້ວກໍາລັງຂຶ້ນແຜ່ນ.”
ຫລາຍບໍຣິສັດ ຢູ່ໃນເຂດເສຖກິດພິເສດ ຍັງລໍຖ້າເບິ່ງເງື່ອນໄຂ ຄ່າໃຊ້ຈ່າຍຕ່າງໆໃນການ ກວດສຸຂພາບປະຈໍາປີ ໃຫ້ຄົນງານທີ່ ຫ້ອງການ ສົ່ງເສີມ ແລະຄຸ້ມຄອງ ເຂດເສຖກິດພິເສດ, ສູນກວດສຸຂພາບ ແຮງງານ ແລະໂຮງໝໍມິຕພາບ ໄດ້ລົງບັນທຶກ ໃນມື້ວັນທີ 12 ມິຖຸນາ ນີ້ ໃນການຈັດຕັ້ງ ປະຕິບັດ ການກວດສຸຂພາບປະຈໍາປີ ໃຫ້ຄົນງານຢູ່ໃນເຂດ ເສຖກິດ ພິເສດ ໃນທົ່ວປະເທດ.
ບາງບໍຣິສັດຢູ່ໃນເຂດເສຖກິດພິເສດ ກໍມີປະກັນສັງຄົມ ກວດສຸຂພາບຟຣີ ໃຫ້ແຮງງານຢູ່ແລ້ວ, ບາງບໍຣິສັດກໍບໍ່ມີນະໂຍບາຍ ອອກຄ່າໃຊ້ ຈ່າຍໃຫ້ ເພາະປົກຕິການກວດສຸຂພາບ ຄົນງານຕ້ອງອອກຄ່າ ໃຊ້ຈ່າຍເອງ.
ປັດຈຸບັນ ລາວ ມີເຂດເສຖກິດພິເສດ 12 ແຫ່ງຢູ່ 6 ແຂວງຄື ນະຄອນຫລວງວຽງຈັນ ແຂວງວຽງຈັນ, ຫລວງນໍ້າທາ, ສວັນນະເຂດ, ຄໍາມ່ວນ ແລະແຂວງຈໍາປາສັກ. ເຂດເສຖກິດພິເສດ ຢູ່ໃນນະຄອນຫລວງ ວຽງຈັນ ມີຜູ້ມາລົງທຶນຈົດທະບຽນ 845 ບໍຣິສັດ ຊຶ່ງສ່ວນໃຫຍ່ ເປັນນັກລົງທຶນ ຕ່າງປະເທດ, ມີຄົນງານລາວ ແລະຕ່າງປະເທດ ປະມານ 50 ພັນປາຍຄົນ. ໃນນັ້ນ ມີຄົນຕ່າງປະເທດ 40 ພັນປາຍຄົນ.