ກະຊວງອຸດສາຫະກັມ ແລະການຄ້າ ສັ່ງໃຫ້ຜູ້ປະກອບການໂຮງຂ້າສັດ ກວ່າ 50 ແຫ່ງ ທົ່ວປະເທດ ໃຫ້ແກ້ໄຂບັນຫາ ດ້ານຄຸນນະພາບ ແລະມາຕຖານ ຕາມທີ່ທາງການໄດ້ກຳນົດໄວ້, ດັ່ງເຈົ້າໜ້າທີ່ ກົມອຸດສາຫະກັມ ແລະການຄ້າ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 11 ພຶສພາ ນີ້ວ່າ:
"ແມ່ນໆຢູ່ເຈົ້າ ສະເພາະໃນແຂວງກໍ່ຫລາຍຢູ່ ແຕ່ວ່າໃນຕົວເມືອງ ອັນນັ້ນໃນຕົວເທສບານ ກໍ່ມີ 2 ແຫ່ງ ຂ້ອນຂ້າງ ແບບປະຖົມປະຖານ ພຸ້ນແຫລະໂຮງຂ້າສັດ ເຂົາກໍ່ຄ່ອຍປັບປຸງໃຫ້ດີຂື້ນ ແຕ່ວ່າ ໃນຕໍ່ໜ້າກໍ່ສິປັບປຸງ."
ໂຮງງານຂ້າສັດໃນລາວ ສ່ວນຫຼາຍຂາດຄຸນນະພາບ ແລະມາຕຖານເປັນຕົ້ນ ອາຄານຂ້າສັດ ບໍ່ມີຫ້ອງການ ປະຕິບັດວຽກງານ ບໍ່ມີບ່ອນ ພັກສັດ ເປັນອາຄານເປີດໂລ່ງ ບໍ່ມີຫລັງຄາ ພື້ນທີ່ຈັດສັນ ບໍ່ເປັນລະບຽບຮຽບຮ້ອຍ ບໍ່ມີສາງແຊ່ເຢັນ ບໍ່ມີສັນຍານເຕືອນພັຍແລະປ້າຍເຕືອນ ຕ່າງໆ, ດັ່ງເຈົ້າໜ້າທີ່ ໄດ້ກ່າວຕື່ມວ່າ:
"ອັນນີ້ວຽກ ແມ່ນ ກົມອຸດສາຫະກັມເນາະ ເພິ່ນກຳລັງ ຍົກຣະດັບ ເພິ່ນສິໃຫ້ມັນ ເປັນມາຕຖານດຽວ ກ່ຽວກັບໂຮງງານຂ້າສັດ ນີ້ນ່າ ແມ່ນແຫລະ ເຊີນບັນດາ ພໍ່ຄ້າສັດໄປເວົ້າ ເພິ່ນຢາກຍົກໃຫ້ມັນ ທັນສະໄໝຂຶ້ນ ໃຫ້ມັນໄດ້ມາດຕະຖານ ແມ່ນແຫລະ ສິໄດ້ກ້າວເຂົ້າໄປ ໃນລັກສນະນັ້ນແຫລະ."
ຜົນຂອງການກວດກາ ໂຮງຂ້າສັດທີ່ໄດ້ຮັບອະນຸຍາດ ໃຫ້ດຳເນີນກິຈການ ຈຳນວນຫຼາຍກວ່າ 50 ແຫ່ງ ທົ່ວປະເທດ ແມ່ນບໍ່ມີຄຸນນະພາບ ແລະມາຕຖານຕາມເງື່ອນໄຂ ທີ່ທາງການກຳນົດໄວ້ ໃນນັ້ນ ທີ່ນະຄອນຫລວງວຽງຈັນ ມີ 28 ແຫ່ງ, ແຂວງສວັນນະເຂດ ມີ 10 ແຫ່ງ ແລະ ອີກຈຳນວນຫຼາຍແຫ່ງ ກະຈາຍຕາມແຂວງຕ່າງໆ.
ເຖິງຢ່າງໃດກໍ່ດີ ກົມອຸດສາຫະກັມແລະການຄ້າ ໄດ້ວາງເປົ້າໝາຍຍົກລະດັບ ໃນການປັບປຸງ ໂຮງຂ້າສັດທຸກແຫ່ງທົ່ວປະເທດ ພາຍໃນປີ 2018 ນີ້.