ຄົນງານລາວຈາກໄທສ່ວນຫຼາຍ ອອກສູນແລ້ວ

ມະນີຈັນ
2020.05.08
F-workers ຊາວລາວທີ່ກັບຈາກ ໄທ ໂດຍໃຊ້ດ່ານນ້ອຍ ທັມມະດາ ຊຶ່ງບໍ່ຮູ້ວ່າມີການກວດກາ ເຣື້ອງການລະບາດ ຂອງ ພຍາດໂຄວິດ-19 ຫຼືບໍ່
ຮູບຈາກ : ນັກຂ່າວພົລເມືອງ

ຄົນງານລາວ ທີ່ກັບມາຈາກໄທ ເມື່ອຕົ້ນເດືອນເມສາ ທີ່ຜ່ານມາ ອອກຈາກສູນກັກກັນຊົ່ວຄາວ ຢູ່ເມືອງແລະແຂວງຕ່າງໆ ເກືອບໝົດແລ້ວ. ເປັນຕົ້ນ ຢູ່ແຂວງສວັນນະເຂດ ທີ່ມີຄົນງານລາວກັບຈາກໄທ 20 ພັນ ປາຍຄົນ ໃນຈໍານວນ 27 ພັນປາຍຄົນ ທີ່ຜ່ານດ່ານຂົວມິຕພາບ ລາວ-ໄທ ແຫ່ງທີ 2. ພວກເຂົາເຈົ້າ ໄດ້ກັບເມືອເຮືອນ ແລະ ມີເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ທ້ອງຖິ່ນຕິດຕາມອາການ.

ອີງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ເມືອງນຶ່ງ ໃນແຂວງສວັນນະເຂດ ຕໍ່ RFA ໃນມື້ວັນທີ 8 ພຶສພາ ນີ້, ປັດຈຸບັນຍັງເຫລືອແຕ່ພວກເດີນທາງ ເຂົ້າມາໃໝ່ 100 ປາຍຄົນ ຊຶ່ງສ່ວນໃຫຍ່ມາຈາກໄທ ແລະເຈົ້າໜ້າທີ່ ຍັງກັກກັນຕົວໄວ້ 14 ມື້ ຕາມຣະບຽບການ. ທ່ານເວົ້າວ່າ ຢູ່ເຂດ ເມືອງຂອງທ່ານ ແຕ່ກ່ອນ ມີ 6 ພັນ ປາຍຄົນ:

“ສ່ວນໃຫຍ່ກັບເມື່ອເຮືອນ ໝົດແລ້ວ ກະ 6 ພັນ ປາຍຄົນ ຕິດຕາມຢູ່ບ້ານອີກ. ເຮົາມີສາຍຣະບົບຣາຍງານ ມີຄົນໃໝ່ຈໍານວນນຶ່ງເຂົ້າມາມື້ນີ້ ລະຄົນສອງຄົນສາມຄົນ ເຂົ້າມາຈາກຕ່າງປະເທດ ຫັ້ນແຫລະ ເຮົາກໍໄດ້ໄປຮັບຢູ່ ແຂວງຈໍາປາສັກ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ໄດ້ຕຽມສະຖານທີ່ກັກກັນຕົວໄວ້ຮອງຮັບ ຄົນງານລາວທີ່ກັບມາຈາກຕ່າງປະເທດ ກຸ່ມໃໝ່ແລະເຈົ້າໜ້າທີ່ຕ່າງ ປະເທດ ທີ່ຈະມາເຮັດວຽກຢູ່ລາວ ໄວ້ແລ້ວ  ຊຶ່ງເບື້ອງຕົ້ນຈະໃຊ້ຫໍພັກ ບ້ານພັກ ເປັນສະຖານທີ່ກັກກັນ.

ໃນຂນະດຽວກັນ ເຈົ້າໜ້າທີ່ແຂວງຈໍາປາສັກ ເວົ້າວ່າ ແຂວງຈໍາປາສັກ ມີຄົນງານລາວ 3 ພັນປາຍຄົນ ທີ່ຖືກກັກກັນໂຕ ກໍໄດ້ໃຫ້ກັບເມືອ ເຮືອນໝົດແລ້ວ ໂດຍມີເຈົ້າໜ້າທີ່ ຄອຍຕິດ ຕາມຄືກັນ ຊຶ່ງມາຮອດມື້ນີ້ ກໍບໍ່ມີຜູ້ໃດປາກົດວ່າມີເຊື້ອ. ແຂວງຈໍາປາສັກ ປັດຈຸບັນ ມີຄົນລາວ ທີ່ວ່າງງານ ເດີນທາງເຂົ້າມາຈໍານວນນຶ່ງ ທັ້ງໆທີ່ດ່ານຍັງບໍ່ໄດ້ເປີດ ແຕ່ເຈົ້າໜ້າທີ່ກໍຈໍາຕ້ອງໃຫ້ເຂົ້າ ແລະ ກໍຕ້ອງຖືກກັກກັນໂຕ 14 ມື້:

“ເພິ່ນກໍກັບໄປໝົດແລ້ວ ຍັງແຕ່ສູນຂອງແຂວງເຮົານີ໋ຍັງຢູ່ 3 ສູນສ່ວນໃຫຍ່ກໍມາຈາກໄທ ປົກກະຕິເພິ່ນກະບໍ່ເປີດຫັ້ນແຫລະ. ລາວເຮົາກໍສິ ຮັບຫັ້ນ ແຫລະ ກະກັກໝົດຫັ້ນແຫລະ.”  

ທ່ານກ່າວຕື່ມວ່າປັດຈຸບັນ ແຂວງຈໍາປາສັກ ໄດ້ຕຽມສະຖານທີ່ ຮອງຮັບຄົນງານລາວກຸ່ມໃໝ່ ທີ່ກັບມາຈາກຕ່າງປະເທດໄວ້ 3 ແຫ່ງຢູ່ນະ ຄອນປາກເຊ ແລະເມືອງປະທຸມພອນ ນອກນັ້ນປິດໝົດແລ້ວ ໂດຍຈະໃຊ້ໂຮງໝໍ ເຮືອນພັກຕ່າງໆ ເປັນສະຖານທີ່ກັກກັນໂຕ.

ທີ່ແຂວງຄໍາມ່ວນ ເຈົ້າໜ້າທີ່ເວົ້າວ່າ ມີຄົນງານລາວຖືກກັກກັນຕົວທັງໝົດ 7 ພັນປາຍຄົນ ຊຶ່ງຂນະນີ້ສ່ວນໃຫຍ່ ກັບເມືອເຮືອນແລ້ວຈະ ເຫລືອສູນລະຄົນເທົ່ານັ້ນ:

"ແຂວງຄໍາມ່ວນປະມານ 7 ພັນປາຍຄົນກັບມານະ ເມືອເປັນສ່ວນຫຼາຍແລ້ວ ແຕ່ລະສູນແຕ່ລະບ່ອນ ຖືວ່າຢາກໝົດແລ້ວນະ. ເຂົາກັບ ເມືອເຮືອນເມືອຊານ ກັນສິໝົດແລ້ວ. ມີແຕ່ລະສູນກໍດ້າມຄົນນີ້.”  

ແຂວງສາລະວັນ ເຈົ້າໜ້າທີ່ແຂວງທ່ານນຶ່ງ ກໍກ່າວຕໍ່ RFA ວ່າ ແຂວງສາລະວັນ ມີຄົນງານລາວທີ່ກັບມາຈາກປະເທດໄທ 2 ພັນປາຍຄົນ, ທາງເຈົ້າໜ້າທີ່ ໄດ້ເມືອເຮືອນໝົດແລ້ວ, ບໍ່ມີຜູ້ໃດຢູ່ສູນກັກກັນອີກ ແລ້ວ. ຖ້າຫາກດ່ານສາກົລເປີດ ຈະຕ້ອງໄດ້ເອົາ ເຮືອນພັກ ແລະ ວັດ ເປັນບ່ອນກັກກັນ ຫລືຜູ້ໃດຢູ່ຖຽງນາ ໄດ້ກໍໃຫ້ໄປຢູ່:

“ເຂົາເຈົ້າກັບໝົດແລ້ວ ແຕ່ລະຈຸດເພິ່ນກະຕິດຕາມຫັ້ນແຫຼະ ໂດຍສະເພາະນາຍບ້ານມີກັກໂຕເພິ່ນຕຽມໄວ້ແລ້ວທຸກເມືອງ ມັນກະມີທຸກບ້ານ ອີກ. ແຕ່ລະບ້ານເພິ່ນຈະເອົາຈຸດທີ່ຫ່າງໆແດ່. ບາງບ້ານກະຢູ່ວັດ ຜູ້ທີ່ມີເງື່ອນໄຂ ຢູ່ຖຽງນາ ກະແມ່ນຢູ່ຖຽງນາໂຕເອງ.”

ຢ່າງໃດກໍຕາມ ເຖິງແມ່ນວ່າຄົນງານລາວ ທີ່ກັບມາຈາກຕ່າງປະເທດ ຈະໄດ້ກັບເມືອເຮືອນເປັນສ່ວນໃຫຍ່ແລ້ວ ແຕ່ກໍຍັງມີເຈົ້າໜ້າທີ່່ ຄອຍ ຕິດຕາມກວດກາເບິ່ງ ອີກເທື່ອນຶ່ງ. ແລະຫລາຍໆແຂວງ ກໍໄດ້ຕຽມ ສະຖານທີ່ຮອງຮັບ ຄົນງານລາວທີ່ຈະເດີນທາງ ຈາກຕ່າງປະເທດ ຫລື ນັກວິຊາການ ທີ່ຈະເຂົ້າມາເຮັດວຽກ ຢູ່ລາວນັ້ນ ໄວ້ແລ້ວ ຖ້າມີຄໍາສັ່ງໃຫ້ເປີດດ່ານສາກົລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.