ສລອງປີໃໝ່ 2020 ໂຮງໝໍ-ກູ້ພັຍ ພ້ອມຊ່ອຍ ອຸບັດຕິເຫຕ
2019.12.31
ຜູ້ທີ່ບາດເຈັບ ຈາກການເກີດ ອຸບັດຕິເຫຕ ທີ່ເຂົ້າມາປິ່ນປົວ ຢູ່ໂຮງໝໍ ມິຕພາບ 150 ຕຽງ ປະມານ 50 ຄົນຕໍ່ມື້ ແລະ ອຸບັດຕິເຫຕ ນັບມື້ ນັບເພີ້ມຂຶ້ນ ຍ້ອນການດື່ມ ສິ່ງມຶນເມົາ ແລ້ວຂັບຂີ່ຣົດ ແລະ ຜູ້ຂັບຂີ່ ບໍ່ນັບຖື ກົດຣະບຽບ ຈະຣາຈອນ.
ໃຫ້ທ່ານໄປຟັງ ທ່ານໝໍ ແສງເພັດ ວັນວິໄລ, ຫົວໜ້າຜແນກສຸກເສີນ ໂຮງໝໍມິຕພາບ 150 ຕຽງ.
ສຽງ1:
ອັນນັ້ນ, ແມ່ນຄຳໃຫ້ສັມພາດ ຂອງທ່ານໝໍ ແສງເພັດ ວັນວິໄລ, ຫົວໜ້າຜແນກສຸກເສີນ ໂຮງໝໍ ມິຕພາບ 150 ຕຽງ.
ສະເພາະ ຈຳນວນຄົນເຈັບ ທີ່ສົ່ງໄປ ປິ່ນປົວ ຢູ່ໂຮງໝໍ ມິຕພາບ 150 ຕຽງ ໃນປີ 2018, ມີທັງໝົດ 477 ຄົນ. ສ່ວນວ່າ ປີ 2017, ມີຄົນເຈັບ ຈາກການເກີດ ອຸບັດຕິເຫຕ ຢູ່ໂຮງໝໍດັ່ງກ່າວ 459 ຄົນ.
ເພື່ອໃຫ້ການ ຊ່ອຍເຫຼືອ ຜູ້ບາດເຈັບ ການເກີດອຸບັດຕິເຫຕ ຢູ່ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ ໜ່ວຍງານກູ້ພັຍ ພັທນາຜາສຸຂ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດແບ່ງ ຈຸດໃຫ້ການ ຊ່ອຍເຫຼືອ ເປັນ 3 ຈຸດ ເພື່ອຊ່ອຍ ຜູ້ປະສົພ ອຸບັດຕິເຫຕ ໃນໄລຍະ ສລອງສົ່ງທ້າຍ ປີເກົ່າ ຕ້ອນຮັບປີໃໝ່ 2020. ໃຫ້ທ່ານໄປຟັງ ບົດສັມພາດ ເຈົ້າໜ້າທີ່ກູ້ພັຍ ພັທນາຜາສຸຂ ເບິ່ງ.
ສຽງ2:
ສະເພາະ ໄລຍະການສລອງ ປີໃໝ່ ໃນປີ 2018 ທີ່ຜ່ານມາ, ມີຜູ້ເສັຽຊີວິຕ ຍ້ອນອຸບັດຕິເຫຕ 38 ຄົນ, ບາດເຈັບ 250 ຄົນ ຈາກອຸບັດຕິເຫຕ ເກີດຂຶ້ນທັງໝົດ 180 ກໍຣະນີ ທົ່ວປະເທດ.