ກິນຊີ້ນຄວາຍ, ຖອກທ້ອງ ຮຸນແຮງ 68 ຄົນ
2021.10.05
ຊາວບ້ານກິນ ຄວາຍທີ່ຕາຍ ໂດຍບໍ່ຮູ້ສາເຫດ ຈຶ່ງພາກັນເກີດອາການ ຖອກທ້ອງກະທັນ ຫັນ 68 ຄົນ ໃນນີ້ ສົ່ງໄປປີ່ນປົວຢູ່ໂຮງໝໍ 37 ຄົນ ແລະ ປີ່ນປົວຢູ່ເຮືອນ 31 ຄົນ. ເຫດການນີ້ ເກີດຂື້ນໃນເວລາ 11 ໂມງຂອງ ວັນທີ 29 ກັນຍາ ຜ່ານມາ. ໂດຍຊາວບ້ານ ບ້ານນໍ້າແບງ ເມືອງຊຽງຮ່ອນ ແຂວງໄຊຍະບູຣີ ໄດ້ຄົວຊີ້ນ ຄວາຍທີ່ ຕາຍແບ່ງປັນ ກັນມາແຕ່ງກິນ. ພ້ອມກັນນີ້ ຊີ້ນຄວາຍໂຕທີ່ຕາຍນີ້ຍັງ ແບ່ງຂາຍໃຫ້ຄົນໃນໝູ່ບ້ານ.
ໃນເບື້ອງຕົ້ນ ແພດໄດ້ບົ່ງອາການວ່າ ເປັນອາການຖອກທ້ອງ, ເບື່ອອາຫານ (ອາຫານເປັນພິດ) ຍ້ອນຊີ້ນຄວາຍເປັນພະຍາດ. ສ່ວນຄວາຍທີ່ຕາຍ ຍ້ອນພະຍາດຫຍັງ ທາງແພດຍັງຕ້ອງໄດ້ນຳເອົາຊີ້ນ ມາກວດວິເຄາະ ຫາເຊື້ອອີກເທື່ອນຶ່ງ. ທ່ານໝໍ ເມືອງຊຽງຮ່ອນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 4 ຕຸລາ ນີ້ວ່າ:
“ຈະເປັນໝົດ ພວກກິນສຸກກໍເປັນ ພວກກິນດິບ ແຮງຮ້າຍ ເນາະ ຂນາດກິນສຸກ ກັບ ເດັກນ້ອຍ ເຂົາ ເອົາປ້ອນນີ້ ເຂົາວ່າຕົ້ມ ກໍຍັງເປັນ ກໍຍັງເປັນຄືກັນ ຜູ້ກິນນ່າ ເປັນໝົດເລີຍ ບໍ່ລອດຈັກຄົນ ເປັນນໍາຊີ້ນຄວາຍ ແຕ່ວ່າ ເຊື້ອພະຍາດ ເຮົາຍັງບໍ່ຮູ້ ເຮົາເອົາໄປ ວິຈັຍຢູ່ສູນ ຣະບາດພຸ້ນແລ້ວ.”
ຊາວບ້ານນໍ້າແບງ ເມືອງຊຽງຮ່ອນ ຫຼາຍຄອບຄົວທີ່ ໄດ້ໄປແບ່ງປັນເອົາຊີ້ນ ຄວາຍທີ່ຕາຍ ມາແຕ່ງກິນ, ບາງຄອບຄົວກໍກິນດິບ, ບາງຄອບຄົວກໍກິນສຸກ ແຕ່ໃນທີ່ສຸດ ກໍເກີດອາການທັງໄຂ້, ສັ່ນ, ເຈັບຫົວ, ຮາກ ແລ້ວທອກຖ້ອງ. ດັ່ງຄອບຄົວທີ່ເຫັນເຫດການ ຢູ່ບ້ານນໍ້າແບງ ໄດ້ເລົ່າເຖິງເຫດການດັ່ງກ່າວວ່າ:
“ກິນສຸກຢູ່ດົນນ້ອຍນຶ່ງປະມານ 24 ຊົ່ວໂມງ ເຂົາຈຶ່ງເປັນແລ້ວ ເຮົາກິນດິບນີ້ ຈະມາຮອດເນາະປະມານ 6 ຊົ່ວໂມງ ຈະມີປະກົດການເກີດຂື້ນ ເນາະ, ນ້ອງຊາຍໄປຊື້ມາແລ້ວ ປາດໃຫ້ອ້າຍກິນນ້ອຍນຶ່ງ ອ້າຍກໍກິນປະມານ 10 ຄຳນີ້ແຫຼະ ຊີີ້ນດິບຫັ້ນນ່າເຫຼືອນັ້ນກໍກິນແຕ່ຊີ້ນສຸກ ທີ່ເຂົາແກງຫັ້ນແລ້ວ ມັນເປັນກໍເກືອບຕາຍ ທັງໄຂ້, ທັງສັ່ນ, ເຈັບຫົວ, ຮາກ ແລ້ວກໍຖອກທ້ອງ ບໍ່ຮູ້ໂຕເລີຍນ່າເວລາເປັນຫັ້ນນ່າ.”
ຊາວບ້ານອີກຄົນນຶ່ງ ຢູ່ບ້ານດຽວກັນບອກວ່າ ເຫດການນີ້ຫາກໍເກີດຂື້ນ ເທື່ອດຽວນີ້ສ່ວນວ່າຄວາຍທີ່ຕາຍນັ້ນ ກາບໍ່ຮູ້ວ່າມາ ຈາກສາເຫດໃດ ໂດຍທາງເຈົ້າໜ້າທີ່ ຂແນງທີ່ກ່ຽວຂ້ອງ ກໍໄດ້ລົງ ໄປກວດກາ ຫາສາເຫດແລ້ວ.
“ກຳລັງມີ ກໍຣະນີດຽວ ຫາກໍມີເທື່ອດຽວນີ້ ແຫຼະແບບວ່າກິນນຳຊີ້ນຄວາຍຫັ້ນ ຄວາຍຫັ້ນຕາຍ ແລ້ວພາກັນໄປປາດມາກິນ ແຕ່ບໍ່ຮູ້ວ່າ ຄວາຍຫັ້ນຕາຍ ຍ້ອນຫຍັງເປັນພະຍາດ ຫຼືເປັນຫຍັງບໍ່ ເຈົ້າຂອງຄວາຍເຫັນວ່າຄວາຍຫັ້ນ ບໍ່ໄດ້ເປັນຫຍັງ ຄວາຍຫັ້ນຕາຍ ຕາກແດດ ຈຸວິເຄາະ ເຂົາກໍລົງໄປ ກວດກາແລ້ວ.”
ຊາວບ້ານ ອີກຄົນນຶ່ງ ໄດ້ກ່າວເຖິງ ເຫດການວ່າ ທາງເຈົ້າໜ້າທີ່ ເພິ່ນກໍໄດ້ລົງມາ ບອກໃຫ້ຊາວບ້ານ ບໍ່ຄວນກິນ ສັດທີ່ຕາຍ. ຖ້າຕາຍ ກໍຂໍໃຫ້ເອົາໄປຖີ້ມ ບໍ່ໃຫ້ນຳມາຄົວກິນ. ສ່ວນຊາວບ້ານຜູ້ ທີ່ກິນແລ້ວມີອາການ ຖອກທ້ອງເບິ່ງ ຄືຈ່ອຍໆ ເຫຼືອງໆ .
“ໂອ ເພິ່ນກໍວ່າ ແນະນຳ ມື້ໜ້ານີ້ບໍ່ຕ້ອງ ໃຫ້ຄົວຊອຍຕື່ມ ມີສັດຕາຍ ອີ່ຫຍັງເປັນແນວໃດ ແລ້ວກໍໃຫ້ສະລະໄປຝັງຖີ້ມສາ ບໍ່ໃຫ້ຊາວບ້ານກິນຕື່ມ ແຕ່ບໍ່ມີຜູ້ໃດ ເສັຽຊີວິດນ່າ ແຕ່ຢາກ ເສັຽສຸຂພາບນ້ອຍນຶ່ງ ຜູ້ໃດກໍເຫຼືອງໆ ຈ່ອຍໆ ໝົດນ່າ.”
ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງຊຽງຮ່ອນ ໄດ້ກ່າວຕໍ່ ເຫດການ ທີ່ເກີດຂື້ນວ່າ ໄດ້ມີເຈົ້າໜ້າທີ່ ລົງໄປກວດກາ ຮີບໂຮມຂໍ້ມູນແລ້ວ ຄາດວ່າສາເຫດ ຄວາຍຕາຍ ເປັນພະຍາດ ຂອງຄວາຍເອັງ ແລະ ບໍ່ມີຄວາມ ຊັດເຈັນວ່າ ຄວາຍຕາຍ ຍ້ອນຫຍັງ ຖືກເຊືອກຮັດຄໍຕາຍບໍ່. ຈາກການສອບຖາມເຈົ້າຂອງແມ່ນໄດ້ຜູກຄວາຍໄວ້ແລ້ວຄວາຍລົ້ມຕາຍເອັງ.
“ກໍຍັງບໍ່ຮູ້ວ່າແນ່ຊັດວ່າ ຄວາຍຫັ້ນ ມັນແມ່ນຄວາຍຕາຍແລ້ວ ຫຼືວ່າເຊືອກຜູກຄໍມັນ ຮັດຄໍມັນຕາຍແທ້ຫັ້ນນ່າ ດຽວນີ້ຍັງຄິດຢູ່ວ່າ ຄວາຍຫັ້ນອາດຈະຕາຍຍ້ອນ ພະຍາດ ພະຍາດຕິດໂຕໃດ ໂຕນຶ່ງຂອງຄວາຍຫັ້ນແລ້ວບາດນີ້ໄທບ້ານ ເອົາມາກິນແລ້ວ ບາດນີ້ກິນກໍຖື ວ່າກິນໄດ້ສຸກໆ ດິບໆ ສ່ວນທີ່ກິນ ດິບແຮງເປັນຫຼາຍ ສ່ວນທີ່ກິນສຸກ ກໍເປັນນ້ອຍ ອັນທີ່ມາວ່າ ມາຕົ້ມແກງກິນແທ້ໆ ຫາກບໍ່ເປັນ ໃຊ້ສານເຄມີ ຖືວ່າຮຸນແຮງແທ້ ມັນກໍບໍ່ມີເນາະ.”
ຊາວບ້ານຈຳນວນ 68 ຄົນ ທີ່ເກີດອາການ ຖອກທ້ອງນັ້ນ ກໍມີອາການໜັກ ເບົາແຕກຕ່າງກັນໄປ ຂື້ນຢູ່ທີ່ວ່າ ໃຜກິນແບບໃດ, ກິນສຸກ-ກິນດິບ . ຕາມແພດ ປະຈຳໂຮງໝໍເມືອງ ຣາຍງານວ່າ ມາຮອດວັນທີ 4 ຕຸລາ ຄົນເຈັບເຣິ່ມພາກັນ ກັບບ້ານໄດ້ແລ້ວ. ສ່ວນທີ່ຍັງເຫຼືອ ຄາດວ່າອາການຈະເຊົາ ໃນໄວໆ ນີ້.