ທາງການລາວ ພົບຜູ້ຕິດໂຄວິດ-19 ອີກ 2 ຄົນ
2021.03.06

ທາງການລາວ ກວດພົບຜູ້ຕິດໂຄວິດ-19 ເພີ່ມອີກ 2 ຣາຍ, ໂດຍທັງ 2 ເປັນຄົນງານລາວ ທີ່ເດີນທາງມາຈາກ ແຂວງປະທຸມທານີ ປະເທດໄທຍ. ປັດຈຸບັນ, ທາງການລາວ ໄດ້ນຳໂຕຜູ້ຕິດເຊື້ອ ທັງ 2 ຄົນ ໄປປິ່ນປົວຢູ່ໂຮງໝໍ ຕາມທີ່ທາງການ ກຳນົດໃຫ້ແລ້ວ. ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມ ຄວບຄຸມພຍາດຕິດຕໍ່, ກະຊວງສາທາຣະນະສຸຂ ໄດ້ຖແລງຂ່າວ ໃນມື້ວັນທີ 5 ມີນາ ນີ້ວ່າ:
“ໃນວັນທີ 4 ມີນາ 2021, ໄດ້ເກັບໂຕຢ່າງ ມາກວດວິເຄາະທັງໝົດ 726 ຄົນ. ຜົລກວດ ຂອງການວິເຄາະທັງໝົດ ແມ່ນມີຜູ້ຕິດເຊື້ອໃໝ່ 2 ຄົນ. ຜູ້ຕິດເຊື້ອໝາຍເລຂ 46 ເປັນເພດຊາຍ ອາຍຸ 28 ປີ, ຜູ້ຕິດເຊື້ອໝາຍເລຂ 47 ແມ່ນເພດຊາຍ ເຊັ່ນດຽວກັນ ອາຍຸ 26 ປີ. ລະກະມີປວັຕ ການເຮັດວຽກ ຢູ່ແຂວງປະທຸມທານີ ຢູ່ປະເທດໄທຍ ເຊັ່ນດຽວກັນ.”
ສຳລັບຜູ້ຕິດໂຄວິດ-19 ຣາຍໃໝ່ ທັງ 2 ຄົນນີ້ ໃໝ່ ທັງ 2 ຄົນນີ້, ແມ່ນເດີນທາງເຂົ້າມາໃນປະເທດ ໃນມື້ວັນທີ 3 ມີນາ 2021 ຜ່ານທາງແຂວງໜອງຄາຍ ເຂົ້າສູ່ນະຄອນຫຼວງວຽງຈັນ. ຫຼັງຈາກນັ້ນ, ໄດ້ຖືກນຳໄປກັກໂຕ 14 ມື້ ຢູ່ສູນກັກໂຕຫຼັກ 24 ໃນນະຄອນຫຼວງວຽງຈັນ ພ້ອມກັບກວດວິເຄາະ ຫາເຊື້ອໂຄວິດ-19. ຈົນເຖິງວັນທີ 4 ມີນາ 2021, ຜົລກວດເຊື້ອວິເຄາະອອກມາວ່າ ທັງສອງຄົນ ຕິດໂຄວິດ-19.
ຜູ້ທີ່ຕິດໂຄວິດ-19 ຄົນທີ 46 ແມ່ນເພດຊາຍ ອາຍຸ 28 ປີ, ອາຊີພກັມມະກອນ ແລະ ຜູ້ທີ່ຕິດໂຄວິດ-19 ຄົນທີ 47 ເປັນເພດຊາຍຄືກັນ ອາຍຸ 26 ປີ, ອາຊີພກັມມະກອນ. ທັງ 2 ຄົນ ເປັນຄົນເມືອງນານ ແຂວງຫຼວງພຣະບາງ ທີ່ຂ້າມໄປເຮັດວຽກ ຢູ່ແຂວງປະທຸມທານີ ປະເທດໄທຍ.
ນັບແຕ່ປະເທດລາວ ມີຜູ້ປ່ວຍຕິດໂຄວິດ-19 ເດີນທາງເຂົ້າມາປະເທດລາວ ເປັນຄົນທຳອິດ ໃນມື້ວັນທີ 24 ມີນາ 2020 ຈົນມາຮອດວັນທີ 4 ມີນາ 2021, ປະເທດລາວໄດ້ດຳເນີນ ການກວດກາ ຫາເຊື້ອໂຄວິດ-19 ໃຫ້ກັບຜູ້ປ່ວຍ ແລະ ຜູ້ຕ້ອງສົງໃສໄປແລ້ວ ຈຳນວນ 116,182 ຄົນ, ໂດຍກວດພົບຜູ້ຕິດໂຄວິດ-19, 47 ຄົນ. ໃນນີ້, ປິ່ນປົວເຊົາແລ້ວ 42 ຄົນ ປີ ແລະ ພວມປິ່ນປົວຢູ່ໂຮງໝໍມິຕພາບ ຫຼືໂຮງໝໍ 150 ຕຽງ ຈຳນວນ 5 ຄົນ, ລວມທັງ 2 ຄົນຫຼ້າສຸດນຳດ້ວຍ.
ສືບເນື່ອງຈາກການກວດພົບ ຜູ້ຕິດໂຄວິດ-19, ເຊິ່ງເປັນຜູ້ທີ່ເດີນທາງ ມາຈາກປະເທດໄທຍ, ເຊິ່ງເປັນປະເທດທີ່ມີການຣະບາດ ໃນຮອບໃໝ່ ຖືວ່າຮຸນແຮງພໍສົມຄວນ ທາງການຈຶ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ ປະຈຳສູນກັກໂຕ ໃຫ້ເບິ່ງແຍງເອົາໃຈໃສ່ ຜູ້ທີ່ເດີນທາງມາຈາກປະເທດໄທຍ ຢ່າງເຂັ້ມງວດ ລວມເຖິງເຈົ້າ ໜ້າທີ່ ຕຳຣວດ, ທະຫານ ແລະ ເຈົ້າໜ້າທີ່ກວດຄົນເຂົ້າເມືອງນຳດ້ວຍ ຕ້ອງພະຍາຍາມກວດກາລາດຕະເວນ ຕາມພື້ນທີ່ຊາຍແດນ ລາວ-ໄທຍ ບໍ່ໃຫ້ປມາດ.
ມາເຖິງປັດຈຸບັນ, ເຖິງວ່າທາງການລາວ ຈະເຂັ້ມງວດ ໃນການກວດກາ ຜູ້ເຂົ້າອອກປະເທດ ຕາມດ່ານຊາຍແດນ ຢ່າງເຂັ້ມງວດກໍຕາມ, ແຕ່ໃນແຕ່ລະມື້ ກໍຍັງມີຜູ້ຄົນ ຂັບຣົດຂົນສົ່ງສິນຄ້າ ຫຼືວ່າຜ່ານເຂົ້າມາຕາມດ່ານຊາຍແດນ ບໍ່ຕ່ຳກວ່າພັນຄົນ ແລະ ປັດຈຸບັນ ກໍຍັງມີສູນກັກບໍຣິເວນ ທັງໝົດ 32 ສູນ.