ມ.ໂພນໄຊສະສາງຫຼັງນໍ້າຖ້ວມ
2016.08.26
ເຈົ້າໜ້າທີ່ ຜແນກໂຍທາທິການ ເມືອງໂພນໄຊ ແຂວງຫຼວງພຣະບາງ ເລັ່ງສະສາງ ອະນາມັຍ ເສັ້ນທາງ ເຂົ້າຫາ ໂຮງຮຽນ ທີ່ ເປ່ເພ ແລະ ສ້ອມແປງ ອາຄານ ຫ້ອງຮຽນ ພາຍຫລັງ ຖືກນໍ້າຖ້ວມ ເພື່ອ ໃຫ້ທັນເປີດ ສົກຮຽນໃໝ່ ໃນວັນທີ 5 ກັນຍາ ນີ້. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ເມືອງໂພນໄຊ ໃນ ວັນທີ 25 ສິງຫາ:
"ດຽວນີ້ ເຮົາກໍາລັງຫັ້ນນະ ຂຶ້ນແຜນໃຫ້ພາກສ່ວນ ໂຍທາ ໄປ ອະນາມັຍ ຕາມ ໂຮງຮຽນຫັ້ນ ເອົາໄມ້ເອົາດິນ ເອົາຫຍັງອອກ ແລ້ວກໍ ສ້ອມແຊມ ໂຮງຮຽນ ເປັນທີ່ໄມ້ນັ້ນ ເຂົ້າເປັນ ຊົ່ວຄາວ ກ່ອນເນາະ ຕົວນີ້ນະ ໃຊ້ ງົບປະມານ ໄປຟື້ນຟູ ແລ້ວກໍໄດ້ ຊື້ໂຕະຕັ່ງ ອຸປກອນ ໄມ້ເນາະ".
ທ່ານເວົ້າຕໍ່ໄປວ່າ ນໍ້າຖ້ວມແຮງ ຄັ້ງນີ້ ເຮັດໃຫ້ໂຮງຮຽນ 5 ແຫ່ງ ເສັຽຫາຍ ສ່ວນຫຼາຍ ເປັນອາຄານ ຫ້ອງຮຽນ ທີ່ ສ້າງຊົ່ວຄາວ ບໍ່ໄດ້ມາຕຖານ. ເມື່ອ ມີນໍ້າຖ້ວມ ກໍເຮັດໃຫ້ ສັງກະສີ ທີ່ໃຊ້ເປັນ ຝາແອ້ມ ນັ້ນຫລຸດອອກ, ຕ້ອງໄດ້ສ້ອມແປງ ຫຼາຍ:
"ເຣື່ອງລົ້ນນີ້ ມັນກໍບໍ່ລົ້ນ ແຕ່ບາງແຫ່ງ ມັນກໍເຂົ້າ ບໍ່ໄດ້ເລີຍ ວ່າຊັ້ນຊະ ມັນເປັນໂຮງຮຽນ ແບບຝາບໍ່ ມຸງສັງກະສີ ອີ່ຫຍັງ ແລ້ວບາງຫຼັງ ຫັ້ນ ກໍເປັນອັນກໍ່ ແລ້ວມຸງ ສັງກະສີ ແລ້ວ ມັນມີໄມ້ ມີຫຍັງຄ້າງ ແລ້ວໂຕະຕັ່ງ ຫຍັງ ກໍເພ".
ຣາຍງານວ່າ ຄວາມເສັຽຫາຍ ຈາກນໍ້າຖ້ວມ ໂຮງຮຽນຕ່າງໆ ໃນ ເມືອງໂພນໄຊ ຕ້ອງໃຊ້ຈ່າຍ ປະມານ 198 ລ້ານກີບ ເພື່ອ ສ້ອມແປງ ແລະ ເສັ້ນທາງ ເຂົ້າຫາໂຮງຮຽນ ເຂົ້າຫາເມືອງ ຍັງຕ້ອງການ ງົບປະມານ ອີກປະມານ 40 ຕື້ກີບ ເພື່ອສ້າງ ອາຄານຮຽນ ຫລັງໃໝ່.
ເຈົ້າໜ້າທີ່ ຜແນກສຶກສາ ແຂວງຫຼວງພຣະບາງ ເປີດເຜີຍວ່າ ກໍາລັງຮວບຮວມ ຂໍ້ມູນ ໂຮງຮຽນ ທີ່ໄດ້ຮັບ ຄວາມເສັຽຫາຍ ຈາກນໍ້າຖ້ວມ ຄັ້ງນີ້ຢູ່. ເມືອງ ທີ່ໄດ້ຮັບ ຄວາມເສັຽຫາຍ ຫຼາຍທີ່ສຸດ ຄື: ເມືອງ ໂພນໄຊ ແລະ ເມືອງ ຊຽງເງິນ.