ປາຕາຍຍ້ອນອາກາດໜາວ
2016.02.04
ເຈົ້າຂອງ ຟາມລ້ຽງປາ 4 ແຫ່ງ ຢູ່ ເມືອງຜາໄຊ ແຂວງຊຽງຂວາງ ກໍາລັງປະສົບ ກັບ ຄວາມເດືອດຮ້ອນ ໜັກ ເນຶ່ອງຈາກ ປາ ໃນໜອງ ຕາຍ ຮວມກັນ ທັງໝົດ 23 ຕັນ ຍ້ອນອາກາດ ໜາວຈັດ ໃນວັນທີ 24 ແລະ 25 ມົກກະຣາ 2016. ດັ່ງນັ້ນ ຈຶ່ງຕ້ອງການ ໃຫ້ທາງການ ຊ່ວຍເຫຼືອ ຢ່າງຮີບດ່ວນ. ດັ່ງ ເຈົ້າຂອງ ຟາມລ້ຽງປາ ຢູ່ ບ້ານໂພສີ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 1 ກຸພາ 2016 ວ່າ:
"ຢາກໃຫ້ຊ່ວຍເຫລືອ ໃນການລົງທຶນ ລ້ຽງອີກ ນີ້ແຫລະ ເງິນຊື້ປາ ນີ້ກະຍາກ ບໍ່ພໍແລ້ວ ຊ່ວຍເຫລືອ ເຣຶ່ອງແນວພັນ ເຣື່ອງການ ຊື້ອາຫານ ສະບຽງນີ້ແຫຼະ ປາບໍ່ເຫຼືອເລີຍ ໝົດເລີຍ ຕາຍໝົດເລີຍ ຕາຍໝົດ ຫັ້ນມັນມີຢູ່ 4 ໜອງ ໂດຍສະເພາະ ປານິນ".
ທ່ານເວົ້າ ຕື່ມວ່າ ຕອນນີ້ ຕົນຕ້ອງການ ເງິນທຶນ 500 ລ້ານກີບ ມາລົງທຶນ ລ້ຽງປາໃໝ່ ເພາະມັນເປັນ ອາຊີບດຽວ ທີ່ ສ້າງຣາຍໄດ້ ໃຫ້ ຄອບຄົວ; ຖ້າທາງ ຣັຖບານ ໃຫ້ ທະນາຄານ ມີນະໂຍບາຍ ໃຫ້ຜູ້ໄດ້ຮັບ ຜົລກະ ທົບ ຈາກ ອາກາດໜາວ ຈັດ ຄັ້ງນີ້ ສາມາດ ກູ້ຢືມ ເງິນ ຈາກ ທະນາຄານ ດ້ວຍດອກເບັ້ຍ ຕໍ່າ ແລະ ທັງຂຍາຍເວລາ ຊໍາລະໜີ້ເກົ່າ ອອກໄປ ກໍຈະເປັນ ການດີ ຫລື ຖ້າທາງການ ສນອງເງິນ ທີ່ວ່ານັ້ນ ໃຫ້ໄດ້ ກໍຍິ່ງຈະເປັນ ການດີ.
ກ່ຽວກັບ ເຣຶ່ອງປາຕາຍ ໃນຟາມ ນັ້ນ ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງຜາໄຊ ເວົ້າວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ລົງໄປ ຮວບຮວມ ຂໍ້ມູນ ກ່ຽວກັບ ຄວາມເສັຽຫາຍ ນັ້ນແລ້ວ ແຕ່ຍັງບໍ່ທັນມີ ແຜນຊ່ວຍເຫລືອ ເທື່ອ ຍ້ອນວ່າ ຫຼາຍພາກສ່ວນ ທີ່ກ່ຽວຂ້ອງ ກໍາລັງ ປຶກສາ ຫາລືກັນຢູ່:
"ດຽວນີ້ຍັງ ບໍ່ມີແຜນຫຍັງ ທີ່ຈະໄປໃຫ້ ຂະເຈົ້າ ຫັ້ນນະ ກໍາລັງ ຮວບຮວມ ໂຕເລກທັງໝົດ ຫັ້ນນະ ແລ້ວຈັ່ງສິເວົ້າ ເຣຶ່ອງ ງົບປະມານ ຄືນໃໝ່ ກ່ຽວກັບ ການສນອງ ໃຫ້ລາວຫັ້ນ ທຶນກູ້ຢືມບໍ ຫລືວ່າ ທຶນມາຈາກ ພາກສ່ວນ ນະໂຍບາຍ ຕ່າງໆຫັ້ນນະ".
ທ່ານກ່າວ ຕໍ່ໄປວ່າ ສໍາລັບ ຜູ້ໄດ້ຮັບ ຜົລກະທົບ ໄດ້ຂໍໃຫ້ ທາງທະນາຄານ ມີນະໂຍບາຍ ໃຫ້ເງິນກູ້ ດ້ວຍດອກເບັ້ຽຕໍ່າ ແລະ ຂຍາຍເວລາ ຊໍາຣະໜີ້ເກົ່າ ອອກໄປນັ້ນ ປັດຈຸບັນ ທາງ ທະນາຄານ ກໍາລັງ ປຶກສາ ຫາລື ກັບ ທາງຫ້ອງການ ປົກຄອງ ເມືອງຜາໄຊ, ຄາດວ່າ ຈະໃຫ້ ຄໍາຕອບໄດ້ ໃນ ເດືອນໜ້າ ນີ້.