ຊາວເມືອງຄຳ ຊີ້ແຈງ ເຣື່ອງຂໍ ນໍ້າເຂົ້ານາ
2021.08.18

ຊາວບ້ານໃນເຂດເມືອງຄຳ ໄດ້ອອກມາຊີ້ແຈງຕໍ່ ກໍຣະນີການທີ່ຊາວບ້ານໃນເຂດ 7 ບ້ານ ທີ່ຢູ່ຂອບເຂດເຂື່ອນໄຟຟ້ານໍ້າແທ້ ທີ່ ບໍຣິສັດໜອງໄຮ ກໍ່ສ້າງ ເປັນຜູ້ຮັບຜິດຊອບນັ້ນ ບໍ່ແມ່ນ ການປະທ້ວງ ແຕ່ຢ່າງໃດ ຕາມທີ່ບາງ ສື່ສັງຄົມອອນລາຍ ໄດ້ນຳສເນີ, ບໍໍ່ໄດ້ມີຫຍັງກ່ຽວຂ້ອງ ກັບການນຳ. ການໄປຫາບໍຣິສັດເທື່ອນີ້ ແມ່ນການສເນີໃຫ້ ຜູ້ພັທນາໂຄງການເຂື່ອນ ປ່ອຍນໍ້າ ເຂົ້າສູ່ ຊົລປະທານ ທີ່ທາງແຂວງສ້າງ ເປັນອ່າງເກັບນໍ້າ ເພື່ອສນອງນໍ້າເຂົ້າໃນການຜລິດ.
ການຍື່ນຂໍ້ສເນີເຖິງ ຜູ້ພັທນາໂຄງການເຂື່ອນ ຍ້ອນວ່າຊາວບ້ານໄດ້ຮັບ ຄວາມຫຍຸ້້ງຍາກ ໃນການເຮັດເຂົ້ານາປີຂອງປີນີ້. ນາຂາດ ນໍ້າ ຈົນກໍ່ໃຫ້ເກີດຄວາມເສັຽຫາຍ. ເຊິ່ງຜ່ານມາ ນາແຊງ ແລະ ການຜລິດພືດຣະດູແລ້ງ ຊາວບ້ານກໍບໍ່ໄດ້ຜລິດ ຍ້ອນຂາດນໍ້າ, ມາ ໃນຣະດູການເຂົ້ານາປີ ກໍຍັງຂາດນໍ້າ ດັ່ງນັ້ນຊາວບ້ານຈຶ່ງມາຍື່ນ ຂໍ້ສເນີເຖິງເຂື່ອນ ທີ່ນໍາເອົານໍ້າໄປ ຜລິດໄຟຟ້າ ໂດຍນໍ້າບໍ່ໄຫຼ ເຂົ້າຊົລປະທານ. ການໄປເທື່ອນີ້ກໍແມ່ນທວງສັນຍາ ທີ່ທາງບໍຣິສັດເຄີຍເຊັນ ກັບທາງເມືອງ ແລະ ກໍຂໍແບ່ງເປັນນໍ້າໃຫ້ຊາວບ້ານ ໄດ້ທໍາການຜລິດ. ດັ່ງ ບາງຕອນ ໃນການສັມພາດຂອງຊາວບ້ານ ທີ່ໄດ້ຮັບຜົລກະທົບເມື່ອວັນທີ 18 ສິງຫາ 2021 ເຊິ່ງໄດ້ກ່າວ ເຖິງທີ່ມາຂອງບັນຫາວ່າ:
ສັມພາດ:
ສະຫຼຸບໄດ້ການໄປຮຽກຮ້ອງ ກັບເຂື່ອນໄຟຟ້ານໍ້າແທ້ ກໍເນື່ອງຈາກຊາວບ້ານ ເດືອດຮ້ອນຍ້ອນ ວ່າບໍ່ມີນໍ້າເຮັດນາປີ ປີນີ້. ເພາະສາຍ ນໍ້າແທ້ ທີ່ເຂື່ອນໄຟຟ້າໄດ້ສ້າງ ຢູ່ເຂດບ້ານຊາງນັ້ນ ໄດ້ຜັນເອົານໍ້າ ເຂົ້າໄປຜລິດກະແສໄຟຟ້າ ຈຶ່ງເຮັດໃຫ້ນໍ້າບໍ່ໄຫຼ ເຂົ້າອ່າງເກັບນໍ້າ ຊົລປະທານ ທີ່ທາງການ ໄດ້ສ້າງເພື່ອສນອງນໍ້າ ໃນການຜລິດ.
ຕໍ່ກັບບັນຫາດັ່ງກ່າວ ທາງ ຄະນະຮັບຜິດຊອບໄກ່ເກັ່ຽ ຂອງເຂື່ອນໄຟຟ້ານໍ້າແທ້ ໄດ້ຊີ້ແຈງວ່າຕອນນີ້ໄດ້ຕັ້ງ ຄະນະກັມມະການຊຸດນຶ່ງ ຂຶ້ນມາຮ່ວມກັບຊາວບ້ານ ເພື່ອສຶກສາຫາທາງ ການແກ້ໄຂ. ເນື່ອງຈາກຜ່ານມາ ທາງວິຊາການເອງກໍຍອມຮັບວ່າ ໄດ້ປ່ອຍນໍ້າເຂົ້າ ຊົລປະທານໜ້ອຍ. ແຕ່ເຖິງແນວໃດ ຕອນນີ້ທາງໂຄງການເຂື່ອນ ກໍ່ໄດ້ຊອກຫາທາງອອກ ຮ່ວມກັບ ປະຊາຊົນ ເພື່ອບໍ່ໃຫ້ເກີດ ເຫດການ ດັ່ງກ່າວຂຶ້ນອີກ.
ທ່ານໄດ້ຢໍ້າຕື່ມວ່າ ອັນນີ້ບໍ່ແມ່ນເຫດການຮ້າຍ ກໍເປັນພຽງປະຊາຊົນ ມາຮຽກຮ້ອງໃຫ້ເຂື່ອນປ່ອຍນໍ້າ ເຂົ້າໄປໃສ່ນາເທົ່ານັ້ ນບໍ່ໄດ້ມີ ຜົລກະທົບໃດໆ ຕໍ່ກັບການຜລິດ ກະແສໄຟຟ້າ ກໍເປັນພຽງບັນຫາ ການແບ່ງນໍ້າເຂົ້ານາ ເຊິິ່ງປັດຈຸບັນນີ້ ຄະນະກຳລັງໄກ່ເກັ່ຽບັນຫາ ນີ້ຄາດວ່າໄວໆນີ້ ທາງຊາວບ້ານຈະໄດ້ຮັບນໍ້າຫຼາຍຂື້ນ.
ຕໍ່ກັບບັນຫານີ້ຊາວບ້ານ ທີ່ໄດ້ຮັບຜົລກະທົບໃນ 7 ບ້ານ ນັ້ນກໍຍັງລໍຖ້າການແກ້ໄຂ ບັນຫານີ້ຢູ່. ປະຊາຊົນອີກທ່ານນຶ່ງບອກວ່າກ່ອນ ໜ້ານີ້ສອງປີ ກໍຄືກ່ອນສ້າງເຂື່ອນສຳເຣັດ ນໍ້າກໍຍັງປົກກະຕິ ແຕ່ມາດຽວນີ້ນາຂາດນໍ້າຫຼາຍ. ຊາວບ້ານເອງບໍ່ໄດ້ຕ້ອງການຫຍັງຫຼາຍ ຖ້າເປັນການດີ ກໍຂໍໃຫ້ແບ່ງນໍ້າເຂົ້ານາ ໃຫ້ໄດ້ໄວທີ່ສຸດ ເພາະຕອນນີ້ເຂົ້ານາ ເສັຍຫາຍ ຫຼາຍແລ້ວ. ຖ້າເປັນການດີ ທາງບໍຣິສັດຊ່ອຍ ທຶນ ຈຳນວນນຶ່ງໃຫ້ຊາວບ້ານ ເພື່ອຊື້ແນວພັນເຂົ້າມາລົງໃໝ່.