ນໍ້າຖ້ວມເຂດກໍ່ສ້າງເຂື່ອນ ໄຊຍະບູຣີ
2013.08.13
ຝົນຕົກໜັກ ນໍ້າຖ້ວມ ເຂດກໍ່ສ້າງ ເຂື່ອນ ໄຟຟ້າ ໄຊຍະບູຣີ ແລະ ໝູ່ບ້ານໃກ້ຄຽງ.
ຝົນຕົກໜັກ ໃນອາທິດທີ່ຜ່ານມາເຮັດໃຫ້ນໍ້າຖ້ວມ ເຂດກໍ່ສ້າງເຂື່ອນໄຟຟ້າ ໄຊຍະບູຣີ ແລະ ບ້ານໃກ້ຄຽງ ມີປະຊາຊົນ 70 ກວ່າຄອບຄົວ ແລະຄົນງານ ກໍ່ສ້າງເຂື່ອນ ໄດ້ຮັບ ຜົນກະທົບ. ຕາມຄໍາເວົ້າ ຂອງຊາວບ້ານໃນເດຂທ້ອງຖິ່ນ:
"ຕົວບ້ານຈັດສັນໃໝ່ ນີ້ບໍ່ຖ້ວມ ຖ້ວມແຕ່ ຕົວເຂື່ອນແທ້ ຕົວບ້ານລຸ່ມ ບ້ານເກົ່າບ້ານເດີມ ຕົວຢູ່ລຸ່ມນີ້ມີ 76 ຄອບຄົວ".
ລາວບອກວ່າຕັ້ງແຕ່ວັນທີ 7 ສິງຫາ ເຖິງປັດຈຸບັນຝົນຕົກໜັກຢູ່ເມືອງ ໄຊຍະບູຣີ ແຂວງໄຊຍະບູຣີ ແລະເມືອງນ່ານ ແຂວງຫລວງພຣະບາງ ໃກ້ເຂດ ກໍ່ສ້າງເຂື່ອນ ແລະ ບ້ານຈັດສັນ, ນໍ້າຂອງຂຶ້ນສູງ ຈົນລົ້ນແຄມຝັ່ງ ແລະນໍ້າປ່າໄຫລຖ້ວມ ບໍລິເວນສ້າງເຂື່ອນ ແລະ ບ້ານເຮືອນ ຂອງປະຊາຊົນ ຮວມທັງເຮັດໃຫ້ ດິນເຈື່ອນ.
ໃນຣະດູຝົນປີ 2012 ບ້ານຫ້ວຍສຸຍ ນໍ້າກໍເຄີຍຖ້ວມ ມີຊາວບ້ານ 70 ກວ່າຄອບຄົວ ໄດ້ໂຍກຍ້າຍໄປຢູ່ ບ້ານຈັດສັນ ບ້ານນາຕໍໃຫຍ່ ແລ້ວ. ສໍາລັບຄວາມເສັຍຫາຍ ໃນເຂດກໍ່ສ້າງເຂື່ອນໄຟຟ້າ ໄຊຍະບູລີ ຮວມທັງເຮືອນພັກ ຂອງພວກກໍ່ສ້າງນັ້ນ ວິທຍຸເອເຊັຍເສຣີ ກໍໄດ້ພຍາຍາມ ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ໂຄງການເຂື່ອນ ໄຊຍະບູຣີ ແຕ່ບໍ່ໄດ້ຜົນ.