ຄົນງານເຂື່ອນດອນສະໂຮງ ວ່າຖືກ ໃຊ້ ວຽກໜັກ
2014.10.10
ຊາວບ້ານ ທີ່ ໄປ ເຮັດວຽກ ນໍາ ໂຄງການ ກໍ່ສ້າງ ເຂື່ອນ ດອນສະໂຮງ ເວົ້າວ່າ ປັຈຈຸບັນ ເຖິງແມ່ນວ່າ ທາງ ໂຄງການ ເຂື່ອນ ດອນ ສະໂຮງ ຍັງບໍ່ໄດ້ ເລີ່ມ ການກໍ່ສ້າງ ຢ່າງ ເປັນ ທາງການ ແຕ່ກໍໄດ້ ເລັ່ງ ວຽກງານ ກໍ່ສ້າງ ຫົນທາງ ຂົວ ແລະ ບ່ອນພັກ ຄົນງານ ແລ້ວ ແລະ ໄດ້ຈ້າງ ຄົນງານ ທ້ອງຖິ່ນ ໄປ ເຮັດວຽກນໍາ. ຄົນງານ ເຮັດວຽກ ແຕ່ 7 ໂມງ ເຊົ້າ ເຖິງ 6 ໂມງ ແລງ ຢຸດ ພັກ ຕອນທ່ຽງ 2 ຊົ່ວໂມງ. ແຕ່ ຄົນງານ ຈໍານວນ ນຶ່ງ ເວົ້າວ່າ ຖືກ ນາຍຈ້າງ ກົດດັນ ບອກວ່າ ຫາກ ເຮັດວຽກ ບໍ່ໄຫວ ກໍໃຫ້ ລາອອກ:
"ເພາະວ່າ ເຂົ້າການ 7 ໂມງ ເລີກ ກໍຊິແມ່ນ 11 ໂມງ ແລ້ວ ກໍສືບຕໍ່ ຮອດ 6 ໂມງ ເຂົາໃຊ້ ແຮງງານ ເຮົານີ້ ກໍຄືອໍຢູ່ ຊົ່ວໂມງ ໜຶ່ງ 10 ພັນ ແຕ່ວ່າ ວຽກເຂົາເຮັ່ງ ຈົນວ່າ ເຂົາຕື່ມ ອີກ 2 ຊົ່ວ ໂມງ ແບບວ່າ ບາງເທື່ອ ເຂົາຂ້າມນໍ້າ ລອຍວັງມາ ບາງທີ ກັມກອນ ເຂົາເຮັດ ກັມກອນ ເຂົາເຮັດບໍ່ໄດ້ ກໍມີ ແຕ່ວ່າ ອອກ ເຮັດບໍ່ໄດ້ ກໍອອກ ຜູ້ໃດເຮັດ ບໍ່ໄດ້ ກໍອອກ ມັນໄດ້ ເວົ້າ ໄປ ຈັ່ງຊັ້ນ".
ຊາວບ້ານ ຜູ້ນີ້ ເວົ້າຕື່ມ ອີກວ່າ ໂຄງການ ເຂື່ອນ ດອນ ສະໂຮງ ຈ້າງ ຊາວບ້ານ ໃນພື້ນທີ່ ໄປເຮັດວຽກ ນໍາໂຄງການ 20 ກວ່າ ຄົນ, ເຮັດວຽກ ກັມກອນ ກໍ່ສ້າງ, ສ້າງຂົວ, ສ້າງທາງ, ສະຖານທີ່ ພັກເຊົາ ແລະ ບ່ອນ ພັກຜ່ອນ ຊຶ່ງໄດ້ເລີ່ມ ເຮັດວຽກ ມາຕັ້ງແຕ່ ຕົ້ນເດືອນ ຕຸລາ 2014. ຄົນງານໄດ້ຂ້າມເຮືອ ໄປ ເຮັດວຽກ ກັບມາເຖິງ ເຮືອນ ກໍ ປະມານ 7 ໂມງແລງ. ການເຮັດວຽກ ແບບນີ້ ຊາວບ້ານ ສ່ວນ ຫຼາຍ ບໍ່ຄຸ້ນເຄີຍ, ຈຶ່ງ ເກີດຄວາມ ກົດດັນ ແລະ ບໍ່ມີ ກໍາລັງໃຈ ເຮັດວຽກ.
ແຕ່ລະມື້ ກໍວ່າໄດ້ ເຮັດວຽກ ຫລາຍ, ເລີກຄໍ່າ ຫລາຍຄອບຄົວ ເວົ້າວ່າ ເປັນຫ່ວງ ເຣື່ອງ ຄວາມ ປອດພັຍ ເຖິງແມ່ນວ່າ ທາງ ໂຄງການ ຈະຈ່າຍ ຄ່າແຮງງານ ໃຫ້ ຜູ້ນຶ່ງ 80 ພັນກີບ ຕໍ່ມື້ ກໍຕາມ ແລະ ເມື່ອເວົ້າກັບ ຫົວໜ້າ ທີ່ ຮັບຜິດຊອບ ຈ້າງຄົນງານ ກໍຖືກ ກົດດັນ ໃຫ້ ລາອອກ ຖ້ເຮັດວຽກ ຕໍ່ໄປ ບໍ່ໄດ້.
ເຖິງຢ່າງໃດ ກໍຕາມ ຊາວບ້ານ ຫລາຍຄົນ ກໍສມັກໃຈ ເຮັດ ໃນ ຈໍານວນນຶ່ງ ຢາກໃຫ້ ເຈົ້າໜ້າທີ່ ແຮງງານ ລົງໄປ ກວດສອບ ມາຕຖານ ຄວາມ ປອດພັຍ ໃນການ ເຮັດວຽກ ແລະ ການ ຈ່າຍເງິນ ຄ່າແຮງງານ ກາຍໂມງ ເວລາ ນັ້ນ ນໍາດ້ວຍ.