ເຈົ້າໜ້າທີ່ກວດກາປ່າໄມ້ ແຂວງຫຼວງນໍ້າທາ ຢຶດຊາກສັດປ່າປະເພດຫວງຫ້າມ ມາໄດ້ຈາກຮ້ານອາຫານແຄມທາງ ພາຍໃນເມືອງວຽງພູຄາ ໃນນັ້ນມີໂຕເຍືອງ, ກວາງ ແລະ ຟານ; ດັ່ງເຈົ້າໜ້າທີ່ກວດກາປ່າໄມ້ ແຂວງຫຼວງນໍ້ທາ ເວົ້າຕໍ່ຜູ້ສື່ຂ່າວ RFA ເມື່ອ 17 ມິຖຸນາ ວ່າ:
"ເອີ ; ຍຶດໄດ້ຈັບໄດ້ຫັ້ນແຫຼະ ແຕ່ພວກເຮົາກໍ່ປະຕິບັດບໍ່ໄດ້ເນາະ ກໍຍັງພົບເຫັນຢູ່ປະຊາຊົນ ມີການລັກລອບລ້າແລ້ວກໍຊື້ຂາຍສັດປ່າ ປະເພດ ຫວງຫ້າມເຂົ້າມັກຂາຍ ໂຕເຍືອງ ໂຕກວາງ ໂຕຟານ."
ທ່ານເວົ້າຕື່ມຈາກການສືບສວນ ເບື້ອງຕົ້ນພົບວ່າສັດປ່າທັງໝົດ ຖືກລ້າມາຈາກປ່າສະຫງວນນໍ້າຫ້າ ໃນໄລຍະທ້າຍເດືອນພຶສພາ ຜ່ານມາ. ສ່ວນຊິ້ນສ່ວນສັດປ່າ ທີ່ຢືດມາໄດ້ທາງຫ້ອງການ ກະສິກັມ ແລະປ່າໄມ້ ເມືອງວຽງພູຄາ ໄດ້ຈູດທຳລາຍໄປ ເມື່ອວັນທີ 11 ມິຖຸນາ ຜ່ານມາ.
ໄລຍະຜ່ານມາ ການລ້າສັດປ່າ ໃນແຂວງຫຼວງນໍ້າທາ ຍັງມີການລ້າຢ່າງຕໍ່ເນື່ອງ ໂດຍສື່ທ້ອງຖິ່ນ ໄດ້ຣາຍງານວ່ານອກຈາກ ຄົນທ້ອງຖິ່ນ ແລ້ວຍັງມີຄົນຈີນ ທີ່ມາຈ້າງຄົນທ້ອງຖິ່ນລ້າ ແລະ ນຳໄປຂາຍຕາມຮ້ານອາຫານ ໃຫ້ກັບຄົນຈີນ ທີ່ມັກກິນສັດປ່າ ໃນ ແຂວງນໍ້າທາ.
ຕໍ່ການຄຸ້ມຄອງສັດປ່າຫວງຫ້າມ ໃນແຂວງຫຼວງນໍ້າທາ ແຕ່ລະປີມີທຶນສາກົລ ເຂົ້າມາຊ່ອຍ ແຕ່ກໍ່ຍັງບໍ່ພຽງພໍ ຍັງເຫັນປະຊາຊົນ ລ້າສັດປ່າ ມາກິນ ມາຂາຍ ໃນແຕ່ລະປີ.
"ເພາະປະຊາຊົນເຂົາກໍບໍ່ຮູ້ ເຂົາກໍມີແຕ່ລ້າມາກິນໂອ້ ອີງໃສ່ຣັຖບານລາວ ເຖິງວ່າຈະມີງົບປະມານ ຈາກອົງການສາກົລ ຊ່ອຍພວກເຮົາກໍຍັງ ຮັກສາບໍ່ໄດ້."
ເຖິງແນວໃດກໍຕາມປີຜ່ານມາ ກອງກວດກາປ່າໄມ້ ແຂວງຫຼວງນໍ້າທາ ໄດ້ນໍາເອົາໂຕກະເລັນ ທີ່ເຈົ້າໜ້າທີ່ຫ້ອງການປ່າໄມ້ແຂວງ ຍຶດມາໄດ້ ຢູ່ດ່ານສາກົລບໍ່ເຕັນໄປປ່ອຍຢູ່ຖໍ້າເກົາເລົາ ເມືອງວຽງພູຄາຈຳນວນ 570 ໂຕສ່ວນຜູ້ກະທໍາຜິດໄດ້ຖືກລົດໂທດ ແລະປັບໃໝ ຕາມກົດໝາຍ.