ສູນອະນຸຮັກ ໝີ ຕາດກວາງຊີ
2020.04.06
ການປະກາດຂອງທາງການລາວ ໃຫ້ໂຈະກິຈກັມຕ່າງໆ ທີ່ມີຜູ້ຄົນມາຮ່ວມຈໍານວນຫລາຍ ແລະປິດດ່ານຕ່າງໆ ຮວມທັງດ່ານສາກົລ ເພື່ອ ສະກັດກັ້ນເຊື້ອໂຄໂຣນາ ໄວຣັສ ຫລື ໂຄວິດ-19 ທີ່ແຜ່ຣະບາດຢູ່ໃນ ຫລາຍຕໍ່ຫລາຍປະເທດ ໃນຂນະນີ້ ເຮັດໃຫ້ທຸຣະກິດຕ່າງໆ ໄດ້ຮັບ ຜົລກະທົບ ໄປຕາມໆກັນແມ່ນແຕ່ສູນອະນຸຮັກ ໝີລາວ ຢູ່ຕາດກວາງຊີ ນະຄອນຫລວງພຣະບາງ ກໍໜີບໍ່ມົ້ມ.
ທ່ານ ແສງອາລຸນ ວົງໄຊ ຜູ້ຈັດການໂຄງການອະນຸຮັກ ໝີລາວ ຢູ່ຕາດກວາງຊີ ນະຄອນຫລວງພຣະບາງ ໃຫ້ສັມພາດ RFA ວ່າ:
“ທາງໂຄງການ ກໍໄດ້ຣະງັບກິຈກັມ ທີ່ມີການຊຸມນຸມຄົນຈໍານວນຫລາຍ ໂດຍສະເພາະດ້ານການສຶກສາເພື່ອ ໃຫ້ນັກຮຽນນັກສຶກສາເຂົ້າເຮັດ ກິຈກັມ ກ່ຽວກັບການອະນຸຮັກສັດປ່າ ແລະຮັກສາສິ່ງແວດລ້ອມ ທີ່ເຄີຍຈັດມາເປັນປະຈໍານັ້ນ. ແຕ່ຍ້ອນຜົລກະທົບ ຈາກພະຍາດ ໂຄວິດ-19 ຊຶ່ງທາງຂັ້ນເທິງ ໄດ້ອອກແຈ້ງການໃຫ້ໂຈະກິຈກັມ ຊົ່ວຄາວນັ້ນ ທາງໂຄງການຂອງເຮົາ ກໍຈໍາເປັນໄດ້ເລື່ອນໄປກ່ອນ, ທ່ານກ່າວ.”
ແລະເມື່ອຖາມເຖິງເຣື່ອງນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວສູນອະນຸຮັກນັ້ນ ທ່ານບອກວ່າຫລຸດລົງຫລາຍໃດ໋ ຖືວ່າມີຜົລກະທົບຫລາຍ ຊຶ່ງປັດຈຸບັນ ທາງຂັ້ນເທິງເພິ່ນໄດ້ສັ່ງປິດດ່ານສາກົລແລ້ວນໍ໊ ສະນັ້ນຈຶ່ງບໍ່ມີແຂກ ຄົນເຂົ້າມາທ່ຽວ ຖືວ່າຫຼວງພຣະບາງ ກະມີຜົລກະທົບຫຼາຍກ່ຽວກັບ ແຂກຄົນ ທີ່ມາທ່ຽວ.
ຫລາຍໆກິຈກັມກະໄດ້ມີການ ປິດຕົວລົງຊົ່ວຄາວ. ສູນຂອງພວກເຮົາກໍໄດ້ຮັບຜົລກະທົບ ຄືກັນ. ປັດຈຸບັນ ກະຖືວ່າເກືອບຈະບໍ່ມີແຂກໄປທ່ຽວ ຕາດກວາງຊີເລີຍ ຈະເຫັນໄດ້ຈາກການທີ່ວ່າປົກກະຕິມີແຂກໄປ ທ່ຽວສູນຂອງພວກເຮົາ ແລະເຮົາໄດ້ຮັບເງິນຊ່ອຍເຫຼືອ ຈາກການບໍຣິຈາກ ຮວມທັງບັນດາແຂກ ຊ່ອຍຊື້ສິນຄ້າທີ່ຣະນຶກ ເພື່ອຊ່ອຍເຫລືອສູນ ຂອງພວກເຮົາຫັ້ນ.
ຣາຍຮັບຖືວ່າຫລຸດລົງເກີນ 50 ສ່ວນຮ້ອຍ ຂະນະທີ່ທາງສູນ ກ່ອນໜ້ານັ້ນຊຶ່ງເປີດທຸກມື້ ແຕ່ລະມື້ມີແຂກໄປທ່ຽວນໍ້າຕົກຕາດກວາງຊີ ແລ້ວ ແວ່ຢ້ຽມສູນຂອງພວກເຮົາຫັ້ນ ບໍ່ຕໍ່າກວ່າມື້ລະ 200 ຫາ 300 ຄົນ. ແຕ່ວ່າມາບັດນີ້ ມີບໍ່ຮອດ 100 ຄົນ ຊໍ້າ, ແລະວ່ານອກຈາກການ ທ່ອງທ່ຽວແລ້ວກໍຖືວ່າບໍ່ມີຫຍັງ.