ໂຄງການກອບກູ້ໝີໃນລາວ

ມະນີຈັນ
2015.03.30
F-bears ໝີ ທີ່ຖືກຂັງໄວ້ ລ້ຽງເອົາບີ ຖືວ່າ ທາຣຸນສັດ
RFA

ອົງການ ຈັດຕັ້ງ ບໍ່ຫວັງ ຜົລ ກໍາໄຣ ສ້າງ ຄວາມ ໄວ້ວາງ ໃຈ (Building Trust) ຈະ ເປັນ ເຈົ້າພາບ ຈັດ ກອງ ປະຊຸມ ຫາຣື (Workshop) ຂຶ້ນ ໃນ ສັປດາ ນີ້ ທີ່ ປະເທດ ລາວ ຮ່ວມກັບ ສູນກາງ ກອງ ທຶນ ເພື່ອ ກອບກູ້ ໝີ ຂອງ ລາວ (Bears Fund)

ບັນດາ ຜູ້ ເຂົ້າຮ່ວມ ຈະໄດ້ ເຮັດວຽກ ກັບ ຊຸມຊົນ ທ້ອງຖິ່ນ ລາວ ແລະ ເຈົ້າໜ້າທີ່ ອົງການ ປ່ອຍໝີ ເຂົ້າປ່າ ຕາມ ທັມມະຊາດ Free the Bears ໂດຍການ ສ້າງ ຮ້ານຄ້າ ຮ້ານຂາຍ ເຄື່ອງ ແບບ ຍືນຍົງ. ນີ້ ເປັນ ແນວຄິດ ເພື່ອໃຫ້ ຮ້ານຄ້າ ອະນຸຍາດ ໃຫ້ ອົງການ Free the Bears ໄດ້ ຂາຍ ຜລິຕພັນ ທີ່ ຈະຊ່ວຍ ເປັນ ທຶນ ສໍາລັບ ໂຄງການ ປົກປັກ ຮັກສາ ໝີ ຕ່າງໆ ຢູ່ ໃນ ແລະ ນອກ ປະເທດ ລາວ ທີ່ ກໍາລັງ ດໍາເນີນ ຢູ່ນີ້.

ກອງ ປະຊຸມ workshop ຈະມີຂຶ້ນ ຣະຫວ່າງ ວັນທີ 18 ເມສາ ຫາ ທີ 2 ພຶສພາ ທີ່ ສວນ ຕາດ ກວາງຊີ ຫ່າງຈາກ ເມືອງ ມໍຣະດົກ ໂລກ ຫລວງ ພຣະບາງ 30 ກິໂລແມັຕ. ນີ້ ຖືເປັນ ໂຄງການ ໜຶ່ງ ໃນຫລາຍ ໂຄງການ ດ້ານ ມະນຸສທັມ ຫລ້າ ສຸດ ນີ້ ຊຶ່ງ ທາງ ອົງການ Building Trust ຈັດຂຶ້ນ ແລະ ດໍາເນີນ ການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.