ສູນການຄ້າ ສັດປ່າ ເມືອງ ຕົ້ນເຜິ້ງ

ອະວາຣີ
2015.03.30
F-trunk ງາຊ້າງ ທີ່ທາງ ເຈົ້າໜ້າທີ່ ໄທ ຍຶດໄດ້ ຕາມເຂດ ຊາຍແດນ
AFP

ເສຖກິດ ພິເສດ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ກາຍເປັນ ສູນ ການຄ້າ ສັດປ່າ ທີ່ ໃຫຍ່ ທີ່ສຸດ ແຫ່ງນຶ່ງ ໃນ ເອເຊັຽ. ຮ້ານຄ້າ ແລະ ຮ້ານ ອາຫານ ໃນເຂດ ເສຖກິດ ພິເສດ ດັ່ງກ່າວ ຂາຍ ສັດປ່າ ແລະ ຊິ້ນສ່ວນ ຂອງ ສັດປ່າ ຫລາຍ ຊນິດ ໃຫ້ແກ່ ນັກ ທ່ອງທ່ຽວ ຊາວຈີນ. ນັ້ນ ແມ່ນ ສ່ວນນຶ່ງ ຂອງ ບົດ ຣາຍງານ ຂອງ ອົງການ ສືບສວນ ສິ່ງ ແວດລ້ອມ ທີ່ ມີ ສຳນັກງານ ໃຫຍ່ ຢູ່ ປະເທດ ອັງກິດ. ເຈົ້າໜ້າທີ່ ອົງການ ສືບສວນ ສິ່ງ ແວດລ້ອມ ເຂົ້າໄປ ສືບສວນ ການຄ້າ ສັດປ່າ ຢູ່ ເຂດ ເສຖກິດ ພິເສດ ເມືອງ ຕົ້ນເຜິ້ງ ຫລາຍຄັ້ງ ນັບແຕ່ ເດືອນ ມິຖຸນາ ປີກາຍ ເປັນ ຕົ້ນມາ ເທື່ອ ຫລ້າສຸດ ເມື່ອ ເດືອນ ກຸມພາ. ນາງ Debbie Banks ເຈົ້າໜ້າທີ່ ອົງການ ສືບສວນ ສິ່ງ ແວດລ້ອມ ຣາຍງານ ຣາຍ ຣະອຽດ ຕື່ມວ່າ:

“ເຂດ ເສຖກິດ ພິເສດ ເມືອງ ຕົ້ນເຜິ້ງ ມີການ ຂາຍ ສັດປ່າ ແລະ ຊິ້ນສ່ວນ ຂອງ ສັດປ່າ ຢ່າງ ເສຣີ ແລະ ຢ່າງ ເປີດແປນ; ມີປ້າຍ ໂຄສະນາ ຂາຍ ສັດປ່າ ແລະ ຢາ ບໍາຣຸງ ປະສົມ ດ້ວຍ ສັດປ່າ ຕິດເຕັມ ຕາມ ຖນົນ ຫົນທາງ ຕໍ່ໜ້າ ແລະ ພາຍໃນ ຮ້ານ ແລະ ຮ້ານ ອາຫານ.”

ຮ້ານຂາຍ ຂອງຂວັນ ແລະ ທີ່ຣະລຶກ ມີ ໜັງເສືອ ແຫ້ງ ຕິດໂຊ ຢູ່ຝາ ເຈັດ ແຜ່ນ ມີກວດ ເຫລົ້າ ບອງຢາ ກະດູກ ເສືອ ຕັ້ງລຽນ ກັນຢູ່ ມີ ງາຊ້າງ ແລະ ເຄື່ອງເອ້ ທີ່ ຜລິດ ດ້ວຍ ງາ ຊ້າງ ວາງ ໄວ້ຕາມ ໂຕະ ໃຫ້ ນັກ ທ່ອງທ່ຽວ ເລືອກຊື້ ໄດ້ ຢ່າງ ສະດວກ ສະບາຍ. ອັນທີ່ ເດັ່ນ ທີ່ສຸດ ຢູ່ ສູນ ຊັພ ສົມບັດ ອັນ ລ້ຳຄ່າ ສາມ ຫລ່ຽມຄຳ ມີໂຕເສືອ ທີ່ ຕາຍແລ້ວ ຢືນຢູ່ ຫລາຍໂຕ. ເຈົ້າຂອງ ຮ້ານ ຊຶ່ງ ເປັນຄົນ ຈີນ ເວົ້າວ່າ ເສືອ ເຫລົ່ານີ້ ມາຈາກ ເມືອງລ້າ ຮັດສານ ໃນ ພະມ້າ. ສ່ວນ ງາ ຊ້າງ ມາ ຈາກ ຫລາຍ ປະເທດ ຜ່ານໄທ. ຮ້ານ ອາຫານ ກໍ ບໍຣິການ ອາຫານ ທີ່ ປຸງແຕ່ງ ຈາກ ສັດປ່າ, ເຊັ່ນ ມີທັງ ສະເຕັກ ຊີ້ນ ເສືອ ແລະ ເຫລົ້າ ບອງຢາ ກະດູກ ເສືອ ຊຶ່ງ ຊາວຈີນ ເຊື່ອວ່າ ເປັນຢາ ບຳລຸງ ກຳລັງ ວັງຊາ.

ເຈົ້າໜ້າທີ່ ອົງການ ສືບສວນ ສິ່ງ ແວດລ້ອມ ເບິ່ງ ຕາມ ຣາຍການ ອາຫານ ຊຶ່ງ ຂຽນ ເປັນ ພາສາ ຈີນ ແລະ ພາສາ ອັງກິດ ແລະ ເຫັນ ກະດູກ ເສືອ ຢູ່ໃນ ແກ້ວ ເຫລົ້າ ບອງຢາ ນັ້ນ. ເຈົ້າຂອງ ຮ້ານ ອາຫານ ເວົ້າວ່າ ທາງ ຮ້ານ ຊື້ ເສືອ ມາ ຈາກ ຟາມລ້ຽງ ເສືອ ໃນ ເຂດ ເສຖກິດ ພິເສດ ເມືອງ ຕົ້ນເຜິ້ງ ເອງ ແລະ ຈາກ ຫລາຍ ຟາມ ໃນ ປະເທດ ລາວ. ເຈົ້າຂອງ ຮ້ານ ເວົ້າ ອີກວ່າ ສິ່ງ ທີ່ ຮ້ານ ຕ້ອງການ ຫລື ລູກຄ້າ ຊາວຈີນ ມັກ ທີ່ສຸດ ບໍ່ ແມ່ນ ຊີ້ນ ເສືອ ແຕ່ແມ່ນ ກະດູກ ເສືອ.

ຣາຍການ ອາຫານ ຢູ່ ຮ້ານ ອາຫານ ຫລາຍ ແຫ່ງ ໃນ ເຂດ ເສຖກິດ ພິເສດ ເມືອງ ຕົ້ນເຜິ້ງ ຍັງ ມີ ຂົ້ວ ຫລິ່ນ ຂົ້ວ ເຕົ່າ ແລະ ແລນ ແກງ ຕິນໝີ ກໍມີ. ໃນ ເວລາ ຍ່າງ ອອກຈາກ ຮ້ານ ອາຫານ ເຈົ້າໜ້າທີ່ ສືບສວນ ກໍ ສັງເກດ ເຫັນ ໝີ ນ້ອຍ ແລະ ງູ ເຫລືອມ ຂັງຢູ່ ໃນ ກົງ ໃກ້ໆ ກັບ ເຮືອນ ຄົວ. ພໍ່ຄົວ ເວົ້າວ່າ ສັດປ່າ ທັງສອງ ຢ່າງ ຂັງ ໄວ້ ເພື່ອຄົວ ແລະ ແຕ່ງກິນ ໃຫ້ ລູກຄ້າ ທັນທີ່ ທີ່ ໄດ້ ຮັບ ຄຳສັ່ງ.

ເຈົ້າໜ້າທີ່ ອົງການ ສືບສວນ ສິ່ງ ແວດລ້ອມ ໄປເບິ່ງ ສວນ ສັດ ຊຶ່ງ ຢູ່ໃກ້ໆ ກັບ ໂຮງ ກະສິໂນ ແລະ ສັງເກດ ເຫັນ ເສືອ 26 ໂຕ ແລະ ໝີ 38 ໂຕ. ຄົນ ລ້ຽງສັດ ຊຶ່ງ ມາຈາກ ຈີນ ເມື່ອ ສອງປີ ກ່ອນ ເວົ້າວ່າ ເຈົ້າຂອງ ຟາມ ໃຊ້ ເຮຣີກອບເຕີ ຂົນ ເສືອ ໂຕແມ່ ຈາກ ຟາມ ຕ່າງໆ ໃນລາວ ມາຕື່ມ ເມື່ອ ປີກາຍ 20 ໂຕ. ເຂົາ ຈະລ້ຽງ ແລະ ປະສົມ ພັນ ໃຫ້ ມີຫລາຍ ຂື້ນ ເປັນ 50 ໂຕ ພາຍ ໃນ ປີນີ້; ໃຫ້ມີ 500 ໂຕ ພາຍໃນ ສາມປີ ຂ້າງໜ້າ ແລະ ໃຫ້ເພິ້ມ ຂື້ນ ເປັນ 1,000 ໂຕ ພາຍໃນ ຫ້າ ປີ.

ເຈົ້າຂອງ ຟາມ ຈະ ຂຍາຍ ແລະ ຍ້າຍ ຟາມ ອອກໄປ ຕັ້ງຢູ່ ໄກຈາກ ໂຮງ ກາສິໂນ ປະມານ ຫ້າ ກິໂລແມັດ ພາຍໃນ ສອງ ສາມ ປີ ຂ້າງໜ້າ. ສຳຣັບ ໝີ ນັ້ນ ຄົນ ລ້ຽງສັດ ເວົ້າວ່າ ສ່ວນ ຫລາຍ ແລ້ວ ຊື້ມາ ຈາກ ພະມ້າ. ໝີ ກໍເຊັ່ນ ດຽວກັນ ກັບ ເສືອ ລູກຄ້າ ມັກຊື້ ບີ ໝີ ຫລາຍກວ່າ ຈະ ກິນ ຊີ້ນ ໝີ.

ຢູ່ໃນ ໂຮງ ກາສິໂນ ເຈົ້າໜ້າທີ່ ອົງການ ສືບສວນ ສິ່ງ ແວດລ້ອມ ກໍ ສັງເກດ ເຫັນ ງາ ຊ້າງ ຄູ່ນຶ່ງ ທີ່ ຕັ້ງຢູ່ ໂຕະ; ນອກຈາກ ນັ້ນ ກໍເຫັນ ເຄື່ອງເອ້ ທີ່ ເຮັດຈາກ ງາ ຊ້າງ ເຊັ່ນ ປອກ ແຂນ ທີ່ ຄວັດ ລວດລາຍ ຈົບງາມ. ເຈົ້າໜ້າທີ່ ໂຮງ ກາສິໂນ ເວົ້າວ່າ ສິນຄ້າ ເຫລົ່ານີ້ ຜລິດ ໃນ ປະເທດ ໄທ ແລ້ວ ລັກ ຂົນສົ່ງ ເຂົ້າມາ ລາວ.

ອົງການ ສືບສວນ ສິ່ງ ແວດລ້ອມ ຣາຍງານ ອີກວ່າ ພວກຄ້າ ສັດປ່າ ມັກ ລັກ ຂົນສົ່ງ ສັດປ່າ ຈາກ ພະມ້າ ຈາກ ມາເລເຊັຍ ຜ່ານໄທ ເຂົ້າ ເສຖກິດ ພິເສດ ເມືອງ ຕົ້ນເຜິ້ງ; ຈາກນັ້ນ ສ່ວນນຶ່ງ ຈະຖືກ ຂາຍ ຢູ່ພາຍ ໃນເຂດ ເສຖກິດ ພິເສດ ເອງ ອີກ ສ່ວນນຶ່ງ ຖືກ ສົ່ງໄປ ຈີນ ແລະ ອອກໄປ ວຽດນາມ.

ອົງການ ສືບສວນ ສິ່ງ ແວດລ້ອມ ຣາຍງານ ເມື່ອ ອາທິດ ທີ່ແລ້ວ ວ່າ ບໍຣິສັດ ດອກງິ້ວ ຄຳ ຫລື ເປັນ ພາສາ ອັງກິດ ເອິ້ນວ່າ ບໍຣິສັດ Kings Roman Group ຂອງ ຈີນ ລົງທຶນ ຮ່ວມກັບ ຣັຖບານ ລາວ ເພື່ອ ສ້າງ ເຂດ ເສຖກິດ ພິເສດ ເມືອງ ຕົ້ນເຜິ້ງ ທີ່ ແຂວງ ບໍ່ແກ້ວ. ບໍຣິສັດ ດອກງິ້ນ ຄຳ ລົງທຶນ 80 ສ່ວນຮ້ອຍ ແລະ ຣັຖບານ ລາວ 20 ສ່ວນຮ້ອຍ. ບໍຣິສັດ ດອກງິ້ວ ຄຳ ໄດ້ ສັມປະທານ ທີ່ດິນ ທັງໝົດ ກວ່າ 10,000 ເຮັກຕາ ແລະ ໄດ້ ສັມປະທານ ເປັນ ເວລາ ທັງໝົດ 99 ປີ.

ອົງການ ສືບສວນ ສິ່ງ ແວດລ້ອມ ຕັ້ງ ຄຳຖາມ ວ່າ ເປັນຫຍັງ ຣັຖບານ ລາວ ບໍ່ ສາມາດ ຄວບຄຸມ ທຸຣະກິດ ໃນເຂດ ເສຖກິດ ພິເສດ ນັ້ນເລີຍ ທັງໆທີ່ ຣັຖບານ ລາວ ກໍມີ ຫຸ້ນສ່ວນ ລົງທຶນ ນຳ. ເປັນຫຍັງ ເສຖກິດ ພິເສດ ເມືອງ ຕົ້ງເຜິ້ງ ບໍ່ ນັບຖືກ ກົດໝາຍ ລາວ ໂດຍ ສະເພາະ ກົດໝາຍ ວ່າດ້ວຍ ການ ຄຸ້ມຄອງ ປ່າໄມ້ ແລະ ສັດປ່າ. ເບິ່ງ ຄືວ່າ ຣັຖບານ ລາວ ຕັ້ງ ສົມຮູ້ ຮ່ວມຄິດ ກັບ ນັກ ລົງທຶນ ຈີນ ໃນການ ຕັ້ງ ໂຮງ ກາສິໂນ ແລະ ຄ້າຂາຍ ສັດປ່າ. ເບິ່ງ ຄືວ່າ ເສຖກິດ ພິເສດ ເມືອງ ຕົ້ນເຜິ້ງ ເປັນ ສ່ວນນຶ່ງ ຂອງ ເມືອງຈີນ ໃຊ້ ພາສາ ຈີນ ໃຊ້ ເວລາ ຈີນ ແລະ ໃຊ້ເງິນ ຢວນ ຂອງຈີນ; ມີ ຣະບຽບ ກົດໝາຍ ຕ່າງຫາກ.

ອົງການ ສືບສວນ ສິ່ງ ແວດລ້ອມ ເປີດເຜີຍ ວ່າ ປະທານ ກຸ່ມ ບໍຣິສັດ ດອກງິ້ວ ຄຳ ເປັນ ຄົນຈີນ ທີ່ ມີຊື່ວ່າ Zhao Wei ມີ ເສັ້ນສາຍ ແລະ ມີຄວາມ ສຳພັນ ດີ ກັບ ຄນະຜູ້ນຳ ພັກ ແລະ ຣັຖບານ ລາວ. ປະທານ ຈູມມະລີ ໄຊຍະສອນ; ນາຍົກ ຣັຖມົນຕຣີ ທອງສິງ ທັມມະວົງ ແລະ ຮອງ ນາຍົກ ຣັຖມົນຕຣີ ສົມສະຫວາດ ເລັ່ງສະຫວັດ ກໍໄປ ຢ້ຽມຢາມ ເຂດ ເສຖກິດ ພິເສດ ດັ່ງກ່າວ.

ເວົ້າໂດຍ ທົ່ວໄປ ໝົດ ປະເທດ ລາວ ຖືວ່າ ເປັນຕົ້ນ ທາງ ປາຍທາງ ແລະ ທາງຜ່ານ ຂອງ ການ ຄ້າ ສັດປ່າ ເກືອບ ທຸກຊນິດ. ເຈົ້າໜ້າທີ່ ທາງການ ລາວ ກໍບໍ່ ປາບປາມ ຢ່າງ ຈິງຈັງ. ຜູ້ຄ້າ ສັດປ່າ ຄົນນຶ່ງ ໃນ ແຂວງ ບໍຣິຄຳໄຊ ທີ່ ບໍ່ ປະສົງ ອອກຊື່ ໃຫ້ ສຳພາດ ແກ່ ຂະພະເຈົ້າ ຕອນນ່ຶງ ວ່າ:

“ການຄ້າ ສັດປ່າ ຈາກ ເມືອງ ບ້ານແພງ ແຂວງ ນະຄອນ ພະນົມ ຂອງໄທ ເຂົ້າ ລາວ ຜ່ານບ້ານ ນ້ຳທອນ ໄປຫາ ບ້ານ ຫລັກຊາວ ແລ້ວອອກ ໄປຫາ ວຽດນາມ ດຳເນີນໄປ ທຸກໆ ມື້ ທັງເວັນ ທັງຄືນ ແລະ ຢ່າງ ສະດວກ ສະບາຍ. ພວກ ເຂົາ ບໍ່ຖືກ ຈັບ ຈັກເທື່ອ.”

ສຳຣັບ ສັດປ່າ ຢູ່ລາວ ນັ້ນ ເກືອບວ່າ ຈະ ສູນພັນ ແລ້ວ ຕົວຢ່າງ ເສືອ ອາດຈະຍັງ ເຫລືອ ຢູ່ ປ່າ ສງວນ ໃນທົ່ວ ປະເທດ ປະມານ 20 ໂຕ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.