ຊ້າງປ່າຫຼາຍໂຕມາກິນ ນໍາບ້ານ

ຈໍາປາທອງ
2020.11.03
f-wild-elephants ຊ້າງປ່າ ທີ່ເຂົ້າມາຫາກິນ ໃນໝູ່ບ້ານ ທາງການເຕືອນບໍ່ໃຫ້ ກວນຊ້າງເດັດຂາດ ຖ້າຈະໄລ່ຊ້າງໜີ ໃຫ້ຈູດໝາກກະໂພກ
ຮູບຖ່າຍເດືອນຕຸລາ 2020: ນັກຂ່າວພົລເມືອງ

ຊ້າງປ່າ 7 ໂຕ ອອກມາກິນຜົລປູກໃນສວນ ແລະກິນເຂົ້າໃນນາຂອງຊາວບ້ານຕາດກຸ່ມ ຢູ່ເມືອງຊານໄຊ ແຂວງອັດຕະປື ເສັຍຫາຍຫລາຍ. ແລະໃນຫລາຍປີ ຜ່ານມານີ້ ຊ້າງປ່າກໍອອກມາຫາກິນ ຢູ່ຫລາຍເຂດ ຂອງ ເມືອງຊານໄຊ ນີ້, ດັ່ງຊາວບ້ານ ບ້ານຕາດກຸ່ມ ທ່ານນຶ່ງ ທີ່ຂໍ ສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ພຶສຈິກາ ນີ້ວ່າ:

”5 ໂຕ ທີ່ມັນອອກມາ ແຕ່ວ່າເຂົາເຫັນມັນມີ 7 ເຂົາວ່າ ມັນຫາກມີຫລາຍບ່ອນມັນລົງຫັ້ນ ສ່ວນຫລາຍມັນກິນເຂົ້ານາ ແລະ ກໍຜົລປູກ ທີ່ຕິດ ກັບເຮືອນ ເປັນກ້ວຍເປັນອ້ອຍ ມັນກິນເປັນພືດສວນຄົວເຮົານີ້ແຫລະ ສ່ວນນຶ່ງກໍອາຈວ່າໃນພື້ນທີ່ ຈະບໍ່ມີແຫລ່ງອາຫານ ມັນຈະມີບັນຫາມາ ຫລາຍປີແລ້ວ ກໍຢາກຂໍຄວາມຊ່ອຍເຫລືອນັ້ນແຫລະ."

ທ່ານກ່າວຕື່ມອີກວ່າ ຖ້າມີພາກສ່ວນໃດລົງມາຊ່ອຍເຫລືອ ກໍຂໍໃຫ້ຊ່ອຍເຫລືອ ໃນແນວທາງອະນຸຮັກຊ້າງ, ບໍ່ຢາກໃຫ້ໃຊ້ຄວາມຮຸນແຮງ ກັບຊ້າງ, ຢາກໃຫ້ຄົນກັບຊ້າງ ຢູ່ຮ່ວມກັນໄດ້.

ແລະຊາວບ້ານອີກ ທ່ານນຶ່ງ ທີ່ຂໍສງວນຊື່ ຢູ່ເມືອງດຽວກັນນີ້ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ທີ່ຜ່ານມາ ກໍເຄີຍພົບເຫັນຊ້າງປ່າ ລົງມາຫາກິນອາຫານ ຢູ່ເຂດບ້ານຂອງປະຊາຊົນ ໃນເມືອງຊານໄຊເລື້ອຍໆ, ແຕ່ບໍ່ຮູ້ວ່າມັນມີຈໍານວນຫລາຍ ປານໃດ, ຮູ້ແຕ່ວ່າ ໃນອາດີດ ແມ່ນມີຫລາຍ, ຕົນຄິດວ່າ ການທີ່ຊ້າງອອກຈາກປ່າ ມາຫາກິນອາຫານຂອງປະຊາຊົນນັ້ນ ກໍຍ້ອນວ່າ ຢູ່ໃນປ່າມັນບໍ່ມີອາຫານ ຫລື ມັນຖືກ ລົບກວນ ຊຶ່ງແຖວນັ້ນມັນເປັນເຂດປ່າສງວນ ດັ່ງທີ່ທ່ານກ່າວວ່າ:

”ແຖວໆນັ້ນມັນເປັນເຂດປ່າສງວນແຫ່ງຊາດ ທີ່ຊ້າງມັນລົງມາ ຄືມັນລົງມາຫາຂອງກິນ ແນ່ນອນວ່າຢູ່ໃນພື້ນທີ່ນັ້ນ ເປັນພື້ນທີ່ທີ່ຖືກລົບກວນ ແຕ່ໃນອາດີດ ມີຫລາຍ ແຕ່ວ່າປັດຈຸບັນນີ້ ກະເທົ່າເທົ່າໃດ ກັນແທ້ ແຕ່ວ່າປະຊາຊົນ ເຂດຊານໄຊ ກໍພົບເຫັນຕລອດ ອັນຊ່ວງຊ່ວງກ່ອນໆ ຫວັ່ງ 2-3 ເດືອນກ່ອນ ກະມີຊ້າງໂຕນຶ່ງ ທີ່ຕົກເຂື່ອນ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກກະສິກໍາ ແລະປ່າໄມ້ ແຂວງອັດຕະປື ທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ພຶສຈິກາ ນີ້ວ່າ ຫາກພົບເຫັນຊ້າງປ່າ ລົງມາຫາກິນເຂົ້າໃນໄຮ່ໃນນາ ແລະກິນພືດຜັກໃນສວນ ຢູ່ເຂດຂອງຊາວບ້ານ ທາງເຈົ້າໜ້າທີ່ກໍຈະມີ ແຈ້ງການ ໄປຫາຊາວບ້ານ ໃຫ້ຣະມັດຣະວັງ, ສ່ວນເຣື່ອງ ການໄລ່ຊ້າງໃຫ້ໜີ ອອກໄປນັ້ນ ແມ່ນໃຊ້ກະໂພກ ຫລື ອີ່ຫຍັງຕ່າງໆໄລ່, ດັ່ງທີ່ ທ່ານກ່າວວ່າ:

”ແຈ້ງການ ເພີ່ນກໍແຈ້ງການໃຫ້ຣະມັດຣະວັງ ເອົາຫັ້ນແລ້ວ ໄລ່ມັນໄປຫັ້ນແຫລະ ປ້ອງກັນໄວ້ ເພາະມັນກິນເຂົ້າເຂົາເຈົ້າ ປະຊາຊົນເຂົ້ານາ ເຂົາກະໃຊ້ໄລ່ເປັນກະໂພກກະຫຍັງເຂົາໄລ່”

ສື່ສັງຄົມອອນລາຍ ໃນປະເທດລາວ ເວົ້າໃນມື້ວັນທີ 2 ພຶສຈິການີ້ວ່າ ພົບເຫັນຊ້າງປ່າຫລາຍໂຕ ອອກມາກິນຜົລປູກໃນໄຮ່ ຂອງປະຊາຊົນ ຢູ່ໃນເຂດເມືອງຊານໄຊ ແຂວງອັດຕະປື. ແລະກ່ອນໜ້ານີ້ ເມື່ອວັນທີ 4 ກໍຣະກະດາ ທີ່ຜ່ານມາ ຊ້າງປ່າກໍໄດ້ອອກມາ ອາລະວາດຢູ່ເຂດ ບ້ານ ໃນເມືອງຊານໄຊນີ້ ເຮັດໃຫ້ ປະຊາຊົນແຕກຕື່ນ. ສ່ວນວ່າ ສາເຫດທີ່ເຮັດໃຫ້ ຊ້າງປ່າອອກມາອາລະວາດນັ້ນ ແມ່ນຍັງບໍ່ທັນຮູ້ ແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.