ຊ້າງປ່າຍ່າງຂ້າມແດນຈີນ ມາລາວ

ຊ້າງປ່າ ຍ່າງຂ້າມ ຊາຍແດນ ໄປມາ ຣະຫວ່າງ ລາວກັບຈີນ ເປັນປະຈຳ ໃນຍາມ ກາງຄືນ.

ກ້ອງວົງຈອນປິດ ທີ່ດ່ານຊາຍແດນ ເຂົ້າ-ອອກ ລາວ,ຈີນ ໄດ້ເກັບຮູບພາບຊ້າງປ່າ ເຂດສີບສອງປັນນາ ທີ່ແຂວງຢູນານ ຍ່າງຂ້າມ ເຂດແດນຈີນເຂົ້າມາລາວ Screen captured Xishuangbanna,video

ກ້ອງວົງຈອນປິດ ທີ່ດ່ານຊາຍແດນ ເຂົ້າ-ອອກ ລາວ,ຈີນ ໄດ້ເກັບຮູບພາບຊ້າງປ່າ ຈາກເຂດສີບສອງປັນນາ ທີ່ແຂວງຢູນານ ຍ່າງຂ້າມ ເຂດແດນຈີນເຂົ້າມາລາວ ໃນເວລາກາງຄືນ ຕອນເຊົ້າມືດ ວັນເສົາທີ 27 ເດືອນມົກຣາ ຜ່ານມາ ເປັນທີ່ສັງເກດໄດ້ວ່າ ການເຄື່ອນຍ້າຍ ຖິ່ນຖານ ຂອງຊ້າງປ່າ ຈາກປະເທດນຶ່ງມາຍັງ ປະເທດນຶ່ງ ເປັນໄປແບບປົກກະຕິ ເປັນປະຈຳ ຍ້ອນວ່າຊ້າງຈະບໍ່ຮູ້ວ່າ ເປັນເຂດຊາຍແດນ ຣະຫວ່າງປະເທດ ແລະຊ້າງປ່າມັກເຂົ້າມາທຳຮ້າຍ ເຄື່ອງປູກຂອງຝັງ ຂອງຊາວບ້ານ ລາວແລະຈີນ ກໍມີການອະນຸຮັກ ຊ້າງປ່າ ຕາມແນວ ຊາຍແດນ. ດັ່ງເຈົ້າຫນ້າທີ່ WWF ປະຈຳລາວ ທ່ານນຶ່ງເວົ້າວ່າ:

“ໂຄງການອະນຸຮັກຊ້າງປ່າ ແກ້ໄຂບັນຫາເຣື້ອງຊ້າງ ທີ່ທໍາລາຍປະຊາຊົນ ແລະເຄື່ອງປູກຂອງປະຊາຊົນເຮົາມີຢູ່ 5 ແຂວງຢູ່ທາງພາກໃຕ້ ມີແຂວງອັດຕະປື, ເຊກອງ, ສາລະວັນ ແລະ ສວັນນະເຂດ; ສ່ວນທາງພາກເໜືອ ແມ່ນແຂວງໄຊຍະບູຣີ.”

ເຈົ້າຫນ້າທີ່ເຝົ້າດ່ານຈາກສອງຝັ່ງ ກໍໄດ້ສົ່ງທີມທະຫານໄປຕິດຕາມ ຄວາມເຄືື່ອນໄຫວ ຂອງຊ້າງເພື່ອຮັກສາ ຄວາມປອດພັຍໃຫ້ຊ້າງໂຕນີ້ ຫລັງຈາກນັ້ນຕໍ່ມາ ປະມານນຶ່ງຊົ່ວໂມງ ຊ້າງໂຕນີ້ ກໍຍ່າງກັບຄືນ ຜ່ານດ່ານດັ່ງກ່າວ ເຂົ້າມາຈີນຄືນ. ອາດເປັນການໄປຊອກຫາໝູ່ທີ່ຫາຍ ໄປຫລືໄປຊອກຫາຄອບຄົວ ທີ່ຫນີໄປລາວ ກໍເປັນໄດ້ ຫລືວ່າຫລົງຝຸງ.

ໃນປັດຈຸບັນຄາດວ່າ ຍັງມີຊ້າງປ່າເຫຼືອ ຢູ່ໃນຈີນປະມານ 300 ໂຕ ສ່ວນໃຫຍ່ຈະຢູ່ໃນປ່າສງວນແຫ່ງຊາດ ທີ່ແຂວງຢູນານ ທີ່ຕິດກັບລາວ ສຳລັບຢູ່ ສປປລາວແລ້ວ ຈຳນວນຊ້າງປ່າ ອາດຈະຍັງບໍ່ເຫລືອຫລາຍປານໃດ ຍ້ອນການລ່າຊ້າງ ເອົາງາໄປຂາຍ ແລະ ສປປລາວ ກໍຂາດ ມາຕການ ໃນການບັງຄັບໃຊ້ກົດຫມາຍ ປ້ອງກັນສັດປ່າ ເປັນຕົ້ນຊ້າງແລະອື່ນໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org