ຊ້າງປ່າອອກຫາກິນນໍາ ໝູ່ບ້ານ
2020.07.06
ຊ້າງປ່າເຂດບ້ານວັງໄຊ ເມືອງຊານໄຊ ແຂວງອັດຕະປື ອອກມາຫາກິນພືດພັກ ຂອງຊາວບ້ານເຮັດໃຫ້ເກີດຜົລເສັຍຫາຍບໍ່ຫຼາຍ ຈາກນັ້ນ ຊ້າງປ່າໄດ້ກັບຄືນເຂົ້າປ່າແລ້ວ.
ການອອກມາຫາກິນຂອງຊ້າງປ່າຝຸງນີ້ ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ແຈ້ງເຕືອນໄປຍັງປະຊາຊົນ ຫ້າມເຂົ້າໃກ້ ຫ້າມທຳຮ້າຍຊ້າງ. ດັ່ງເຈົ້າຫນ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 06 ກໍຣະກະດາ ວ່າ.
"ຢູ່ເມືອງຊານໄຊ ມັນອອກມາຫາກິນມາຮອດໃນເມື່ອງພີ້ຫຼະ ເຫັນຕາມທາງຖນົນແຕ່ຫາກມັນບໍ່ໄດ້ທໍາຮ້າຍຫຍັງ ຄືພືດສວນຂອງປະຊາຊົນ ຕາມທີ່ຮູ້ກະຈຳນວນນຶ່ງຫັ້ນແລ້ວ ມັນກາເສັຽ ຫາຍຢູ່ຫັ້ນແຫຼະ ກະສົມຄວນຢູ່ຫັ້ນແລ້ວ ປະຊາຊົນບໍ່ໄປລົບກວນມັນເດ້ເນາະ ກາມີແຕ່ໃຊ້ສຽງ ຫຍັງໄລ່ມັນກັບເຂົ້າປ່າຄືນ ບໍ່ໄປທຳຮ້າຍມັນ."
ເຈົ້າໜ້າກ່າວຕື່ມວ່າ ຜ່ານມາກໍມີຊ້າງປ່າມາຫາກິນ ຕາມໄຮ່ຕາມສວນ ຂອງປະຊາຊົນຢູ່ ແຕ່ບໍ່ໄດ້ມີຄວາມເສັຽຫາຍຮ້າຍແຮງ ເບື້ອງຕົ້ນກໍໄດ້ມີ ການລົງໂຄສະນາໃຫ້ປະຊາຊົນຮັບມື ກັບ ຊ້າງປ່າດ້ວຍການຢູ່ຮ່າງໆ ຖ້າຫາກຊ້າງເຂົ້າມາຫາກິນ ຕາມໄຮ່ຕາມສວນ ກໍຄວນຫລີກ ທັນທີ.
ສ່ວນເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ໄດ້ກ່າວໃນວັນທີ 05 ກໍຣະກະດາ ວ່າ ຜ່ານມາກໍມີຊ້າງປ່າ ປະມານ 20 ເຊືອກ ລົງມາຫາກິນຢູ່ ເມືອງວິລະບູລີ ເຊີ່ງຢູ່ໃນ ເຂດບໍ່ແຮ່ທອງແດງ ຫ່າງຈາກໂຕບ້ານປະຊາຊົນ ຫຼາຍພໍສົມຄວນ. ໂດຍຊ້າງ ທີ່ເຂົ້າມາກໍ ກິນພືດຜັກ ຂອງປະຊາຊົນ ແຕ່ບໍ່ເສັຍຫາຍຫຼາຍ ເພາະສ່ວນຫຼາຍ ປະຊາຊົນມັກເຂົ້າໄປເຮັດໄຮ່ ສວນຢູ່ເຂດປ່າສງວນ. ເບື້ອງຕົ້ນເຈົ້າໜ້າທີ່ ກໍໄດ້ໄລ່ຊ້າງ ກັບເຂົ້າປ່າແລ້ວ.
"ມັນລຶ້ງເຂດຫາກິນລຶ້ງຄົນຫຼາຍຂຶ້ນມັນຫີວອາຫານ ມັນກາລົງມາ ສ່ວນໃຫຍ່ປະຊາຊົນເຮັດໄຮ່ ເຮັດສວນ ໃນປ່າສງວນບໍ່ເຂົ້າໄປລົບກວນ ມັນກາບໍ່ເປັນຫຍັງ ປ່ອຍໃຫ້ມັນຫາກິນແບບ ທັມມະຊາດຫັ້ນແລ້ວ ມັນຢູ່ໃນຂອບເຂດ ມັນບໍ່ໄດ້ເຂົ້າໃນບ້ານເຂົາ ເວົ້າໝົດແແລ້ວ ປ່າສງວນ ເຂົາລົງເຖິງບ້ານໝົດແລ້ວ ມີຣະບຽບການຄຸ້ມຄອງບໍ່ໃຫ້ທຳຮ້າຍບໍ່ໃຫ້ມັນຄຽດ ມັນຮ້າຍ ເຂົາກຳນົດເຂດຫາກິນມັນຢູ່."
ທ່ານໄດ້ກ່າວຕື່ມວ່າ ໃນຂັ້ນຕົ້ນນີ້ຍັງບໍ່ມີມາຕການປ້ອງກັນ ມີແຕ່ແຈ້ງເຕືອນປະຊາຊົນ ໃຫ້ຣະມັດຣະວັງເທົ່ານັ້ນ ແລະ ຂໍຄວາມຮ່ວມມືທັງ ອຳນາດການປົກຄອງ ແລະ ຊາວບ້ານຢ່າ ທຳຮ້າຍຊ້າງ ທີ່ອອກຫາກິນ ຖ້າພົບເຫັນຂໍໃຫ້ແຈ້ງເຈົ້າໜ້າທີ່ເພື່ອ ພັກດັນຊ້າງກັບຄືນເຂົ້າປ່າ.
ໃນຂນະທີ່ປະຊາຊົນແຂວງອັດຕະປື ໄດ້ກ່າວວ່າ ຜ່ານມາກໍເຫັນຊ້າງເຂົ້າມາຫາກິນພືດຜັກ ຂອງປະຊາຊົນເປັນໄລຍະ ເບື້ອງຕົ້ນກໍຢາກໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງສ້າງເຂດປ່າສງວນ ເພື່ອບໍ່ໃຫ້ປະຊາຊົນ ລຸກລໍ້າເຂົ້າໄປໃນເຂດນັ້ນ.
"ກາອອກໄປຕາມປະສາກາຢືນເບີ່ງຕາມທັມມະດາ ແຕ່ຖ້າມັນມາແບບ ມີອາລົມຮ້າຍແນວນັ້ນແນວນີ້ ເຮົາກາຫນີເດ້ເນາະ ຕ້ອງກຳນົດເຂດ ຄຸ້ມຄອງ ມັນເດ້ເນາະຫ້າມ ປະຊາຊົນເຂົ້າໄປ ປູກຝັງເຂດຫມ້ອງຊ້າງຢູ່ນ່າ ຖ້າຊ້າງມັນມີຫມ້ອງຢູ່ ຂອງມັນໂດຍປະຊາຊົນບໍ່ ໄປບຸກລຸກມັນ ກະບໍ່ອອກໄປຫາກິນຕາມບ້ານ."
ໃນຂນະທີ່ຊາວບ້ານແຂວງສວັນນະເຂດ ໄດ້ກ່າວວ່າຖ້າພົບຊ້າງປ່າ ກໍຮູ້ສຶກຢ້ານເກີດອັນຕະລາຍ ຕໍ່ຊີວິດກໍຕ້ອງລົບຫລີກ ແລະ ຢູ່ຫ່າງໆ ຖ້າພົບເຫັນຕ້ອງແຈ້ງ ໃຫ້ເຈົ້າໜ້າທີ່ພາກສ່ວນ ກ່ຽວຂ້ອງມາຊ່ອຍໄລ່ ຊ້າງກັບຄືນປ່າ.
"ວ່າດ້ວຍເຣື່ອງສັດປ່າທັມຊາດຖ້າເຫັນຊ້າງປ່າຊີແລ່ນຫນີ ຮ້ອງເອົາກະໂປະກະປອງໄລ່ຫນີຫັ້ນແລ້ວ ກາຊິຖ້າອາສັຍຂັ້ນເທິງແຫຼ້ວ ເປັນຜູ້ຊີ້ ແນະໃຫ້ ຂັ້ນເທິງມາໄລ່ ຄືເຮັດຜ່ານມາ ຫັ້ນແລ້ວ."
ບັນຫາເຣື່ອງຊ້າງອອກມາຫາກິນໃນຊຸມຊົນນັ້ນໃນແຕ່ລະປີ ຈະເກີດຂື້ນໃນຫລາຍແຂວງ ເນື່ອງຈາກເນື້ອທີ່ປ່າບາງເຂດຫລຸດນ້ອຍຖອຍລົງ ບໍ່ວ່າຈະເປັນໄຟໄໝ້ປ່າ ພັຍແລ້ງ ແລະ ບັນຫາການລຸກລໍ້າປ່າ ເຊີ່ງເປັນສາເຫດເຮັດໃຫ້ຊ້າງປ່າ ຕ້ອງໄດ້ອອກມາຫາກິນອາຫານຕາມຊຸມຊົນ.