ເຫດການຊ້າງປ່າ ເຂົ້າມາຫາກີນ ໃນໝູ່ບ້ານວັງໄຊ ເມືອງຊານໄຊ ແຂວງອັດຕະປື ເມື່ອວັນທີ 06 ກໍຣະກະດາ 2020 ຜ່ານມາ ອັນໄດ້ສ້າງ ຄວາມແຕກຕື່ນ ໃຫ້ຊາວບ້ານ ເຖິງວ່າຊ້າງປ່າ ຝູງນີ້ ຈະທຳລາຍ ຜົລປູກ ຂອງຊາວບ້ານເສັຍຫາຍບໍ່ຫລາຍ ແຕ່ເຈົ້າໜ້າທີ່ທ້ອງຖີ່ນ ກໍ່ຫ້າມ ປະຊາຊົນໄປທຳຮ້າຍຊ້າງ ພ້ອມທັງຊ່ອຍກັນໄລ່ ຊ້າງກັບຄືນເຂົ້າປ່າ. ຕໍ່ເຫດການນີ້ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື ໄດ້ກ່າວເຖິງເຫດການຕໍ່ ເອເຊັຽເສຣີ ໃນວັນທີ 06 ກໍຣະກະດາ ວ່າ:
"ຢູ່ເມືອງຊານໄຊ ມັນອອກມາຫາກິນ ມາຮອດໃນເມືອງ ພີ້ລະ ເຫັນຕາມຖນົນຫົນທາງ ແຕ່ຫາກມັນບໍ່ໄດ້ ທຳຮ້າຍຫຍັງ ຄືພືດສວນ ຂອງ ປະຊາຊົນ ຕາມທີ່ຮູ້ກາຈຳນວນນື່ງ ຫັ້ນແລ້ວມັນກະ ເສັຍຫາຍຢູ່ ຫັ້ນລະ ກະສົມຄວນຢູ່ຫັ້ນແລ້ວ ປະຊາຊົນບໍ່ໄປລົບກວນ ມັນເດ້ເນາະກະມີ ແຕ່ໃຊ້ສຽງຫຍັງໄລ່ ມັນກັບເຂົ້າປ່າຄືນ ບໍ່ໄປທຳຮ້າຍມັນ."
ໃນຂນະທີ່ ຢູ່ເມືອງວີລະບູລີ ແຂວງສວັນນະເຂດ ກໍ່ແມ່ນອີກເຂດນຶ່ງ ທີ່ຊ້າງປ່າມັກອອກມາຫາກິນນອກປ່າ, ດັ່ງເຫດການຊ້າງປ່າ ປະມານ 20 ເຊືອກລົງມາຫາກິນ ຢູ່ຫນອງນໍ້າເຂດບໍ່ແຮ່ ທອງແດງຫ່າງຈາກບ້ານ ຂອງປະຊາຊົນ. ໂດຍຊ້າງໄດ້ເຂົ້າມາກິນພືດພັກ ຂອງປະຊາຊົນ ແຕ່ບໍ່ເສັຍຫາຍຫຼາຍ ເຊີ່ງເຈົ້າໜ້າທີ່ ກໍໄດ້ ໄລ່ກັບເຂົ້າມາ.
ກ່ອນຫນ້ານັ້ນ ເມື່ອຕົ້ນປີ 2020 ທີຜ່ານມາ ຊ້າງປ່າກໍໄດ້ອອກມາທຳລາຍ ຜົລຜລິດ ຂອງປະຊາຊົນຢູ່ບ້ານທາດ ເຊັ່ນຫມາກໂມ, ຫມາກແຕງ ແລະ ຫມາກກ້ວຍ ສ້າງຄວາມ ເສັຍຫາຍ ເປັນຈຳນວນຫຼາຍ ຕໍ່ກັບເຫດການນີ້ ນາຍບ້ານ ບ້ານທາດ ໄດ້ກ່າວວ່າ:
"ແຕ່ວ່າຕາມເບີ່ງຕາມສຳຣວດໂຕຈິງນີ້ ປະມານຊ້າງ 03-04 ໂຕແຕ່ວ່າມີລັກສນະ ຊ້າງໃຫຍ່ແນ່ ຊ້າງນ້ອຍແນ່ເນາະ ແຕ່ວ່າມາຊຸດແລ້ວ ກະເຂົ້າມາທາງໃຕ້ບ້ານນີ້ເນາະ ແຕ່ວ່າບໍ່ທັນໄດ້ ທຳລາຍສວນເນາະຈັ່ງຊັ້ນແຫຼະ ເຮັດໃຫ້ປະຊາຊົນ ນີ້ຈຳນວນຊາວສວນເນາະ ແລະມີການ ທຳລາຍຄືທີ່ເຫັນ."
ອີງຕາມການບອກເລົ່າຂອງ ທ້າວ ບຸນຍືນ ປະຊາຊົນ ບ້ານນໍາອອກຮູ ເມືອງບົວລະພາ ແຂວງຄຳມ່ວນ ເຊິ່ງແມ່ນຄອບຄົວ ທີ່ຖືກຜົລກະທົບ ຈາກຊ້າງປ່າ ເຂົ້າມາທຳລາຍເລົ້າເຂົ້າ ເເລະ ສວນປູກພືດ ໃນເວລາປະມານ 4 ໂມງເຊົ້າ ຂອງວັນທີ 12 ມີນາ 2020 ທີ່ຜ່ານມາ ໄດ້ມີ ຊ້າງປ່າ ປະມານ 3-4 ເຊືອກ ໄດ້ບຸກເຂົ້າທໍາລາຍເລົ້າເຂົ້າ ແລະ ກິນເຂົ້າເປືອກ ພ້ອມທຳລາຍ ເລົ້າເຂົ້າເສັຍຫາຍຈຳນວນ 46 ເປົາ ໃນຈຳນວນ 67 ເປົາ ແລະ ທຳລາຍເຮືອນຄົວ ແລະ ຫ້ອງນໍ້ານຳອີກ. ຈາກນັ້ນ, ຝູງຊ້າງປ່າ ດັ່ງກ່າວ ກໍ່ໄປທຳລາຍຜົລປູກຂອງ ທ້າວ ໂຕ້ຍ ປະຊາຊົນ ບ້ານນຳອອກຮູ ເປັນຕົ້ນແມ່ນສ່ວນປູກກ້ວຍເຮ ເສັຍຫາຍ 200 ຕົ້ນ.
ເຫດການຊ້າງປ່າອອກມາຫາກິນ ໃນເຂດຊຸມຊົນນັ້ນແມ່ນເຫັນທຸກປີ ທັງພາກເຫນືອ, ພາກກາງ ແລະ ພາກໃຕ້ ຕໍ່ກັບບັນຫາດັ່ງກ່າວ ຫລາຍພາກສ່ວນຕ່າງກໍ ຊອກຫາຄຳຕອບ ວ່າຊ້າງ ເປັນຫຍັງຈື່ງອອກມາຈາກປ່າ ມາຫາກິນໃນເຂດຊຸມຊົນ. ທັງທີ່ວ່າປ່າຍັງມີຄວາມສົມບູນ ຢູ່ຕາມແນວຄິດ ຂອງປະຊາຊົນລາວສ່ວນຫລາຍ.
ແຕ່ຮູ້ບໍ່ວ່າທີ່ຈີງປະຊາກອນຊ້າງໃນລາວນັ້ນມີຫລາຍນັບເປັນພັນໆ ໃນເມື່ອກ່ອນ ແຕ່ທາງການລາວບໍ່ເຄີຍ ເອົາຈີງເອົາຈັງກັບການສຳຣວດ ປະຊາຊກອນ ຊ້າງປ່າ ແລະ ສັດປ່າຊນິດ ອື່ນໆ ທີ່ຢູ່ໃນປ່າທັມມະຊາດ. ຄວາມດຸ່ນດ່ຽງຂອງຣະບົບນິເວັດ ຫລື ຄວາມສົມບູນຂອງປ່າ ມັນກໍສະແດງອອກ ໂດຍມີປະຊາກອນ ສັດປ່າ ເພີ່ມຂື້ນ ນື່ງໃນນັ້ນກໍຄືປະຊາກອນຊ້າງ. ການອອກມາຫາກິນຂອງຊ້າງປ່າ ໃນເຂດຊຸມຊົນ ນັກອະນຸຮັກຊ້າງປ່າ ໄດ້ອອກບົດຣາຍງານ ເມື່ອວັນທີ 23 ມິຖຸນາ 2020 ທີ່ຜ່ານມາວ່າ;
ປັຈຈຸບັນສີ່ງທີ່ທ້າທາຍທີ່ສຸດ ຄືການຮັກສາປະຊາກອນຊ້າງປ່າ ຖ້າມກາງ ການພັທນາຕ່າງໆ ໂດຍບໍ່ຄຳນຶງເຖີງຜົລກະທົບ ໄລຍະຍາວ ເຊີ່ງເຮັດໃຫ້ຊ້າງປ່າ ຕ້ອງແຕກຝຸງ. ປະເທດລາວ ຊ້າງປ່າໄດ້ຫລຸດນ້ອຍຖອຍລົງ ເລື້ອຍໆ ຊື່ງຄາດວ່າຊ້າງອາດ ຈະຍັງຍໍ່ຮອດ 400 ເຊືອກ ໃນທົ່ວປະເທດ ທັງທີ່ເມື່ອກ່ອນພຽງປ່າສງວນ ແຫ່ງດຽວເຊັ່ນ, ປ່າສງວນແຫ່ງຊາດ ນໍ້າປຸຍມີ ຮອດ 400 ເຊືອກ ແຕ່ດຽວນີ້ອາດຍັງ ເຫລືອພຽງ 40-50 ເຊືອກ.
ຍ້ອນຫຍັງຈື່ງວ່າແນວນັ້ນ ນັກອະນຸຮັກຊ້າງ ໃຫ້ເຫດຜົລວ່າ ເນື່ອງຈາກການລົບກວນ, ບຸກລຸກປ່າ, ໄຟປ່າ, ຖີ່ນອາສັຍຖືກທຳລາຍ, ທາງ ຜ່ານຂອງພວກມັນ ຖືກຕັດແຍກ ໂດຍຊ້າງປ່າ ໃນລາວຖືກຕັດແຍກ ເປັນຈຸນ້ອຍໆ ຝຸງລະ 5-10 ເຊືອກ ປະມານ 20 ກວ່າເຂດ ແລະ ສ່ວນຫລາຍບໍ່ສາມາດ ມາຫາກັນໄດ້.
ການຫລຸດລົງຂອງຊ້າງປ່າອາດເປັນຍ້ອນ ການຍ້າຍຖີ່ນຖານຂ້າມໄປ ປະເທດເພື່ອນບ້ານ ທຸກທິດທຸກທາງ ເພາະປະເທດລາວ ຍັງມີການ ລົບກວນສູງເຊັ່ນ: ເມື່ອກ່ອນມີຊ້າງປ່າປະມານ 50 ເຊືອກ ຢູ່ດົງຄັນທຸງ ເມືອງມູນ ແຂວງຈຳປາສັກ ແຕ່ດຽວນີ້ຍັງເຫລືອ 05 ເຊືອກ, ຢູ່ປ່າປ້ອງກັນນໍ້າກົ່ງ ແຂວງອັດຕະປື ປະມານ 40 ເຊືອກ ແຕ່ດຽວນີ້ເຫລືອ 12 ເຊືອກ, ນໍ້າກົງ ແຂວງຫລວງນໍ້າທາ ມີປະມານ 50 ເຊືອກ ແຕ່ໜີໄປຈີິນ ມີຂ່າວດີວ່າກັບມາສ່ວນນຶ່ງ.
ນອກຈາກນິີ້ການຂ້າຊ້າງປ່າເອົາງາ ແລະ ຊີ້ນສ່ວນຕ່າງໆ ຂອງຊ້າງຍ້ອນຄົນມີຂໍ້ຂັດແຍ່ງກັບຊ້າງກໍ່ມີ ຫລາຍກໍຣະນີ ແຕ່ບໍ່ເຄີຍຈັບໄດ້ ຜູ້ລ້າຍ້ອນການສືບສວນ ຍັງອ່ອນຫລາຍ ເຊີ່ງຍັງ ເອື່ອຍອີງວ່າບໍ່ມີງົບປະມານ ລົງໄປໂດຍສະເພາະ ເຂດທີ່ບໍ່ມີໂຄງການ ອັນເຮັດໃຫ້ ຜູ້ຮ້າຍບໍ່ຖືກລົງໂທດ ແລະ ບໍ່ໄດ້ໃຊ້ຣະບຽບກົດໝາຍຕໍ່ ຜູ້ຣະເມີດໃຫ້ເຂັດຫລາບ .
ຊ້າງປ່າໄດ້ໝົດໄປຂອງບາງເຂດປ່າສງວນເຊັ່ນ ພູເຂົາຄວາຍ, ເຊປຽນ, ພູຊຽງທອງ, ຂຸນເຊ-ຫນອງມ້າ, ນໍ້າກັ່ນ ແລະ ເຂດກຳລັງຈະໝົດ ກໍ່ມີນໍ້າຊຳ, ພູພະນັງ ແລະ ພູງຸ. ຊ້າງປ່າບາງຝູງ ໄດ້ຫນີ ອອກຖີ່ນຂອງມັນເນື່ອງຈາກ ຖືກນໍ້າຖ້ວມ ແລະ ຝຸງຂອງພວກມັນກໍໄດ້ສ້າງບັນຫາ ຢູ່ເຂດອື່ນເຊັ່ນ: ບັນຫາ ຂັດແຍ່ງຊ້າງປ່າ ຢູ່ເຂດປ່າສງວນແຫ່ງຊາດ ພູຊ້າງແຫ່ ແມ່ນຊ້າງປ່າ ມາຈາກເຂດອຸທິຍານ ແຫ່ງຊາດ ນາຍກາຍ -ນໍ້າເທີນ, ຊ້າງກຸ່ມພູເຂົາຄວາຍ ເຣີ້ມມີບັນຫາກັບປະຊາຊົນ ໃນເຂດເມືອງທ່າພະບາດ ໃນເມື່ອກ່ອນຍ້ອນຖືກນໍ້າຖ້ວມ ຖີ່ນອາສັຍ ຈາກ ເຂື່ອນນໍ້າລີກ ແລະ ນໍ້າມັງ. ນອກນັ້ນຍັງມີບັນຫາຂັດແຍ່ງຊ້າງເຣີ້ມ ມີໃນເຂດປ່າສງວນແຫ່ງຊາດດົງອຳພາມ, ພູພະນັງ ແລະ ນໍ້າປຸຍ.
ການແກ້ໄຂບັນຫາຂໍ້ຂັດແຍ່ງ ຄົນກັບຊ້າງຈະແກ້ໄຂໄດ້ຍາກ ການຈູດໄລ່ແບບໃຊ້ສຽງດັງຍີ່ງເປັນບັນຫາ ພາໃຫ້ຊ້າງຮ້າຍຂື້ນ ແລະ ມັກຂ້າຄົນ. ຊ້າງຍ້າຍຖີ່ນມັນ ບໍ່ສາມາດເຂົ້າກັບ ຝຸງອື່ນໄດ້ ເພາະມັນມີຖີ່ນໃຜຖີ່ນມັນ ການຍົກຍ້າຍຊ້າງ ໄປຖີ່ນໃຫມ່ກໍຢູ່ບໍ່ໄດ້ເພາະ ບໍ່ແມ່ນທີ່ເກີດຂອງມັນ.
ການພັທນາໂດຍບໍ່ຄຳນຶງ ເຖີງຜົລກະທົບໄລຍະຍາວບັນຫາ ຂໍ້ຂັດແຍ່ງຄົນກັບຊ້າງ ຈະເພີ່ມຂື້ນ ແລະ ຈະມີ ການຂ້າຊ້າງຫລາຍຂື້ນ ແລະເຮັດໃຫ້ຊ້າງໝົດໄປໃນທີ່ສຸດ.
ທາງດ້ານ ສູນອະນຸຮັກຊ້າງແຂວງໄຊຍະບູຣີ ເຈົ້າໜ້າທີ່ໄດ້ສະແດງ ຄວາມເຫັນຕໍ່ບັນຫານີ້ວ່າ ລາວ ຄັ້ງນຶ່ງ ເຄີຍຖືກເອີ້ນວ່າດິນແດນ ລ້ານຊ້າງ ແຕ່ສະຖານະການ ປັດຈຸບັນ ເຫັນວ່າມີ ຄວາມຫນ້າເປັນຫ່ວງຢ່າງຍີ່ງ ທົ່ວປະເທດມີຊ້າງລ້ຽງ 400 ເຊືອກ ແລະ ຊ້າງປ່າ ປະມານ 300 ເຊືອກ. ສ່ວນບັນດາຊ້າງ ທີ່ເຄີຍໃຊ້ລາກ ແກ່ໄມ້ມາຮອດ ປັຈຈຸບັນກໍບໍ່ໄດ້ມີປໂຍດ ໃນດ້ານນັ້ນແລ້ວ ເນື່ອງຈາກຣັຖບານ ໄດ້ອອກກົດຫມາຍ ບໍ່ອະນຸຍາດໃຫ້ຕັດໄມ້ ເພື່ອການຄ້າໃນປີ 2016 ຈື່ງເຮັດໃຫ້ຊ້າງຖືກ ປ່ອຍປະລະເລີຍ. ແຫລ່ງທີ່ຢູ່ອາສັຍທາງ ທັມມະຊາດ ທີ່ປອດພັຍສຳລັບຊ້າງ ກໍບໍ່ມີຫລາຍ ແລະການຂຍາຍພັນ ຂອງຊ້າງກໍຫລຸດລົງ.
ສ່ວນຍານາງອານາເບວ ນຶ່ງໃນເຈົ້າໜ້າທີ່ ສູນອະນຸຮັກຊ້າງ ກໍໄດ້ເວົ້າວ່າຈາກສະພາບການ ເປັນຢູ່ໃນປັຈຈຸບັນ ຖ້າບໍ່ມີການປ່ຽນແປງ ທີ່ດີຂື້ນອີກ 50 ປີ ຈະບໍ່ມີຊ້າງເຫລືອຢູ່ລາວ ແມ່ນແຕ່ ໂຕດຽວ.
ຖ້າບໍ່ປົກປັກຮັກສາ ປ່າໄມ້ເຊີ່ງເປັນແຫລ່ງ ທີ່ຢູ່ອາສັຍຂອງຊ້າງ ການປ່ຽນແປງອາດຈະ ບໍ່ເກີດຂຶ້ນໄດ້ທັນທີ ແຕ່ຄົນລາວຈະຕ້ອງໄດ້ເຣີ້ມ ລົງມືເຮັດຕັ້ງແຕ່ມື້ນີ້ເປັນຕົ້ນໄປ.
ໃນຂນະທີ່ການອະນຸຮັກຊ້າງ ທາງກົມປ່າໄມ້ ຫາກໍຈັດກອງປະຊຸມ ເມື່ອວັນທີ 17 ມິຖຸນາ 2020 ທີ່ນະຄອນຫລວງວຽງຈັນ ເຊີ່ງເປັນເທື່ອ ສຸດທ້າຍ ເພື່ອຜ່ານແຜນ ແລະ ເປີດໃຫ້ພາກສ່ວນກ່ຽວຂ້ອງ ໄດ້ ປະກອບຄຳເຫັນ ຕໍ່ແຜນການດຳເນີນງານຄຸ້ມຄອງຊ້າງປ່າແຫ່ງຊາດ ກ່ອນຈະນໍາສເນີຕໍ່ຣັຖມົນຕຼີກະຊວງ ກະສິກັມ ແລະ ປ່າໄມ້ ກໍຄືຣັຖບານເພື່ອພິຈາຣະນາ.
ໂຄງການຄຸ້ມຄອງ ຊ້າງປ່າ ຄາດວ່ານັບແຕ່ປີ 2021 – 2030 ແມ່ນແນ່ໃສ່ເພື່ອປົກປັກຮັກສາຊ້າງ ແລະ ຄຸ່ມຄອງຖີ່ນທີ່ຢູ່ອາສັຍຂອງຊ້າງ. ໂດຍການແກ້ໄຂບັນຫາ ຂໍ້ຂັດແຍ່ງ ຣະຫວ່າງ ຄົນກັບຊ້າງປ່າ, ການຄຸ້ມຄອງ ທີ່ຢູ່ອາສັຍບໍ່ໃຫ້ມີການບຸກລຸກ ເຂດຫາກິນຂອງຊ້າງປ່າ, ການສ້າງຄວາມເຂັ້ມແຂງ ໃຫ້ກັບຫນ່ວຍງານ ກ່ຽວຂ້ອງຕໍ່ການບັງຄັບ ໃຊ້ກົດໝາຍ.