ຊາວບ້ານຫົງສາລໍາບາກຖນົນ ເປ່ເພ

ໂຄງການ ໂຮງໄຟຟ້າ ຫົງສາລິກໄນ ເມືອງຫົງສາ ແຂວງ ໄຊຍະບູຣີ
ໂຄງການ ໂຮງໄຟຟ້າ ຫົງສາລິກໄນ ເມືອງຫົງສາ ແຂວງ ໄຊຍະບູຣີ (Citizen journalist)

0:00 / 0:00

ຊາວບ້ານ ຈັດສັນ ຂອງ ໂຄງການ ໄຟຟ້າ ຫົງສາ ເວົ້າວ່າ ຢາກ ຂໍຮ້ອງ ໃຫ້ ໂຄງການ ຫລື ທາງການ ລາວ ຊ່ອຍ ສ້ອມແປງ ຖນົນ ຈາກ ບ້ານ ຈັດສັນ ໄປຫາ ບ່ອນ ດິນ ປູກຝັງ ໃຫມ່ ທີ່ ໂຄງການ ມອບໃຫ້ ຍ້ອນວ່າ ເສັ້ນທາງ ນັ້ນ ເປ່ເພ ລຳບາກ ໃນການ ໄປມາ ເບິ່ງແຍງ ສວນ ຢາງພາລາ. ດັ່ງ ຊາວບ້ານ ເວົ້າວ່າ:

"ຫົນທາງ ໄປ ສວນ ຢາງພາລາ ກໍ ເປ່ເພ ແລ້ວ ສເນີວ່າ ຊ້ອມທາງ ເຂົາ ກໍຍັງ ບໍ່ທັນໃຫ້ ຄຳຕອບ ດຽວນີ້ ຍັງ ເປັນບວກ ເປັນ ໜອງ ຂ້າມຫ້ວຍ ຂ້າມຮ່ອງ ກໍຍັງ ບໍ່ທັນມີ 30 ກວ່າ ຫລັກ ດີນ ຕົວນັ້ນ ເປັນດິນ ຂອງ ບ້ານ ເຂົາກໍຈັດ ໃຫ້ ເປັນດິນພູ ດິນ ຄືວ່າ ແຫລະ ດິນພຽງ ບໍ່ມີ ມີແຕ່ ດິນດອຍ ຫັ້ນ ແຫລະ".

ຊາວບ້ານ ວ່າ ຫລັງຈາກ ຖືກ ໂຍກຍ້າຍ ມາຢູ່ ບ້ານ ຈັດສັນ ທີ່ ໂຄງການ ຈັດໃຫ້ ປະຊາຊົນ ໄດ້ ທີ່ດິນ ຄອບຄົວ ລະ 1 ເຮັກຕາ ຊຶ່ງ ໂຄງການ ໄດ້ ແນະນຳ ໃຫ້ ແບ່ງ ປູກເຂົ້າ ເຄິ່ງ ເຮັກຕາ ປູກ ຢາງພາລາ ເຄິ່ງ ເຮັກຕາ ທາງ ບໍຣິສັດ ໄດ້ ສນັບສນູນ ຕົ້ນ ຢາງພາລາ 500 ຕົ້ນ ປະຊາຊົນ ກໍ ປະຕິບັດ ຕາມ ຄຳ ແນະນຳ ຂອງ ທາງການ.

ແຕ່ ບັນຫາ ກໍ ແມ່ນ ຖນົນ ໄປຫາ ບ່ອນ ປູກຝັງ ທີ່ ໂຄງການ ຈັດສັນ ໃຫ້ ຫ່າງຈາກ ບ້ານ ປະມານ 30 ກິໂລແມັດ ນັ້ນ ເປ່ເພ ມາດົນ ແລ້ວ ປະຊາຊົນ ບໍ່ ສາມາດ ໄປມາ ຫາບ່ອນ ປູກຝັງ ຈັດສັນ ບ່ອນ ໃໝ່ໄດ້ ຈຶ່ງ ປ່ຽນມາ ປູກຝັງ ຢູ່ດິນ ເກົ່າ ຂອງຕົນ ຊຶ່ງ ດິນ ບ່ອນນັ້ນ ກໍ ກາຍເປັນ ຂອງ ບໍຣິສັດ ໄປແລ້ວ ປະຊາຊົນ ຈຶ່ງຖືກ ປັບໃຫມ.

ຊາວບ້ານ ໄດ້ ຮ້ອງຂໍ ໄປຫາ ໂຄງການ ແລ້ວ ແຕ່ຍັງ ບໍ່ຖືກ ແກ້ໄຂ ຊາວບ້ານ ຢ້ານວ່າ ຖ້າປ່ອຍໄປ ແຮງ ຈະເຮັດໃຫ້ ຂະເຈົ້າ ລຳບາກ ຫລາຍຂຶ້ນ ຈຶ່ງ ຢາກຮ້ອງຂໍ ໃຫ້ ທາງການ ມາຊ່ອຍ ເຫລືອ ແກ້ໄຂ.