ໂຮງງານອີ້ວກາເຟ ເປີດຄືນ
2019.01.09

ໂຮງງານອີ້ວກາເຟ ບໍຣິສັດ ກີມຫງຽນ ຂອງຊາວວຽດນາມ ຢູ່ເມືອງປາກຊອງ ແຂວງຈຳປາສັກ ກັບຄືນມາເປີດການຜລິດ ເມື່ອທ້າຍປີກາຍ ພາຍຫລັງຖືກສັ່ງປິດຊົ່ວຄາວ ຍ້ອນປ່ອຍນໍ້າເສັຍລົງຫ້ວຍຫວາຍ. ດັ່ງເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ເມືອງປາກຊ່ອງ ກ່າວຕໍ່ວິທຍຸເອເຊັຍເສຣີ ເມື່ອວັນທີ 8 ມົກຣາວ່າ:
"ໂອເພິ່ນແກ້ໄຂແລ້ວເດ ຂະເຈົ້າແກ້ໄຂລະກາເປີດໃຊ້ຕໍ່."
ສ່ວນເຈົ້າໜ້າທີ່ຫ້ອງການອຸດສາຫະກັມ ແລະການຄ້າ ເມືອງປາກຊ່ອງ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ ບັນຫານໍ້າເສັຍທີ່ເກີດຂຶ້ນ ຢູ່ຫ້ວຍຫວາຍ ກໍ່ໄດ້ຮັບການແກ້ໄຂຈົນຫລຸດຜ່ອນ ບັນຫາກິ່ນເໝັນ ແລະ ປະຊາຊົນກໍ່ສາມາດກັບມາໃຊ້ນໍ້າຫ້ວຍໄດ້ແລ້ວນັບແຕ່ ຕົ້ນເດືອນທັນວາ ຜ່ານມາ ດັ່ງທ່ານກ່າວວ່າ:
"ກະຖືວ່າໃຊ້ໄດ້ປົກກະຕິ ຖືວ່າໄດ້ແກ້ໄຂ ຢູ່ໃນສະພາບປົກກະຕິແລ້ວ ສຳລັບນໍ້າຫ້ວຍ ທາງບໍຣິສັດກາໄດ້ ມີການປັບປຸງແລ້ວລະ ມີແຕ່ວ່າ ສິໄດໃຫ້ເພິ່ນເຮັດໃຫ້ມັນມາຕຖານຕື່ມ."
ຕາມທາງການຣາຍງານ ປະຈຸບັນທາງໂຮງງານ ອີ້ວກາເຟ ຂອງບໍຣິສັດກີມຫງຽນ ໄດ້ເພີ່ມມາດຕະການ ຄວບຄຸມນໍ້າເສັຍໃນໂຮງງານ ໂດຍການເຮັດ ອ່າງເກັບນໍ້າເສັຍເພີ່ມຕື່ມ ເພື່ອໃຫ້ມີບ່ອນຮອງຮັບ ນໍ້າເສັຍພຽງພໍ ບໍ່ໃຫ້ລົ້ນອ່າງໄຫລລົງຫ້ວຍອີກ.
ແຕ່ຢ່າງໃດກໍ່ຕາມ ເຈົ້າໜ້າທີ່ກ່ຽວຂ້ອງ ຈະລົງຕິດຕາມກວດກາການຜລິດ ຢ່າງເປັນປະຈຳ ເພື່ອໃຫ້ແນ່ໃຈວ່າບໍ່ເກີດປັນຫາ ຕໍ່ສີ່ງແວດລ້ອມ ອີກ ສ່ວນຜົລກະທົບທີ່ໂຮງງານເຄີຍເຮັດ ໃນໄລຍະຜ່ານມານັ້ນກໍ່ບໍ່ໄດປັບໃໝໃສ່ໂທດໃດໆ.