ໂຮງງານເຄືອແຫມຍັງຖືກ ສັ່ງປິດ
2019.11.15

ໂຮງງານເຄືອແຫມ ຢູ່ບ້ານທ່າສີ ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ແກ້ໄຂບັນຫານໍ້າເປື້ອນ ຮຽບຮ້ອຍໄປແລ້ວ ແຕ່ເຈົ້າໜ້າທີ່ຍັງບໍ່ອະນຸຍາດ ໃຫ້ເປິດໂຮງງານເທື່ອ ຍ້ອນຍັງຕິດຕາມ ຂໍ້ຕົກລົງ ທີ່ ໄດ້ເຊັນສັນຍາກັນໄວ້ ໂດຍໄດ້ລົງບົດບັນທຶກໄວ້ວ່າ ໂຮງງານດັ່ງກ່າວ ໄດ້ສ້າງຜົນ ກະທົບຕໍ່ສິ່ງແວດລ້ອມ ຈິ່ງສັ່ງປິດຊົ່ວຄາວ. ສ່ວນເຣື່ອງທີ່ວ່າ ຈະໃຫ້ເປິດອີກ ຫຼືບໍນັ້ນ ມັນກໍຂຶ້ນຢູ່ກັບການພິຈາຣະນາ ຂອງຂັ້ນແຂວງ. ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຊັພຍາກອນທັມມະຊາດ ແຂວງບໍຣິຄໍາໄຊ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 12 ພຶສຈິກາ ນີ້:
“ເຂົາສໍາເຣັດແລ້ວ ປັບປຸງໝົດແລ້ວ ຖ້າເບິ່ງປີນີ້ ເພິ່ນຈະເຮັດບໍ່ເຮັດ ບໍ່ທັນແລ້ວມາ ແຕ່ຖ້າຂັ້ນເທິງອະນຸຍາດ ແລ້ວເຂົາກໍສືບຕໍ່ ຖ້າຂັ້ນເທິງບໍ່ ອະນຸຍາດ ກໍຢຸດເລີຍ ກ່ອນໜ້ານັ້ນ ສອງປີເນາະ 2016-2017 2 ປີບໍ ໄດ້ເຮັດ ເພິ່ນກໍແລ່ນເອກກະສານຕໍ່ຫາກວ່າ ເຮັດ 2018-2019 ນີ້.”
ໃນປີ 2017 ໂຮງງານເຄືອແຫມ ເຄີຍປ່ອຍນໍ້າເປື້ອນ ລົງສູ່ຫ້ວຍມາເທື່ອນຶ່ງແລ້ວ ຈຶ່ງຖືກເຈົ້າໜ້າທີ່ສັ່ງປິດ ຈາກນັ້ນທາງໂຮງງານເຄືອແຫມ ກໍແລ່ນເອກກະສານໃໝ່ ແລ້ວກໍຜ່ານຈຶ່ງເປິດຄືນໃນປີ 2018, ແຕ່ຕໍ່ມາກໍຖືກສັ່ງປິດອີກເມື່ອວັນທີ 15 ພຶສພາ 2019 ຍ້ອນປ່ອຍນໍ້າເປື້ອນ ລົງແມ່ນໍ້າ ສົ່ງກິ່ນເໝັນຮຸນແຮງ ກະທົບສິ່ງແວດລ້ອມ ແລະ ປະຊາຊົນ. ເຈົ້າໜ້າທີ່ ບໍາບັດນໍ້າເສັຽ ເມືອງບໍຣິຄັນ ກ່າວວ່າໄດ້ລົງໄປວັດແທກ ນໍ້າເປື້ອນ ໃນປັຈຈຸບັນ ມີເກນມາດຕະຖານ ບໍ່ໄດ້ສົ່ງກິ່ນເໝັນ ໃຫ້ປະຊາຊົນ ຜູ້ຢູ່ໃກ້ຄຽງແລ້ວ:
“ຣະຍະຜ່ານມາ ມັນສິມີຣະດັບກິ່ນໜ້ອຍນຶ່ງ ເພາະວ່າ ກໍຢູ່ໃກ້ຊຸມຊົນ ກໍປະມານ ສາມ-ສີ່ ຫຼັກ ບໍາບັດເບື້ອງຕົ້ນ ຢູ່ໃນເກນມາຕຖານແລ້ວ.”
ຢ່າງໃດກໍຕາມ ເຈົ້າໜ້າທີ່ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ແລະເຈົ້າຂອງໂຮງງານເຄືອແຫມ ໄດ້ລົງໄປແກ້ໄຂບັນຫາດັ່ງກ່າວ ມາແຕ່ ວັນທີ 12 ມິຖຸນາ ຜ່ານມາ ຢູ່ບໍຣິເວນ ອ່າງເກັບນໍ້າເປື້ອນ ທີ່ໄຫລອອກມາຈາກອ່າງ ໂດຍຍົກຄູຄອງຂຶ້ນ ປິດອ້ອມ ບໍ່ໃຫ້ນໍ້າເປື້ອນ ໄຫລລົງຫ້ວຍ, ຈາກນັ້ນ ເຈົ້າໜ້າທີ່ໄດ້ບໍາບັດ ປັບຄ່ານໍ້າເປື້ອນ ໃຫ້ມີຄ່າມາດຕະຖານ ຊຶ່ງປັຈຈຸບັນ ສາມາດປ່ອຍ ນໍ້າລົງສູ່ຫ້ວຍໄດ້ ຕາມ ປົກກະຕິແລ້ວ.