ໂຮງງານຊີເມັນ ຂ.ຄຳມ່ວນ ຍັງບໍ່ ຄ່າຊົດເຊີຍ
2019.08.12
ໂຮງງານຄຳມ່ວນຊີເມັນຈຳກັດ, ເຊິ່ງເປັນໂຮງງານ ຂອງນັກລົງທຶນ ລາວແລະໄທ ຕັ້ງຢູ່ເມືອງມະຫາໄຊ ແຂວງຄຳມ່ວນ ຈົນເຖິງປະຈຸບັນ ເຈົ້າຂອງໂຮງງານ ຍັງບໍ່ຈ່າຍເງິນຊົດເຊີຍ ໃຫ້ປະຊາຊົນ ບ້ານໂພວາ ທີ່ໄດ້ຮັບຜົລກະທົບ ຈາກການຕັ້ງໂຮງງານ ແຫ່ງນີ້ ຈຳນວນ 60 ຄອບຄົວ ນັ້ນເທື່ອ, ເຖິງແມ່ນວ່າ ໂຮງງານດັ່ງກ່າວ ຈະຕັ້ງມາໄດ້ 4 ປີ ແລ້ວກໍຕາມ. ສະນັ້ນ, ປະຊາຊົນຈຶ່ງຢາກຮຽກຮ້ອງ ພາກສ່ວນ ກ່ຽວຂ້ອງ ລົງມາຊ່ອຍແກ້ໄຂ ເຣື້ອງນີ້. ດັ່ງຄວາມເວົ້າຂອງຊາວບ້ານ ບ້ານໂພວາ ທ່ານນຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 12 ສິງຫາ ນີ້ວ່າ:
“ໂຮງງານບໍຣິສັດຄຳມ່ວນ ຊີມັງ ຖືກນາປະຊາຊົນເດ້ 43 ຄອບຄົວ ຖືກໂຕຈິງຫັ້ນນ່າ. ເປັນດິນນາເຟື້ອງ ຜູ້ 3 ຜູ້ 4 ເຮັກຕ້າກະມີເດ້. ຜົລກະທົບທາງອ້ອມລະ 17 ຄອບຄົວ, ບໍ່ທັນໄດ້ແລ້ວດຽວຫຍັງ ມີແຕ່ເວົ້າຊື່ໆ ໃຫ້ເຮົາລໍຄອຍຢູ່ນີ້ນ່າ ຍັງບໍ່ມີແນວໃດເລີຍ.”
ທ່ານອະທິບາຍວ່າ ໂຮງງານດັ່ງກ່າວ ເປັນຂອງນັກລົງທຶນ ລາວ ແລະໄທ ຖືຫຸ້ນຮ່ວມກັນ ຕັ້ງຢູ່ບ້ານໂພວາ ເຂດເມືອງມະຫາໄຊ ມາຕັ້ງແຕ່ ປີ 2015 ແລະ ໃນການຕັ້ງໂຮງງານນັ້ນ ກໍມີປະຊາຊົນ ໄດ້ຮັບຜົລກະທົບ 2 ແບບ ຄືກຸ່ມທີ່ໄດ້ຮັບຜົລກະທົບ ທາງກົງ ແລະ ກຸ່ມທີ່ໄດ້ຮັບ ຜົລກະທົບ ທາງອ້ອມ.
ຜູ້ທີ່ໄດ້ຮັບຜົລກະທົບທາງກົງ ມີທັງໝົດ 43 ຄອບຄົວ, ເຊິ່ງບໍຣິສັດໄດ້ສ້າງໂຮງງານ ໃສ່ດິນນາ ແລະ ດິນສວນ ຂອງເຂົາເຈົ້າ ໃນຣະຫວ່າງ 1-4 ເຮັກຕ້າ ລວມແລ້ວປະມານ 100 ປາຍເຮັກຕ້າ, ໂດຍບໍຣິສັດ ເຄີຍສັນຍາວ່າ ຈະໃຫ້ເງິນຊົດເຊີຍ ເຮັກຕ້າລະປະມານ 30-50 ລ້ານກີບ ຕາມແຕ່ລະພື້ນທີ່ ໃນທີ່ຕັ້ງຂອງດິນຕອນນັ້ນ ແລະ ຈະຊົດເຊີຍຄ່າຕົ້ນໄມ້ ຂອງປະຊາຊົນ ນຳດ້ວຍ.
ມາຮອດປະຈຸບັນ, ໂຮງງານກໍຕັ້ງມາໄດ້ 4 ປີແລ້ວ ກໍຍັງບໍ່ຊົດເຊີຍ ຄ່າດິນນາໃຫ້ປະຊາຊົນ ແລະ ຄ່າຕົ້ນໄມ້, ຊົດເຊີຍໃຫ້ແຕ່ບາງຄອບຄົວ ເທົ່ານັ້ນ. ສ່ວນຜູ້ທີ່ໄດ້ຮັບຜົລກະທົບ ທາງອ້ອມນັ້ນ, ເຈົ້າຂອງບໍຣິສັດ ບໍ່ໄດ້ສ້າງໂຮງງານ ຖືກດິນເຂົາເຈົ້າ, ແຕ່ໄດ້ສ້າງໃສ່ຫ້ວຍນ້ຳ ແລະ ໜອງປາ ໃນເຂດທີ່ພວກເຂົາເຈົ້າ ຕ້ອງນຳໃຊ້ທຳການຜລິຕ, ໂດຍບໍຣິສັດເວົ້າວ່າ ຈະສ້າງອ່າງເກັບນ້ຳ ອັນໃໝ່ໃຫ້ ເນື່ອງຈາກຫ້ວຍນ້ຳເດີມ ຖືກໂຮງງານສ້າງ ທັບແລ້ວ, ແຕ່ມາຮອດດຽວນີ້ ກໍບໍ່ມາສ້າງໃຫ້ເທື່ອ.
ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງມະຫາໄຊ ແຂວງຄຳມ່ວນ ຜູ້ຂໍສງວນຊື່ ແລະ ສຽງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ ທາງເມືອງ ກໍເຄີຍໂອ້ລົມ ກັບບໍຣິສັດຢູ່ ແລະ ບໍຣິສັດກໍຈະສ້າງເສັ້ນທາງໃຫ້ກ່ອນ ຈາກນັ້ນຈຶ່ງຈະດຳເນີນການ ເຣື້ອງຄ່າຊົດເຊີຍໃຫ້ຊາວບ້ານ.
“ໂຮງງານກະ ດຽວນີ້ກະຂໍເຮັດທາງກ່ອນ ໂຕທີ່ໃຊ້ໄປມາ, ເດືອນນີ້ເດືອນໜ້າ ເພິ່ນຊ່ອຍເຫຼືອຕ່າງຫາກ. ເດືອນ 6 ເນາະ ກະໄປ ແຕ່ວ່າ ຫົວໜ້າບໍຣິສັດ ກະວ່າໃຫ້ເຮັດທາງກ່ອນ ເງິນສະກັບເງິນຕົ້ນໄມ້ນີ້ ຂະເຈົ້າ ຊິຈ່າຍໃຫ້ ເສັຽໃຫ້ເດ.”
ເຈົ້າໜ້າທີ່ກ່າວຕື່ມວ່າ ປະຈຸບັນ, ທາງບໍຣິສັດ ກຳລັງເຣີ້ມກະຕຣຽມ ເຮັດທາງຈາກໂຕເມືອງຫາເຂດໂຮງງານຢູ່ ແລະ ການເຮັດທາງນັ້ນ ກໍເພື່ອໃຫ້ປະຊາຊົນ ໄດ້ໃຊ້ປໂຍດນຳດ້ວຍ, ເຊິ່ງເສັ້ນທາງດັ່ງກ່າວ ຈະ ເປັນທາງດິນແດງ 4 ເລນ ແລະ ຄາດວ່າຈະໃຫ້ແລ້ວ ພາຍໃນປີ 2019 ນີ້, ແຕ່ຫາກຝົນຕົກໜັກ ກໍອາຈແລ້ວໃນກາງປີ 2020. ຫຼັງຈາກສ້າງທາງແລ້ວ ກໍຈຶ່ງຈະລົງຊົດເຊີຍ ຄ່າເສັຽຫາຍຕ່າງໆ ໃຫ້ກັບຊາວບ້ານ.