ເຈົ້າຂອງສວນຢາງໂທດ ຊາວບ້ານ

ສວນ ຢາງພາຣາ ຂອງ ວຽດນາມ ທີ່ ໃຊ້ ສານເຄມີ ຢູ່ ແຂວງ ສວັນນະເຂດ ຖິ້ມໂທດໃສ່ ຊາວບ້ານ ວ່າ ເປັນຜູ້ ນໍາມາໃຊ້ ເອງ, ຍ້ອນ ບໍ່ຢາກ ພາກັນ ເສັຽຫຍ້າ.

ສວນປູກຢາງພາຣາ ຂອງວຽດນາມ ໃນພາກໃຕ້ຂອງລາວ travel Laos

ບໍຣິສັດ ວຽດນາມ 3 ແຫ່ງ ທີ່ ປູກ ຢາງພາຣາ ຢູ່ ເມືອງນອງ ແຂວງ ສວັນນະເຂດ, ທີ່ ໃຊ້ຢາ ຂ້າຫຍ້າ ແຕ່ກັບບໍ່ ຍອມຮັບ ວ່າ ຕົນເອງ ເປັນຜູ້ເຮັດ ແລ້ວ ໄປ ຖິ້ມໂທດໃສ່ ຊາວບ້ານ ທີ່ ຮັບຈ້າງ ເຮັດວຽກ ຢູ່ ສວນຢາງ ວ່າ ເປັນຜູ້ເຮັດ ເອງ, ໂດຍທີ່ ທາ ງບໍຣສັດ ບໍ່ໄດ້ຮູ້ ເຫັນນໍາ. ດັ່ງ ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ສວັນນະເຂດ ເວົ້າວ່າ:

“ເຂົາໃຊ້ ຫັ້ນແຫລະ ໃຊ້ຢາ ຂ້າຫຍ້າເດ, ຖາມ ບໍຣິສັດ ວ່າ ບໍຣິສັດ ບໍ່ໄດ້ສີດ ຕີ໋ ຖີ້ມຮ້າຍ ໃຫ້ ປະຊາຊົນ ເນາະ, ສົມມຸດວ່າ ມັນມອບໃຫ້ ປະຊາຊົນ, ມັນເວົ້າ ປະຊາຊົນ ເຂົາ ຂີ້ຄ້ານ ເສັຽຫຍ້າ, ແລ້ວເຂົາ ຊື້ຢາ ມາສີດດ ແທ້ຈິງ ປະຊາຊົນ ຊິ ເອົາເງິນ ຢູ່ໃສ ຊື້ຢາ"

ທ່ານກ່າວ ຕໍ່ໄປວ່າ ປັດຈຸບັນ ທາງ ເຈົ້າໜ້າທີ່ ກຳລັງ ສືບສວນ ສອບສວນ ຫາຕົ້ນປາຍ ສາເຫດ ຢູ່ວ່າ, ແມ່ນ ນັກລົງທຶນ ວຽດນາມ ນັ້ນ ໄດ້ ນຳຢາ ຂ້າຫຍ້າ ຊນິດ ອັນຕະລາຍ ເຂົ້າມາ ໃຊ້ ແທ້ ຫລືບໍ່, ຖ້າ ນຳເຂົ້າມາ ແທ້ ກໍອາຈລັກ ນຳເຂົ້າ ຜ່ານທາງ ຊາຍແດນ ທັມຊາດ, ເພາະ ຢູ່ຕາມ ດ່ານ ຊາຍແດນ ມີ ເຈົ້າໜ້າທີ່ ກວດກາ ຄັກແນ່.

ຖ້າກວດ ພົບ ຫລັກຖານ ແທ້ໆ ກໍຈະມີ ມາຕການ ຫ້າມ ເດັດຂາດ ໃນ ຂັ້ນຕໍ່ໄປ, ເຖິງແມ່ນວ່າ ຢາ ຂ້າຫຍ້າ ທີ່ວ່ານັ້ນ ຈະຍັງບໍ່ ສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ກໍຕາມ ແຕ່ ກໍຄາດວ່າ ອີກ ບໍ່ດົນ ກໍອາຈຈະ ເກີດບັນຫາ ຕາມມາ.

ສວນ ຢາງພາຣາ ຂອງ ວຽດນາມ ຢູ່ ເມືອງນອງ ນີ້ ມີເນື້ອທີ່ ກວ່າ 1,000 ເຮັກຕາ, ພື້ນທີ່ ສ່ວນໃຫຍ່ ເປັນ ດິນ ຂອງ ຣັຖ. ແຕ່ກໍມີ ບາງ ບໍຣິສັດ ໄດ້ ຂໍເຊົ່າ ດິນ ປະຊາຊົນ ຈຳນວນ ນຶ່ງ. ເມື່ອ ບໍ່ດົນ ມານີ້ ທາງການ ລາວ ບໍ່ ອະນຸມັດ ໃຫ້ ບໍຣິສັດ ຕ່າງໆ ຂຍາຍ ເນື້ອທີ່ ປູກ ຢາງພາຣາ ນັ້ນ ແລ້ວ.

ແຂວງ ສວັນນະເຂດ ເປັນແຂວງ ນຶ່ງ ທີ່ ນັກ ທຸຣະກິດ ວຽດນາມ ເຂົ້າມາ ລົງທຶນ ປູກ ຢາງພາຣາ ຫຼາຍ ຮອງ ລົງມາ ຈາກ ແຂວງ ອັດຕະປື. ຢາງພາຣາ ທີ່ ຜລິດໄດ້ ທັງໝົດ ນັ້ນ ຈະສົ່ງໄປ ຂາຍ ຢູ່ ວຽດນາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org