ຜູ້ເຄາະຮ້າຍຈາກພາຍຸຍັງ ລໍາບາກ

ອຸ່ນແກ້ວ ສຸກສະຫວັນ
2015.03.04
F-storm ພາຍຸ ໃນເຂດເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ
RFA

ເຫດການ ພາຍຸ ພັດເຂົ້າ ເຂດ ເມືອງ ຫາດຊາຍຟອງ ນະຄອນ ຫລວງ ວຽງຈັນ ໄດ້ ຜ່ານໄປ ເປັນ ເວລາ 2 ອາທິດ ແລ້ວ ແຕ່ ວັນທີ 18 ກຸມພາ, ແຕ່ ເສດຊາກ ຫັກພັງ ກໍຍັງຄົງ ປະກົດ ຕໍ່ ສາຍຕາ ຜູ້ຄົນ ທີ່ ຜ່ານ ໄປມາ. ເຮືອນຊານ ຂອງ ປະຊາຊົນ ຫຼາຍຫລັງ ກໍຖືກ ລົມແຮງ ພັດ ເອົາຫລັງຄາ ກະເບື້ອງ ຫລື ສັງກະສີ ໄປໝົດ ເຫລືອໄວ້ ແຕ່ເຮືອນ ກັບ ເສົາ ເທົ່ານັ້ນ. ບາງບ່ອນ ກໍມີ ຕົ້ນໄມ້ ໃຫຍ່ ລົ້ມ, ໂຮງຮຽນ ບາງບ່ອນ ກໍບໍ່ມີ ຫລັງຄາ ຍ້ອນ ຖືກ ພະຍຸ ພັດ ໄປໝົດ. ບໍຣິສັດ ຫ້າງຮ້ານ ຫລາຍ ບ່ອນ ກໍໄດ້ ຮັບຄວາມ ເສັຽຫາຍ ເຊັ່ນກັນ.

ຈໍານວນ ບ້ານ ຢູ່ ເມືອງ ຫາດຊາຍຟອງ ທີ່ ໄດ້ຮັບ ຄວາມ ເສັຽຫາຍ ຈາກ ພາຍຸ ໃນ ຄັ້ງນີ້ ມີ 20 ບ້ານ ຄື ບ້ານ ສົມຫວັງ, ບ້ານ ສົມສະໜຸກ, ບ້ານ ສາລາຄຳ, ບ້ານນາ ໄຫ, ບ້ານ ໜອງແວງ, ດອນກອຍ, ຫລັກ 10, ສາລະຄຳ, ບ້ານ ທ່ານາ, ບ້ານ ບໍ່ໂອ, ບ້ານພ້າວ, ບ້ານກາງ, ບ້ານຫ້ອມ, ບ້ານ ແກ້ງຍາງ, ບ້ານ ແກ້ງປາຢ້າງ, ບ້ານ ງິ້ວໂງະ,  ບ້ານ ດົງໂພນ ເລົາ, ບ້ານ ດອນຂາຊາຍ, ໜອງແຫ້ວ, ແລະ ໂພນກອກ. ດັ່ງ ຊາວບ້ານ ຜູ້ທີ່ໄດ້ ຮັບ ຄວາມ ເສັຽຫາຍ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ພາຍຸ ເຂົ້າ ກະຕອນ 4 ໂມງ ນີ້ບໍ? ປະມານ ນີ້ແຫຼະ, ລະຫຼັງຄາ ກະເປີດ ໄດ໋ ແຖວນີ້ ກະດາຍ. ຫຼັງຄາເປີດ ປະຕູ ກະພັງ ກະເພເໝິດ ແຫຼະ, ແວ່ນເວີ່ນ ກະ ແຕກ ບາງບ່ອນ ກະດາຍ. ແຕ່ ມາແຕ່ ຫຼັກ 8 ມາແຕ່ ແຖວ ຫຼັກ 8 ມານີ້ ແຫຼະ ປະມານ ນີ້ແຫຼະ ໄຟແດງ ມານີ້ ແຫຼະ. ຫຼາຍເຮືອນ ຫັ້ນແຫຼະ ແຄມທາງ ສ່ວນຫຼາຍ ກະແຄມ ທາງ ລະກະ ເຂົ້າໃນ ເຮືອນ ຫຼັງນ້ອຍ ຫຼັງຫຍັງ ຂະເຈົ້າ ເຮັດບໍ່ດີ ບໍ່ແໜ້ນ ບໍ່ໜາ ມັນກະ ເປີດເໝິດ ຫັ້ນແຫຼະ. ແຖວບ້ານ ສາລາຄຳ ແນ່ ນາໄຫ ນາໄຮ່ ປະມານ ນີ້ແຫຼະ ໜອງ ຫວອກ ໜອງແວງ ສົມສະໜຸກ ໄປ ຊັ້ນແຫຼະ, ຫຼາຍ ແຖວ ອ້ອມແອ້ມ ຊຸມນີ້ ແຫຼະ ແຕ່ ຄ່າ ໄຟແດງ".

ນອກຈາກ ນີ້ ຜັກ ທີ່ ຊາວບ້ານ ປູກໄວ້ ກໍໄດ້ຮັບ ຄວາມ ເສັຽຫາຍ, ດັ່ງ ຊາວບ້ານ ຜູ້ ທີ່ໄດ້ຮັບ ຄວາມ ເສັຽຫາຍ ອີກ ທ່ານໜຶ່ງ ໄດ້ ເວົ້າຕໍ່ ເອເຊັຽ ເສຣີ ວ່າ:

“ເຮືອນຄົນ ສັງກະສີ ເປີດຫຼາຍ. ແກ້ງ ປາຢ້າງ, ແກ້ງຍາງ ລະກະ ຂ້າມໄປທາງ ທົ່ງ ເລີຍບາດ ນັ້ນນ່າ. ທາງທົ່ງ ໄປ ພວກ ໂພນເລົາ, ຄິໂງະ, ສາລາຄຳ, ໜອງແວງ ໄປພຸ້ນເບິດ ແຖວນັ້ນ ລະ. ເປັນຜັກ ເປັນຫຍັງ ໃຊ້ການ ບໍ່ໄດ້ເລີຍ ເສັຽຫາຍ ຫຼາຍ ພວກ ກະເສດ ນະ ໝຸ່ນເບິດ ເລີຍ ມັນບໍ່ມີ ການ ປະກາດ ຂ່າວຫຍັງ ເລີຍ ເນາະ".

ອີງຕາມ ການ ບອກກ່າວ ຂອງ ທ່ານ ເຈົ້າເມືອງ ຫາດຊາຍຟອງ ຜ່ານ ໜັງສືພິມ ລາວ ພັທນາ ໄດ້ຮູ້ວ່າ ມີເຮືອນ ຂອງ ປະຊາຊົນ ຫລາຍ ກວ່າ 600 ຫລັງ ເປ່ເພ ເສັຽຫາຍ ໃນນັ້ນ 40 ຫລັງ ແມ່ນ ເສັຽຫາຍ ໜັກ, ແລະ ນອກຈາກ ນີ້ ຍັງມີ ໂຮງຮຽນ 4 ແຫ່ງ ແລະ ເສົາ ໄຟຟ້າ 70 ເສົາ ລົ້ມ ເສັຽຫາຍ ເຊັ່ນ ດຽວກັນ.

ເຫດການ ພາຍຸ ເຂົ້າ ຄັ້ງນີ້ ຖືວ່າ ເປັນຄັ້ງ ປວັດສາດ ໃນສາຍຕາ ຂອງ ຊາວບ້ານ ເພາະ ຫຼາຍຄົນ ກໍ່ບໍ່ເຄີຍ ເຫັນ ເຫດການ ທີ່ ຮ້າຍແຮງ ແບບນີ້ ມາກ່ອນ ໃນ ຊີວິດ. ຫຼາຍຄົນ ກໍ່ເວົ້າວ່າ ຜ່ານມາ ເຄີຍເຫັນ ແຕ່ຢູ່ໃນ ປະເທດ ເພື່ອນບ້ານ ບໍ່ນຶກ ບໍ່ຝັນວ່າ ຈະເກີດຂຶ້ນ ໃນ ໝູ່ບ້ານ ຂອງ ພວກຕົນ. ດັ່ງ ຊາວບ້ານ ອີກ ທ່ານໜຶ່ງ ໄດ້ ກ່າວວ່າ:

”ເອີ້ທາງ ຂ່າວ ເພິ່ນ ກະເວົ້າ ຢູ່ວ່າ ພາຍຸ ຊິມາ ກະເຕືອນ ຢູ່ ແຕ່ວ່າ ບໍ່ຄຶດວ່າ ຊິຮ້າຍແຮງ ປານນີ້ ນ່າ, ຢູ່ ເມືອງລາວ ເຮົາ ບໍ່ເຄີຍເປັນ ຈັກເທື່ອ ນ່າ ມີເທື່ອ ດຽວນີ້ ແຫຼະ".

ພາຍຫຼັງ ທີ່ ເກີດເຫດ, ຫຼາຍ ພາກສ່ວນ ກໍ່ໄດ້ ມີການ ຣະດົມ ກຳລັງ ເພື່ອຊ່ວຍ ຊາວບ້ານ ທີ່ ໄດ້ຮັບ ຜົນ ກະທົບ ໃນ ເບື້ອງຕົ້ນ ບໍ່ວ່າຈະ ເປັນການ ຊ່ວຍ ສ້ອມແປງ ເຮືອນຊານ ຂອງ ຊາວບ້ານ ໃຫ້ ກັບມາ ສະພາບ ທີ່ ພໍຢູ່ໄດ້, ການມອບ ເຕັ້ນ ນອນ ຊົ່ວຄາວ ໃຫ້ ແກ່ ຄອບຄົວ ຜູ້ ທີ່ ສະພາບ ເຮືອນ ໄດ້ຮັບ ຄວາມ ເສັຽຫາຍ ຈົນ ບໍ່ ສາມາດ ຢູ່ໄດ້ ແລະ ມີການ ມອບເງິນ ຊ່ວຍເຫຼືອ ເພື່ອຊື້ ເຂົ້າສານ ອາຫານ ແຫ້ງ ຈຳນວນ ໜຶ່ງນຳ. ແຕ່ໃນ ຂນະ ດຽວກັນ ຊາວບ້ານ ກໍ່ ເວົ້າວ່າ ໃນບາງ ໝູ່ບ້ານ ທາງການ ຍັງ ບໍ່ທັນ ເຂົ້າມາ ຊ່ວຍເຫຼືອ ເທື່ອ ມີແຕ່ ເຈົ້າໜ້າທີ່ ຂັ້ນບ້ານ ໄດ້ ລົງມາ ສຳຣວດ ກວດກາ ຄວາມ ເສັຽຫາຍ.

ເຖິງວ່າ ເຈົ້າໜ້າທີ່ ຂອງ ນະຄອນ ຫລວງ ວຽງຈັນ ກໍໄດ້ ອອກມາ ຖແລງຂ່າວ ຕໍ່ ສື່ມວນຊົນ ພາຍໃນ ວ່າ ນະຄອນ ຫລວງ ວຽງຈັນ ໄດ້ ສຸມໃສ່ ໃຫ້ການ ຊ່ວຍເຫລືອ ໃຫ້ ແກ່ຜູ້ທີ່ ໄດ້ຮັບ ຜົນ ກະທົບ ຄັ້ງນີ້ ແລ້ວ ກໍຕາມ ແຕ່ ກໍຍັງມີ ຊາວບ້ານ ຫຼາຍ ຮ້ອຍ ຄອບຄົວ ຍັງຄອງ ຄອຍ ການ ຊ່ວຍເຫຼືອ ຈາກ ທາງການ ແລະ ພາກສ່ວນ ທີ່ ກ່ຽວຂ້ອງ ຢູ່ ເພາະ ຜ່ານມາ ການ ຊ່ວຍເຫຼືອ ແມ່ນ ຍັງບໍ່ ທົ່ວເຖີງ, ຍັງເປັນໄປ ຢ່າງ ຊັກຊ້າ. ບາງ ໝູ່ບ້ານ ແມ່ນ ຍັງບໍ່ໄດ້ ຮັບການ ຊ່ວຍເຫຼືອ ໃດໆ ເລີຍ ຈາກ ທາງການ. ດັ່ງ ຊາວບ້ານ ຜູ້ໄດ້ຮັບ ຄວາມ ເສັຽຫາຍ ອີກ ທ່ານໜຶ່ງ ໄດ້ ກ່າວວ່າ:

“ຂະເຈົ້າ ກະເບິ່ງ ຊື່ໆ ຫາກ ບໍ່ມາ ຊ່ອຍ ມາຫຍັງ ມີແຕ່ວ່າ ຊິຊ່ອຍ ຫັ້ນລະ ແຕ່ ກະຫາກ ບໍ່ເຫັນ ມາຊ່ອຍ ມາຫຍັງ ໄດ໋ລ່ະ. ມີຕະວ່າ ຊິມາ ຊ່ອຍ ກະມາ ກັມຢູ່ ໝວດ ເມືອງ ຂະເຈົ້າ ລົງມາຢູ່ ມາເບິ່ງ ມາຫຍັງ ລະເຮືອນໃຜ ເພ ກະແປງ ເອົາ ພໍໄດ້ຢູ່ ກະຢູ່ ໄປ".

ອີງຕາມ ການ ຣາຍງານ ຂອງ ສື່ມວນຊົນ ຈະ ເຫັນວ່າ ທາງການ ລາວ ກຳລັງ ສຸມໃສ່ ເລື້ອງການ ສຳຫລວດ ພົລເມືອງ ຫລາຍກວ່າ ເຣື້ອງ ການ ຊ່ວຍເຫລືອ ຜູ້ ທີ່ ປະສົບໄພ ຈາກ ພະຍຸ ຢູ່ ເມືອງ ຫາດຊາຍຟອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.