ຜູ້ເຄາະຮ້າຍຈາກພະຍຸຍັງ ລໍາບາກ

ຈໍາປາທອງ
2016.05.04
F-Storm-vt ສະພາບບ້ານເຮືອນ ຂອງຊາວບ້ານ ຢູ່ ນະຄອນຫຼວງວຽງຈັນ ພາຍຫຼັງລົມພະຍຸ
RFA/LX

ປະຊາຊົນ ຫຼາຍບ້ານ ໃນເຂດ ເມືອງ ໄຊເສດຖາ ແລະ ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ທີ່ໄດ້ຮັບ ຜົລກະທົບ ຈາກ ລົມ ພະຍຸ ທີ່ພັດເຮືອນ ເພພັງ ເມື່ອ ສັປດາ ຜ່ານມາ ນັ້ນ, ມາຮອດ ປະຈຸບັນ ຍັງພາກັນ ລໍຖ້າ ການຊ່ອຍເຫຼືອ ຢູ່, ເພາະວ່າ ຍັງບໍ່ມີ ພາກສ່ວນໃດ ຈາກທາງການ ຍື່ນມືມາ ຊ່ອຍເຫຼືອ.

ຊາວບ້ານ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 3 ພຶສພາ ນີ້ວ່າ ຕັ້ງແຕ່ມື້ ເກີດເຫຕ ກໍ່ມີແຕ່ ເຈົ້າໜ້າທີ່ ເມືອງ ມາສອບຖາມ ແລະ ຮິບໂຮມ ຂໍ້ມູນ ຈາກຜູ້ທີ່ ເຄາະຮ້າຍ ແຕ່ບໍ່ໄດ້ ໃຫ້ການ ຊ່ອຍເຫຼືອ ແນວໃດ, ມີຫຼາຍ ຄອບຄົວ ຕ້ອງໄດ້ ສ້ອມແປງ ເຮືອນ ເອົາເອງ, ຜູ້ທຸກຍາກ ກໍ່ຕ້ອງໄດ້ ກູ້ຢືມເງິນ ມາສ້ອມແປງ ເຮືອນ ພໍໃຫ້ຢູ່ໄດ້.

ປັຈຈຸບັນ ເອເຊັຽເສຣີ ກໍ່ໄດ້ຕິດຕໍ່ ໄປຫາ ເຈົ້າໜ້າທີ່ ເມືອງ ໄຊເສດຖາ ແລະ ທາງ ຫ້ອງການ ກໍຢືນຢັນ ວ່າ ປະຈຸບັນ ຍັງບໍ່ທັນ ມີການ ຊ່ວຍເຫຼືອ ໃດໆເທື່ອ ຍັງ ຮິບໂຮມ ຂໍ້ມູນຢູ່. ເຈົ້າໜ້າທີ່ ຫ້ອງການ ປົກຄອງ ເມືອງ ໄຊເສດຖາ ໄດ້ກ່າວ ເມື່ອວັນທີ 3 ພຶສພາ ນີ້ວ່າ:

"ເບື້ອງຕົ້ນເຮົາກະເກັບກຳ ຂໍ້ມູນຢູ່ເນາະ ກຳລັງພວມ ເກັບກຳ, ແຕ່ວ່າຂໍ້ມູນ ຣະອຽດ ມັນກະຍັງ ບໍ່ທັນໄດ້ ຊັດເຈນ ເພາະວ່າເຮົາ ແຕ່ລະກຸ່ມ ແຕ່ບ້ານ ຂະເຈົ້າ ກະສືບຕໍ່ ໃນການເກັບກຳ ຜົນເສັຽຫາຍ ຢູ່ຫັ້ນນ່າ. ເບື້ອງຕົ້ນ ຈຳນວນນຶ່ງ ຂະເຈົ້າ ກະສ້ອມແປງ ເອງ ແລ້ວເນາະ ອັນທີ່ວ່າ ເປ່ເພ ເລັກໜ້ອຍ ຫັ້ນນ່າ ເນາະ. ສ່ວນອັນເປ່ເພ ໜັກໆ ທາງ ພັກ ແລະຣັຖບານ ເຮົາກະມີ ນະໂຍບາຍ ຊ່ວຍເຫຼືອ ຢູ່".

ທ່ານ ກ່າວຕື່ມວ່າ ພາຍຫຼັງ ຮິບໂຮມ ຂໍ້ມູນແລ້ວ ກໍ່ຈະມີການ ສເນີໃຫ້ ອໍານາດ ການປົກຄອງ ນະຄອນຫຼວງ ວຽງຈັນ ສົມທົບກັບ ຂແນງການ ສັງຄົມ ສົງເຄາະ, ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ຫາ ມາຕການ ຊ່ວຍເຫຼືອ ຜູ້ທີ່ໄດ້ ຮັບຜົນກະທົບ ນັ້ນ.

ປະຈຸບັນ ປະຊາຊົນ ໃນ 2 ເມືອງ ດັ່ງກ່າວ ສ່ວນໃຫ່ຽ ກໍພາກັນ ສ້ອມແປງ ເຮືອນ ເອົາເອງ ແດ່ແລ້ວ, ແຕ່ກໍ່ຍັງ ລໍຖ້າ ການ ຊ່ວຍເຫຼືອ ຈາກ ທາງການ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.