ນໍ້າເກືອໄຫຼເຂົ້ານາມີຜູ້ ຮ້ອງທຸກ
2015.08.13

ຊາວບ້ານ ໃນເຂດ ບ້ານບໍ່ ເມືອງທຸຣະຄົມ, ແຂວງ ວຽງຈັນ, ໄດ້ຮັບ ຜົນກະທົບ ຈາກ ນ້ຳເກືອ ຂອງ ນາເກືອ ໃນ ເມືອງນີ້, ທີ່ ໄຫຼເຂົ້າໃສ່ ໄຮ່ນາ 5 ເຮັກຕ້າ ຂອງ ຊາວບ້ານ ຫຼາຍ ຄອບຄົວ, ຈົນ ບໍ່ສາມາດ ເຮັດນາ ຫຼື ທຳການ ຜລິດມາໄດ້ ຫຼາຍປີ ແລ້ວ ແລະ ປັຈຈຸບັນ ປ່າໄມ້ ໃນບໍຣິເວນ ໃກ້ຄຽງ ໄຮ່ນາ ແລະ ຕົ້ນໄມ້ ກິນໝາກ ກໍ່ຕາຍໝົດ. ດັ່ງ ຊາວບ້ານ ຜູ້ໄດ້ ຮັບ ຜົນກະທົບ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ລັກສນະ ຄື ມັນແບບນີ້ ນາເກືອ ເນາະ, ເວລາ ຂະເຈົ້າ ຕັກແລ້ວ ຫຼືວ່າ ເວລາ ຝົນ ຕົກລົງມາ ມີນ້ຳເຕີມ ໄຮ່ນາເກືອ ຫັ້ນນ່າ ມັນມີ ນ້ຳຫຼາຍ ລະມັນຕ້ອງ ໄດ້ ປ່ອຍອອກເດ. ປ່ອຍອອກ ບາດນີ້ ຂະເຈົ້າ ກະເຮັດຮ່ອງ ຣະບາຍ ຄືກັນ, ແຕ່ຫາກວ່າ ນ້ຳເກືອ ມັນຊຶມໄປ. ນາ ແມ່ອາ ຂ້ອຍນີ້ ເມື່ອກ່ອນນີ້ ໄດ້ເຂົ້າ ຢາກວ່າ ເຕັມ ຮ້ອຍເປີເຊັນ ໂຕນີ້ແມ່ນ ເຮັກຕ້າ ກວ່າ, ດຽວນີ້ ຕາຍ ລາບຄາບ ເລີຍ ທັງ ປ່າໄມ້ ທັງຕົ້ນຄໍ້ ຕົ້ນຫຍັງ ຕົ້ນໄມ້ ກິນໝາກ ບໍ່ຍັງເບິດ ເລີຍ".
ທ່ານ ກ່າວ ຕື່ມວ່າ ແຕ່ ປີ 2006-07 ມາ, ທາງຄອບຄົວ ຜູ້ ເສັຽຫາຍ ໄດ້ພາກັນ ຮ້ອງຮຽນ ຂໍການ ຊ່ວຍເຫຼືອ ຈາກ ອຳນາດ ການປົກຄອງ, ແຕ່ລະຂັ້ນ ໃຫ້ໄກ່ເກັ່ຽ ບັນຫາ ຣະຫວ່າງ ຜູ້ ເຮັດນາເກືອ ແລະ ຜູ້ ທີ່ໄດ້ຮັບ ຜົນກະທົບ ນັ້ນແລ້ວ, ແຕ່ບໍ່ໄດ້ ຮັບຄຳຕອບ ຫຍັງເລີຍ. ຕົກມາ ຮອດ ປີ 2015 ນີ້, ຜູ້ເສັຽຫາຍ ກໍ່ໄດ້ ຮ້ອງຮຽນ ໄປຍັງ ສະພາ ແຫ່ງຊາດ ແຕ່ ບັນຫາ ນີ້ ກໍ່ຍັງ ບໍ່ໄດ້ ຮັບການ ແກ້ໄຂ ແຕ່ຢ່າງໃດ. ຕໍ່ ບັນຫາ ນີ້ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຫາ ເຈົ້າໜ້າທີ່ ຫ້ອງການ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ເມືອງ ທຸຣະຄົມ, ໄດ້ ຮັບຄຳຕອບ ວ່າ:
"ຂະເຈົ້າ ສູ້ກັນ ລະ ໄປຫາສານ ລະ ໄປຫາ ຫ້ອງວ່າການ ປົກຄອງເມືອງ ຊ່ວງນັ້ນ ນ່າ. ກວດກາ ແລ້ວ ລະ ການສ້າງ ບົດບັນທຶກ ຕ່າງໆ ລະມອບໃຫ້ ສານ ເປັນຜູ້ ພິຈາຣະນາ ຊ່ວງ ນັ້ນນ່າ, ແລ້ວລະ ເອົາໄປ ເລີຍ, ລະບໍ່ຮູ້ ນຳເລີຍ. ບໍ່ເຫັນເລີຍ ທາງ ສິ່ງແວດລ້ອມ ເຮົາບໍ່ເຫັນ ທັງເອກສານ ເລີຍ. ພາຍຫຼັງ ມີຫ້ອງການ ຊັພ ລະມາຫາ ສິ່ງ ແວດລ້ອມ ນີ້ແລ້ວ ແມ່ນ ຍັງບໍ່ທັນ ຮູ້ຫຍັງ, ຂະເຈົ້າ ວ່າກັນແນວໃດ ໄທເຮົາ ກະຍັງ ບໍ່ທັນຮູ້ ເດ້".
ໃນຂນະ ດຽວກັນ, ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ໄປຫາ ຫ້ອງວ່າການ ປົກຄອງເມືອງ ທຸຣະຄົມ, ໃນ ຕອນບ່າຍ ວັນທີ 12 ສິງຫາ 2015 ເພື່ອ ຂໍຂໍ້ມູນ ເພີ້ມ, ເຈົ້າໜ້າທີ່ ກ່ຽວຂ້ອງ ຕອບວ່າ, ບັນຫາ ດັ່ງກ່າວ ຍັງຢູ່ໃນ ຂັ້ນຕອນ ຂອງການ ກ່າວຟ້ອງ ກັນຢູ່ ຣະຫວ່າງ ຄູ່ຄວາມ.
ນາເກືອ ແຫ່ງນີ້ ຕັ້ງຢູ່ເຂດ ບ້ານບໍ່. ເຈົ້າຂອງ ນາເກືອ ແມ່ນ ຄົນລາວ, ໄດ້ຮັບ ສັມປະທານ ຈາກ ອຳນາດ ການປົກຄອງ ແຂວງ ວຽງຈັນ ມາ ຕັ້ງແຕ່ ປີ 2006.