ຄົນເລ້ລ້ອນ-ເດັກນ້ອຍຂໍທານ ຢູ່ວຽງຈັນ
2014.06.02

ຊາວ ນະຄອນ ຫລວງ ວຽງຈັນ ເວົ້າວ່າ ຢາກໃຫ້ ທາງການ ແກ້ໄຂ ບັນຫາ ຄົນ ເລ້ລ້ອນ ແລະ ເດັກນ້ອຍ ຂໍທານ ໃຫ້ ໝົດໄປ ເພາະ ເຫັນວ່າ ມີເພີ້ມຂຶ້ນ ຈົນຜິດ ປົກກະຕິ:
"ບັນຫາ ປະກົດການ ຫຍໍ້ທໍ້ ສ່ວນຫລາຍ ຢູ່ ກຸ່ມໄທເຮົາ ກໍແມ່ນ ຣະຍະນີ້ ກໍແມ່ນ ບັນຫາ ຄົນຂໍທານ ຫັ້ນແຫລະ ຄົນຂໍທານ ກໍຄືວ່າ ໄທເຮົານີ້ ກໍ໋ ງົບກໍສິ ເອົາມາແຕ່ ໃສ ແກ້ ຄົນຂໍທານ ກໍຕ້ອງໄດ້ ວາງແຜນ ຣະຍະຍາວ ແກ້ ແລ້ວກໍ ມາອີກ ເອົາໄປແລ້ວ ມັນ ກໍມາອີກ".
ທ່ານເວົ້າວ່າ ບັນຫາ ຄົນຂໍທານ ໃນ ນະຄອນ ຫລວງ ວຽງຈັນ ເຄີຍຫລຸດລົງ ໃນຊ່ວງປີ 2009 ຍ້ອນ ທາງການ ເອົາຈິງເອົາຈັງ ໃນການ ກວາດລ້າງ ກ່ອນການ ແຂ່ງຂັນ ກິລາ ຊີເກັມ. ແຕ່ມາໃນ ປັຈຈຸບັນ ບັນຫາ ນັ້ນ ກັບຄືນມາອີກ. ຄົນເລ້ລ້ອນ ແລະ ຄົນຂໍທານ ສ່ວນຫລາຍ ເປັນຜູ້ເຖົ້າ ແລະ ເດັກນ້ອຍ, ພວກເຂົາເຈົ້າ ມັກ ໄປຢູ່ບ່ອນ ທີ່ ມີຄົນຫລາຍ ເຊັ່ນຕລາດ, ທາງເຂົ້າ ສູນການຄ້າ, ສະຖານີ ຂົນສົ່ງ ຫລື ໂຮງໝໍ.
ສະຖິຕິ ຂອງ ນະຄອນ ຫລວງ ວຽງຈັນ ເມື່ອກາງປີ 2013 ວ່າ ສູນສົງເຄາະ ໄດ້ ຊ່ວຍເຫລືອ ຄົນເລ້ລ້ອນ ແລະ ຄົນຂໍທານ ເອົາໄວ້ເກືອບ ເຖິງ 200 ຄົນ ແລະ ສາມາດ ສົ່ງເສີມ ໃຫ້ພວກ ເຂົາເຈົ້າ ໄດ້ເຮັດວຽກ ຈໍານວນ ໜຶ່ງ. ສາມາດ ແຍກຄົນ ເລ້ລ້ອນ ແລະ ຄົນຂໍທານ ໃນ ນະຄອນ ຫລວງ ວຽງຈັນ ອອກເປັນ 4 ປະເພດ ຄື: ຄົນ ແຂງແຮງ ແຕ່ບໍ່ຍອມ ເຮັດວຽກ 25 ເປີເຊັນ, ຄົນຕິດ ຢາເສບຕິດ 25 ເປີເຊັນ, ຄົນພິການ ທາງຮ່າງກາຍ ແລະ ຈິດໃຈ 30 ເປີເຊັນ ແລະ ກຸ່ມເດັກນ້ອຍ ກໍາພ້າ ກໍາພອຍ, ຄົນຍາກຈົນ ຂ້າງຖນົນ 20 ເປີເຊັນ. ທ່ານກ່າວຕື່ມ ອີກວ່າ ໃນ ຊຸມຊົນ ກໍໄດ້ມີ ການຮຽກຮ້ອງ ບໍ່ໃຫ້ ປະຊາຊົນ ໃຫ້ເງິນ ພວກເຂົາເຈົ້າ ເພື່ອ ສະແດງ ໃຫ້ເຫັນ ເຖິງການ ບໍ່ ສນັບ ສນູນ.
ແຕ່ຄົນ ສ່ວນຫລາຍ ມັກເຫັນໃຈ ອີ່ດູຕົນ ກໍຍັງໃຫ້ ຢູ່ ເຮັດໃຫ້ ບັນຫານີ້ ບໍ່ສາມາດ ລົບລ້າງ ໃຫ້ໝົດ ໄປໄດ້ ຊຶ່ງ ຄວາມຈິງແລ້ວ ທາງການ ລາວ ຄວນຈະຊ່ວຍ ໃຫ້ພວກ ເຂົາເຈົ້າ ມີເຮືອນຢູ່, ມີອາຫານ ການກິນ, ເວລາ ເຈັບປ່ວຍ ກໍຄວນ ໄດ້ຮັບການ ປິ່ນປົວ. ເວລານັ້ນ ກໍຄົງ ຈະບໍ່ມີ ຄົນເລ້ລ້ອນ ແລະ ຄົນຂໍທານ ຢູ່ ປະເທສ ລາວ.