ນໍ້າໃນນະຄອນຫຼວງອາຈບໍ່ ພໍໃຊ້

0:00 / 0:00

ປະຊາຊົນ ບາງເຂດ ໃນ ນະຄອນຫຼວງ ວຽງຈັນ ອາຈມີບັນຫາ ນໍ້າປະປາ ບໍ່ພໍໃຊ້ ໃນຍາມແລ້ງ ປີນີ້ ໂດຍສະເພາະ ຢູ່ເຂດນອກ ເປັນຕົ້ນ ເມືອງປາກງຶ່ມ ແລະ ເມືອງ ສັງທອງ ຍ້ອນເຂດ ດັ່ງກ່າວ ອາສັຍ ນໍ້າບາດານ ມາຜລິດ ນໍ້າປະປາ ແຕ່ບໍ່ບາດານ ບາງແຫ່ງ ອາຈບົກແຫ້ງ ບໍ່ພຽງພໍ ກັບ ຄວາມຕ້ອງການ ໃນຍາມແລ້ງ ປີນີ້. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 16 ມິນາ 2016 ນີ້ວ່າ:

"ເວົ້າເຣຶ່ອງ ປະປາ ຢູ່ທາງ ຊານເມືອງ ອາຈມີ ບາງບ່ອນ ບາດານບໍ່ພໍ ບໍ່ບາດານ ບາງບໍ່ມັນແຫ້ງ ເຊັ່ນວ່າ ເມືອງ ປາກງື່ມ ເມືອງສັງທອງ ມັນກະຫນ້ອຍດຽວ".

ສໍາລັບ ປະຊາຊົນ ທີ່ຢູ່ກາງ ນະຄອນຫຼວງ ວຽງຈັນ ຫລື ເມືອງໃກ້ຄຽງ ນັ້ນ ຍັງຈະມີນໍ້າໃຊ້ ປົກກະຕິ ຢູ່ ເພາະວ່າ ສ່ວນໃຫຽ່ແລ້ວ ໃຊ້ ນໍ້າປະປາ ທີ່ ເອົານໍ້າຂອງ ຫລື ນໍ້າງື່ມ ຂຶ້ນມາປ້ອນ ໂຮງງານ ນໍ້າປະປາ ແລະ ດຽວນີ້ ກໍມີໂຮງງານ ນໍ້າປະປາ ດົງໝາກຄາຍ ຕື່ມອີກ ແລະ ໄດ້ທົດລອງ ຜລິດແລ້ວ.

ທ່ານເວົ້າວ່າ ເຖິງແນວໃດ ກໍຕາມ ທາງຫ້ອງການ ນໍ້າປະປາ ນະຄອນຫຼວງ ວຽງຈັນ ກໍໄດ້ກະກຽມ ແຜນຮັບມື ໄວ້ແລ້ວ ຖ້າຫາກວ່າ ປະຊາຊົນ ໃນ ເຂດນອກເມືອງ ປະສົບກັບ ບັນຫາ ຂາດ ນໍ້າປະປາ ໂດຍໄດ້ກຽມ ຣົດແກ່ນໍ້າ ຫຼາຍຄັນ ເອົາໄວ້ແລ້ວ:

"ອັນນີ້ເຮົາ ກະກຽມແຜນໄວ້ ຖ້າວ່ານໍ້າ ບໍ່ພໍນີ້ ເຮົາຈະເອົາ ຣົດແກ່ນໍ້າ ໄປສົ່ງໃຫ້ ເຮົາໃຊ້ ບໍ່ບາດານ ມັນຕ້ອງມີ ເຮົາຕ້ອງໄດ້ ກະກຽມ ເອົານໍ້າ ໄປສົ່ງ".

ປັດຈຸບັນ ຄວາມຕ້ອງການ ນໍ້າປະປາ ໃນທົ່ວ ນະຄອນຫຼວງ ວຽງຈັນ ມີເຖິງ 320,000 ແມັດກ້ອນ ຕໍ່ມື້ ແຕ່ໂຮງງານ ນໍ້າປະປາ ທັງ 4 ແຫ່ງ ຜລິດນໍ້າໄດ້ ພຽງ 180,000 ແມັດກ້ອນ ຕໍ່ມື້. ແຕ່ກໍຈະມີ ໂຮງງານ ນໍ້າປະປາ ແຫ່ງໃໝ່ ເພີ້ມຂຶ້ນ ໃນອີກ ບໍ່ດົນນີ້.