ການຕັ້ງປ້ອມກວດກາ ຍວດຍານພາຫະນະ ຕາມທາງຮ່ອມນ້ອຽ ຂອງຕຳຫຼວດຈະຣາຈອນ ໃນນະຄອນຫຼວງວຽງຈັນ ເພື່ອສໍ້ໂກງ ປະຊາຊົນ ເປັນພາບທີ່ຄຸ້ນຕາ ຊາວນະຄອນຫຼວງວຽງຈັນໄປແລ້ວ. ເຈົ້າໜ້າທີ່ ຈະຣາຈອນ ມັກ ຈະຕັ້ງດ່ານວ່າ ກວດກາ ຂອງສະພາບ ຍານພາຫະນະ ທົ່ວໄປ ໂດຍໃຫ້ເຫດຜົນວ່າ ເປັນ ການກວດກາ ຕິດຕາມ ເອກກະສານ ເພື່ອປ້ອງກັນ ຄວາມສງົບປອດພັຍ ຂອງບ້ານເມືອງ, ປ້ອງກັນກຸ່ມ ຄົນບໍ່ດີ ທີ່ສວຽໃຊ້ ຍານພາຫະນະ ກໍ່ເຫດການ ອັນບໍ່ດີຕ່າງໆ ທາງສັງຄົມ. ແຕ່ທີ່ຈິງແລ້ວ ກັບເປັນຊ່ອງວ່າງ ໃຫ້ເຈົ້າໜ້າທີ່ ຈໍານວນໜຶ່ງ ສວຍໂອກາດ ຂູດຮີດ ປະຊາຊົນ. ດັ່ງຊາວ ນະຄອນຫລວງ ວຽງຈັນ ທ່ານໜຶ່ງ ໄດ້ກ່າວວ່າ:
"ອັນທີ່ວ່າດ່ານປອມຫັ້ນ, ກະແມ່ນດ່ານທີ່ລີ້ ຕາມສອກຊອຽນ້ອຽໆ, ເຫັນເດັກນ້ອຽນັກຮຽນ ຂີ່ລົດກາຽໄປ ກະກັກເອົາເງິນເຂົາ. ຕັ້ງດ່ານຄັກແນ່ ອັນນີ້ເຮົາກະ ບໍ່ວ່າດອກ, ຜູ້ໃດຜິດ ກະເວົ້າໄປຕາມຜິດ, ຜູ້ໃດຖືກ ກະເວົ້າໄປຕາມຖືກ, ແຕ່ວ່າອັນດ່ານນ້ອຽ ເຮົາກະເຫັນແລ້ວ ມັນກະບໍ່ຄວນ ທີ່ວ່າຈະ ໃຫ້ເກີດຂຶ້ນ".
ເມື່ອເຈົ້າໜ້າທີ່ ຢຸດລົດຂອງຜູ້ໃດຜູ້ໜຶ່ງ ແນ່ນອນວ່າ ສ່ວນໃຫ່ຽ ຈະຕ້ອງມີອັນຜິດ ບໍ່ຢ່າງໃດກໍ່ຢ່າງໜຶ່ງ. ຕົວຢ່າງ: ຖ້າຂັບຂີ່ລົດ ຈັກໃສ່ໝວກ ກັນກະທົບ ເປັນຢ່າງດີ ເຈົ້າໜ້າທີ່ ກໍ່ຈະຖາມຫາ ໃບຂັບຂີ່ ໜັງສືທະບຽນລົດ ໃບກວດກາເຕັກນິກ ໃບເສັຽຄ່າທາງ ປະຈຳປີ ຖ້າບໍ່ມີຢ່າງໃດ ຢ່າງໜຶ່ງ ເພີ່ນກໍ່ຈະຍຶດ ໃບທະບຽນລົດ ຖ້າບໍ່ມີໃບ ທະບຽນລົດ ກໍ່ຈະຢຶດລົດ ແລະ ຂຽນໃບສັ່ງໃຫ້ໄປເສັຽຄ່າປັບໃໝ ຢູ່ນະຄອນບານພາຽໃນ 3-4 ວັນ. ຖ້າບໍ່ຢາກໃຫ້ ຍຶດລົດໄວ້ ແລະ ບໍ່ຢາກເສັຽເວລາລໍຖ້າ 3-4 ວັນ, ຜູ້ຂັບຂີ່ຮູ້ດີວ່າ ຈະຕ້ອງໃຫ້ສິນບົນ ແກ່ເຈົ້າໜ້າທີ່ ຫຼືອັນທີ່ເພິ່ນ ເອີ້ນວ່າ ເສັຽຄ່ານະໂຍບາຽ ຢູ່ກັບບ່ອນນັ້ນເລີຽ. ເສັຽຢູ່ກັບທີ່ 20,000 ຫຼື 50,000 ກີບ ຕໍ່ຄັ້ງດີກ່ວາ ເພາະຖ້າໄປເສັຽຕາມໃບສັ່ງ ອາຈຕ້ອງ ໄດ້ເສັຽຄ່າປັບໃໝຫຼາຽກ່ວານັ້ນ ແລະເສັຽເວລານຳອີກ. ເຮັດໃຫ້ເງິນຄ່າປັບໃໝບໍ່ເຂົ້າຄັງຫຼວງແຕ່ ເຂົ້າຖົງເຈົ້າໜ້າທີ່ແທນ.
ປະກົດການແບບນີ້ ກາຽເປັນປະເພນີໃນສັງຄົມລາວໄປແລ້ວ ເມື່ອຖືກຕຳຫຼວດຈະຣາຈອນຢຸດລົດ ກໍຕ້ອງຕຣຽມເງິນໃຫ້ໂລດ. ບັນຫານີ້ເກີດ ຢູ່ຫຼາຍບ່ອນຮວມທັງຕາມເສັ້ນທາງ ບ້ານດົງປ່າແຫຼບຫາບ້ານດອນແດງ.