ວຽງຈັນ ຈະ​ກຳ​ຈັດ ສວນ​ກ້ວຍ

ມະນີຈັນ
2017.07.03
F-Banana ສວນປູກກ້ວຍ ຂອງນັກລົງທຶນຈີນ ຢູ່ແຂວງພາກເໜືອ ຂອງລາວ
RFA/AS

ທາງການ ແຂວງວຽງຈັນ ປະກາດ ໃຫ້ນັກລົງທຶນຈີນ ເຊົາປູກກ້ວຍ ທົ່ວແຂວງ ຢ່າງຖາວອນ ພາຍໃນ ທ້າຍເດືອນກັນຍາ 2017 ນີ້. ນັກລົງທຶນຈີນ ຕ້ອງເກັບກ່ຽວ ຜົລປູກ ໃຫ້ແລ້ວກ່ອນ ຮອດເດືອນດັ່ງກ່າວ ແລະຫ້າມປູກ ຕື່ມອີກ. ສ່ວນບໍຣິສັດ ທີ່ຍັງບໍ່ໝົດສັນຍາ ເຊົ່າທີ່ດິນ ກໍໃຫ້ຫັນໄປປູກ ພືດອື່ນແທນ ຫາກ​ລະເມີດ ທາງການ ກໍຈະໃຊ້ມາຕການ ຂັ້ນເດັດຂາດ ຕໍ່ໄປ.

ເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຫີນເຫີບ ເວົ້າວ່າ ການໃຫ້ຄົນຈີນ ເຊົາປູກກ້ວຍ ເປັນເຣື່ອງທີ່ດີຫລາຍ ເພາະຜ່ານມາ ການປູກກ້ວຍ ມີຜົລເສັຽ ຫຼາຍກວ່າຜົລໄດ້ ໂດຍສະເພາະ ບັນຫາໃຊ້ສານເຄມີ ເປັນສິ່ງທີ່ແກ້ບໍ່ຕົກ ເກີດຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ຢູ່ເລື້ອຍ.

"ກະດີຫັ້ນແຫລະ ມັນກະເປັນຣະບຽບ ຂອງພື້ນຖານ ການນໍາໃຊ້ ສານເຄມີນະ ໂຕນີ້ ເຂົາກະວ່າ ໄດ້ຍິນຂ່າວຜົລກະທົບ ການນໍາໃຊ້ ນໍ້າຫ້ວຍ ນໍ້າຫຍັງຫັ້ນນະ ຜົລກະທົບ ລົງນໍ້າຫ້ວຍນີ້ເນາະ ຂະເຈົ້າເຮັດໄຮ່ ເຮັດສວນ ແລ້ວກິນນໍ້າຫ້ວຍ ກິນຜັກ ກິນຫຍັງນະ ໄປພົວພັນຂະເຈົ້າ ເຮົາບໍ່ເຫັນ ປົກຕິ ວ່າກ໊ອງຢາ ມັນນໍາໃຊ້ແບບໃດ ບ່ອນລີ້ຊ່ອນ ເຂົາກະບໍ່ແຈ້ງເຮົາເນາະ".

ຜແນກກະສິກັມ ແລະປ່າໄມ້ ແຂວງວຽງຈັນ ເປີດເຜີຍວ່າ ສວນກ້ວຍຈີນ ຢູ່ແຂວງວຽງຈັນ ມີເນື້ອທີ່ທັງໝົດ 412 ເຮັກຕາ, ໃນນັ້ນ 300 ເຮັກຕາ ຢູ່ເມືອງຫີນເຫີບ ສ່ວນທີ່ເຫຼືອ ຢູ່ເມືອງ ວັງວຽງ ແລະ ເມືອງເຟືອງ ຊຶ່ງບໍຣິສັດຈີນ 7 ບໍຣິສັດ ໄດ້ເລີ່ມລົງທຶນປູກ ມາຕັ້ງແຕ່ປີ 2013.

ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ຍັງບໍ່ສາມາດ ຕອບໄດ້ວ່າ ຫາກນັກລົງທຶນຈີນ ເຊົາປູກກ້ວຍແລ້ວ ຂະເຈົ້າ ຈະຫັນໄປປູກພືດຫຍັງແທນ ຫຼືວ່າ ຈະຖອນການລົງທຶນ ໄປເລີຍ. ສ່ວນຄົນງານລາວ ທີ່ເຮັດວຽກ ໃນສວນກ້ວຍຈີນ ກໍຍັງບໍ່ຮູ້ວ່າ ຈະໄປເຮັດວຽກຫຍັງ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.