ໂຮງງານຊີເມັນສ້າງມົລພິດ
2016.05.18

ຊາວບ້ານ ທີ່ບ້ານຂັນຫມາກ ເມືອງວັງວຽງ ເວົ້າວ່າ ໂຮງງານ ຜລິດຊີເມັນ ທີ່ເມືອງ ວັງວຽງ ປ່ອຍຄັວນພິດ ແລະ ຝຸ່ນຣະອອງ ໄປສູ່ຊຸມຊົນ ບ້ານໃກ້ຄຽງ ສົ່ງຜົລກະທົບ ຕໍ່ສຸຂພາບ ຂອງ ປະຊາຊົນ ແລະ ເດັກນ້ອຍ ໃນໂຮງຮຽນ ນຳອີກ. ດັ່ງທ່ານກ່າວຕໍ່ ເອເຊັຽເສຣີ ໃນຕອນນຶ່ງ ວ່າ:
"ພໍດີທາງເຂົ້າໂຮງຮຽນ ນີ້ເລີຍ ທາງໂຮງຮຽນ ທາງປະຕູ ບ່ອນອອກມາ ຫາ ທາງເລກທີ 13 ທາງຫຼວງ ມັນເປັນບໍ່ໍ່ເປັນຄຸ້ມ ເວລາຝົນຕົກ ມັນກໍນ້ຳຍັງຢູ່ ຍາມຝົນບໍ່ ຕົກມັນກໍເປັນ ຂີ້ຝຸ່ນ ເປັນດິນແດງ ຊີເມັນບໍ ຝຸ່ນບໍ ກໍບໍ່ຮູ້ ນ້ຳໄຫລ ມາຈາກ ໂຮງງານນີ້ ຍາມແຫ້ງແລ້ງ ມັນກໍ ເປັນຝຸ່ນ ລະອອງ".
ທ່ານ ກ່າວຕື່ມວ່າ ບັນຫາ ຝຸ່ນຣະອອງ ມີຕຣອດເວລາ ໃນ ບໍຣິເວນ ໂຮງຮຽນ ແລະ ບ່ອນອື່ນໆ ຫນ່ວຍງານ ທີ່ກ່ຽວຂອ້ງ ຍັງບໍ່ມີ ການ ແກ້ໄຂ ເທື່ອ. ນອກຈາກນີ້ ຂີ້ຝຸ່ນ ຍັງປີວ ເຂົ້າໄປໃສ່ບ້ານ ຮ້ານອາຫານ ແລະ ຮ້ານຄ້າ ຂອງ ຊຸມຊົນ ນຳອີກ ເຮັດໃຫ້ ການຫາຍໃຈ ຂອງ ພວກຂະເຈົ້າ ມີ ບັນຫາ. ໂຮງງານ ຊີເມັນ ຍັງປ່ອຍຄວັນພີດ ຊື່ງເປັນຄວັນ ຈາກການເຝົາໄຫມ້ ໃນໂຮງງານ ດັ່ງກ່າວ. ທ່ານກ່າວ ເພີ້ມວ່າ:
"ໂຮງງານ ແຫ່ງນີ້ ມີຜົລກະທົບ ຈາກຄວັນ ທີ່ຂະເຈົ້າ ເຜົາເຕົາເຜົາ ມັນເປັນຄວັນຂຶ້ນ ຄວັນຫຼາຍ ຄວັນອັນຕຣາຍ ເວລາ ອາກາດຫນາວ ມັນຕ່ຳ ມັນຈະເປັນ ຝຸ່ນຣະອອງ ມົວຫມົດ ຂັບຣົດຍາກ ຫຼາຍ ໃນເວລາ 3-4 ໂມງເຊົ້າ".
ປັດຈຸບັນ ທີ່ ເມືອງວັງວຽງ ມີໂຮງງານ ຊີເມັນ ສາມແຫ່ງ ທັງຫມົດ ໃຊ້ຖ່ານຫີນ ໃນການຜລິດ ນັກຊ໋ຽວຊານ ເວົ້າວ່າ ເທັກໂນໂລຈີ ທີ່ ໃຊ້ ໃນການ ຜລິດນັ້ນ ເປັນເທັກໂນໂລຈີ ທີ່ລ້າຫລັງ ຈື່ງປ່ອຍຄວັນພິດ ສູ່ຊຸມຊົນ ທາງການລາວ ບໍ່ມີ ມາດຕການ ຄວບຄຸມ ແຕ່ຢ່າງໃດ ຊຶ່ງ ໂຮງງານ ດັ່ງກ່າວ ທັງຫມົດນີ້ ເຈົ້າຂອງແມ່ນ ນັກລົງທືນ ຈີນ.