ຫຼວງພຣະບາງຈະແລ່ນສາຍໄຟ ລົງ ດິນ
2015.02.16
ເຈົ້າຫນ້າທີ່ ກ່ຽວຂ້ອງ ເວົ້າວ່າ ເມື່ອ ບໍ່ດົນ ມານີ້ ແຂວງ ຫລວງ ພຣະບາງ ໄດ້ ເຊັນ ສັນຍາ ກັບ ບໍຣິສັດ ເຮືອນ ຫລວງ ພຣະບາງ ໂຮນດິງ ໃຫ້ ສຳຣວດ ຄວາມ ເປັນໄປໄດ້ ໃນການ ເອົາ ສາຍ ໄຟຟ້າ ແລະ ສາຍ ສື່ສານ ໂທລະຄົມ ລົງໃຕ້ດີນ ເພື່ອ ຄວາມ ສວຍງາມ ຂອງ ເມືອງ ມໍຣະດົກ ໂລກ. ທ່ານ ກ່າວວ່າ:
"ການເອົາ ສາຍ ໄຟຟ້າ ລົງດິນ ມັນ ກະມີ ຜົລດີ ຫລາຍຢ່າງ ເນາະ ອັນນຶ່ງ ກະສ້າງ ຄວາມ ສວຍງາມ ໃຫ້ແກ່ ຕົວເມືອງ ນີ້ ແຂວງວາງ ໄວ້ແລ້ວ ປີ ແລ້ວ ແຕ່ ງົປ ບໍ່ທັນ ພຽງພໍ ທີ່ ຈະແກ້ໄດ້ ເທື່ອ ເພາະວ່າ ເພີ່ນ ຈະດືງ ລົງ ຈາກສາຍ ແມ່ ຂອງມັນ ລົງໄປຕາມ ພື້ນດິນ ກ່ອນ ໄປຕາມ ເສັ້ນທາງ ໄປຕົວ ເມືອງ ນີ້ ຕ້ອງປັບ ໃຫ້ມັນ ແລ້ວ ຫມົດ".
ທ່ານກ່າວ ຕື່ມວ່າ ການເອົາ ສາຍໄຟ ລົງໃຕ້ດິນ ນັ້ນ ຍັງຈະຊ່ອຍ ປ້ອງກັນ ບັນຫາ ໄຟຟ້າ ຂາດ ຫລື ເສົາ ໄຟຟ້າ ລົ້ມ ຈາກພັຍ ທັມມະຊາດ. ທ່ານວ່າ ການເອົາ ສາຍໄຟ ລົງດິນ ນັ້ນ ກໍມີ ຄວາມ ຫຍຸ້ງຍາກ ແລະ ຈະ ມີ ຜົລກະທົບ ຕໍ່ ບ້ານເຮືອນ ປະຊາຊົນ. ທ່ານ ກ່າວວ່າ:
"ຫຍຸ້ງຍາກ ສົມຄວນ ເພາະວ່າ ປະຊາຊົນ ເຮົາ ຕັ້ງບ້ານ ຕັ້ງເຮືອນ ກ່ອນແລ້ວ ແລ້ວເຮົາ ຈະມີ ຈັດຣະບົບ ຕາມຫລັງ ຂອງ ປະຊາຊົນ ແນ່ນອນ ກະເປັນ ຄວາມ ຫຍຸ້ງຍາກ ບາງບ່ອນ ກະຖືກ ດິນ ຜູ້ນັ້ນ ເຮືອນ ຜູ້ນີ້ ແນ່ນອນ ແຫລະ ອັນນີ້ ນະ".
ແຫລ່ງຂ່າວ ພາກຣັດ ຣາຍງານ ວ່າ ປີ ທີ່ຜ່ານມາ ແຂວງ ຫລວງ ພຣະບາງ ໄດ້ເອົາ ສາຍ ໄຟຟ້າ ແລະ ສາຍ ສື່ສານ ໂທລະຄົມ ລົງດິນ ແລ້ວ ບາງສ່ວນ ໂດຍ ບໍຣິສັດ ສົມພະມີດ ກໍ່ສ້າງ ເປັນຜູ້ ລົງທືນ ກ່ອນ ອີກ ສ່ວນນຶ່ງ ແມ່ນການ ຊ່ອຍເຫລືອ ຈາກ ປະເທດ ຝຣັ່ງ ໃນ ຈຳນວນ ເງິນ 400 ກວ່າ ລ້ານກີບ ແຕ່ຍັງ ບໍ່ຮູ້ ຣາຍ ຣະອຽດ ວ່າເຮັດໄດ້ ໄປ ຮອດໃສ ແລ້ວ.