ພະຍຸຖະລົ່ມຫຼວງພຣະບາງ

ອຸ່ນແກ້ວ ສຸກສະຫວັນ
2020.03.05
F-Storm-LP ໃນວັນທີ 4 ມິນາ ລົມພະຍຸພັດເຂົ້າ ນະຄອນຫລວງພຣະບາງ ເຮັດໃຫ້ຮ້ານຄ້າ, ຮ້ານອາຫານ ແລະ ສິ່ງປຸກສ້າງ ຢູ່ແຄມຂອງ ໄດ້ຮັບຄວາມເສັຽຫາຍ
ຮູບຈາກ : ນັກຂ່າວພົລເມືອງ

ພະຍຸພັດເຂົ້າຫລວງພຣະບາງ ເຮັດໃຫ້ຮ້ານຂາຍເຄື່ອງ ແຄມຂອງໄດ້ຮັບຄວາມເສັຍຫາຍ, ໃນວັນທີ 4 ມິນາ, ລົມພະຍຸພັດເຂົ້າ ນະຄອນ ຫລວງພຣະບາງ ເຮັດໃຫ້ຮ້ານຄ້າ, ຮ້ານອາຫານ ແລະ ສິ່ງປຸກສ້າງ ຢູ່ແຄມຂອງ ໄດ້ຮັບຄວາມເສັຽຫາຍ ຊາວນະຄອນ ຫລວງພຣະບາງ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 5 ມີນາ ວ່າ:

"ພະຍຸເຂົ້າທາງນ້ຳຂອງນີ້ ມັນມາທາງລ້ອງນ້ຳ ແຖວແຄມຂອງຫັ້ນ ມັນກະມີກົກໄມ້ຫຍັງທັບສາຍໄຟ ແລ້ວກະທັບຣົດແດ່ ມີແຕ່ຕາມລ້ອງ ນ້ຳຂອງຫັ້ນແຫລະ ແຖວຫັ້ນຈະເພຫລາຍ."

ໃນຂນະດຽກັນ ເຈົ້າໜ້າທີ່ກູ້ພັຍແຂວງຫລວງພຣະບາງ ໄດ້ອອກໄປຊ່ວຍຄົນຫາປາ 3 ຄົນ ທີ່ເຮືອຫລົ້ມຢູ່ກາງນ້ຳຂອງ ຍ້ອນລົມພະຍຸ, ດັ່ງ ເຈົ້າໜ້າທີ່ກູ້ພັຍ ກ່າວວ່າ:

"ໂຕໄປເບິ່ງຫັ້ນໂຕເຮືອຈົມ ໂຕຢູ່ກາງຂອງມີຄົນຢູ່ 3 ຄົນ ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບເນາະ ຄົນປອດພັຍໝົດ ຢູ່ແຄມຂອງຕົ້ມໄມ້ໃຫຍ່ ອີ່ຫຍັງ ກະຫັກໝົດ."

ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ທັນສລຸບຄວາມເສັຽຫາຍ ຈາກເຫດພະຍຸຄັ້ງນີ້ ແລະ ປັດຈຸບັນເຈົ້າໜ້າທີ່ກຳລັງ ລົງເກັບກຳຂໍ້ມູນ. ເຈົ້າໜ້າທີ່ ຂແນງອຸຕຸນິຍົມ ແລະ ອຸທຸກກະສາດ ແຂວງຫລວງພຣະບາງ ໄດ້ກ່າວວ່າ:

"ໄດ້ຍິນຢູ່ແຕ່ວ່າ ຂໍ້ມູນຍັງບໍ່ລະອຽດ ຍັງກວດກາເບິ່ງກ່ອນເດີ ຍັງບໍ່ຮູ້ເທື່ອ ມັນມີຫລາຍບ່ອນນະ ກະບໍ່ໄດ້ປະເມີນໄດ້ເທື່ອດຽວນີ້ນະ."

ນອກຈາກນີ້ ສື່ມວລຊົນລາວ ຍັງຣາຍງານວ່າ ລົມພະຍຸໄດ້ເພັດເຮືອນ ຂອງປະຊາຊົນຈຳນວນນຶ່ງ ຢູ່ບ້ານອູ້ ທາງໄປຕາດກວາງຊີໄດ້ຮັບ ຄວາມເສັຍຫາຍ ແລະ ຣົດຈອດຢູ່ ວັດສີຄູນເມືອງ ຖືກຕົ້ນໄມ້ລົ້ມທັບ.

ກ່ອນໜ້ານີ້ ໃນວັນທີ 2 ມີນາ ທີ່ຜ່ານມາ ເກີດພະຍຸພັດເຂົ້າເມືອງສັງທອງ ແລະ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຮັດໃຫ້ ບ້ານເຮືອນ ຂອງປະຊາຊົນ ຢູບ້ານເພັຽລາດ ໄດ້ຮັບຄວາມເສັຽຫາຍ ຫລາຍຫລັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.