ຣົດຂົນໄມ້ເສັຽຫຼັກປີ້ນທ້ອງ ຢູ່ ຈໍາປາສັກ
2014.10.31
ຊາວ ປາກຊ່ອງ ແຂວງ ຈຳປາສັກ ເປີດເຜີຍ ໃນ ວັນທີ 28 ຕຸລາ ປີ 2014 ວ່າ ໄດ້ເກີດເຫດ ຣົດຂົນໄມ້ ຂວ້າມ ຢູ່ ທາງຫລວງ ເລກທີ 13 ເຂດເມືອງ ປາກຊ່ອງ ທີ່ ກຳລັງ ມຸ້ງຫນ້າ ເຂົ້າເຂດ ເທສບານ ແຂວງ ຈຳປາສັກ ເຮັດໃຫ້ ມີຄົນ ເສັຽຊີວິດ ສອງຄົນ ຜູ້ຂັບຣົດ ແລະ ນັກທ່ອງທ່ຽວ ຕ່າງຊາດ 1 ຄົນ. ດັ່ງ ຊາວບ້ານ ເວົ້າວ່າ:
"ຣົດພວງ ຂອງໄທ ເນາະ ເພີ່ນ ໄດ້ເສັຽຫລັກ ລົງມາ ແລ້ວ ກໍມາຮອດ ຕູ້ຕົກຈາກຕູ້ ຄອນແທນເນີ ແລ້ວ ກໍໄປເຕັງ ເອົານັກ ທ່ອງທ່ຽວ ຄົນຕ່າງຊາດ ເຮັດໃຫ້ເສັຽ ຊີວິດ ຄົນນຶ່ງ ບັດນີ້ ຕາມ ເຮົາ ກວດເບິ່ງ ໃນຕູ້ ຕົວມັນ ແຕກຊະ ກໍມີໄມ້ ປະເກ ຕູ້ນຶ່ງ ເປັນໄມ້ ປັກເນາະ ວັນທີ 28 ໝົ້ງ 11 ໂມງ 10 ນາທີ".
ຊາວບ້ານ ເວົ້າຕື່ມວ່າ ເຫດການ ເກີດຂຶ້ນ ບໍຣິເວນ ທາງເຂົ້າ ນ້ຳຕົກ ຕາດເຍືອງ ຊຶ່ງ ໃນເວລາ ນັ້ນມີ ນັກ ທ່ອງທ່ຽວ ຊາວອັງກິດ ຜູ້ນຶ່ງ ກຳລັງ ຢືນເບິ່ງ ປ້າຍຢູ່ ແລ້ວຣົດ ປີ້ນມາທັບ ຈົນເສັຽ ຊີວີດ ຄາທີ່.
ໃນຂນະ ດຽວກັນ ໃນ ຕອນບ່າຍ ຂອງ ມື້ນັ້ນ ກໍມີຣົດ ແກ່ໄມ້ ອີກຄັນນຶ່ງ ຂອງ ບໍຣິສັດ ດຽວກັນ ນັ້ນ ປີ້ນອີກ ຢູ່ບ່ອນໃຫມ່ ເຮັດໃຫ້ ຄົນ ຂັບຣົດ ບາດເຈັບ ສາຫັດ ແລະ ໄປ ເສັຽຊີວິດ ຢູ່ໂຮງ ຫມໍ.
ຣົດບັນທຸກ ໄມ້ ສອງຄັນ ທີ່ ປີ້ນນັ້ນ ເປັນຣົດ ບັນທຸກໄມ້ ໃນ ຈຳນວນ 30 ຄັນ ຂອງ ຂະບວນ ຣົດ ຂົນໄມ້ ບໍຣິສັດ ໄທ ທີ່ ຂົນໄມ້ ຈາກ ແຂວງ ເຊກອງ ແລະ ອັດຕະປື ມຸ້ງຫນ້າໄປ ໄທ ຜ່ານດ່ານ ຊ່ອງເມັກ ວັງເຕົ່າ.
ມີຄົນ ສົງສັຍວ່າ ໄມ້ໃນຣົດ ບັນທຸກ ສອງ ຄັນນັ້ນ ເປັນໄມ້ ທີ່ຜິດ ກົດຫມາຍ ທາງ ເຈົ້າຫນ້າທີ່ ແຂວງ ຈຳປາສັກ ກຳລັງ ຮິບໂຮມ ຂໍ້ມູນ ສາເຫດ ຂອງ ອຸບັດຕິເຫດ ດັ່ງກ່າວ ນັ້ນຢູ່.