ໂຮງງານກາເຟວຽດນາມ ຖືກສັ່ງ ປິດຊົ່ວຄາວ

ໄຊຍາ
2018.11.28
ບໍຣິສັດອິ້ວກາເຟ ກິ້ມຫງ້ຽນ ຈໍາກັດ ປ່ອຍນໍ້າເສັຽລົງສູ່ ນໍ້າຫ້ວຍຫວາຍ ຢູ່ ບ້ານກອງຕຸ່ມ ເມືອງປາກຊ່ອງ ແຂວງຈໍາປາສັກ
ຮູປຖ່າຍໂດຍ: ນັກຂ່າວພົລເມືອງ

ທາງການເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ສັ່ງໂຈະ ບໍຣິສັດ ກາເຟ ກິ້ມຫງ້ຽນ ຈໍາກັດ ຂອງວຽດນາມ ເຊິ່ງເປັນໂຮງງານບົດກາເຟ ໃຫ້ຢຸດການຜລິດ ຊົ່ວຄາວ ພາຍຫລັງທີ່ກວດພົບວ່າໂຮງງານໄດ້ປ່ອຍນໍ້າເສັຽໄຫລລົງຫ້ວຍຫວາຍ ໂດຍບໍ່ຜ່ານການບໍາບັດ ພ້ອມທັງໄດ້ ສັ່ງໃຫ້ທາງໂຮງງານ ເລັ່ງແກ້ໄຂບັນຫາຢ່າງຮີບດ່ວນ; ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 23 ພຶສຈິກາ ນິີ້ວ່າ:

"ດຽວນີ້ໂຈະຊົ່ວຄາວ ກຳລັງແກ້ໄຂໃຫ້ຂະເຈົ້າ ດັດແກ້ອ່າງບໍາບັດຂະເຈົ້າ ບໍຣິມາດມັນຫລາຍໆແລ້ວ ມັນລົ້ນອ່າງອກໄປມັນໄຫລລົງສູ່ນໍ້າ ທັມມະຊາດ."

ທ່ານກ່າວຕື່ມວ່າ ປັດຈຸບັນ ເຈົ້າໜ້າທີ່ຜແນກຊັພຍາກອນ ທັມມະຊາດ ແລະສິ່ງແວັດລ້ອມ ແຂວງຈຳປາສັກ ໄດ້ສົມທົບກັບ ຂແນງ ອຸດສາຫະກັມ ແລະການຄ້າ ເມືອງປາກຊ່ອງ ໄດ້ລົງສຳຣວດຜົລກະທົບຈາກນໍ້າເສັຽ ເຫັນວ່າມີການປ່ອຍນໍ້າເປື້ອນອອກຈາກ ໂຮງງານ ໂດຍບໍ່ໄດ້ຜ່ານ ການບໍາບັດແທ້ຈິງ ຈົນເຮັດໃຫ້ນໍ້າໃນຫ້ວຍດັ່ງກ່າວ ມີສະພາບກາຍເປັນສີຂຽວ ແລະ ສົ່ງກິ່ນເໝັນແຮງ ຖືວ່າເປັນ ການຣະເມີດ ຕໍ່ຂໍ້ຕົກລົງໃນການຕັ້ງໂຮງງານ ແລະການລົງທຶນ.

ໄລຍະຜ່ານມາໂຮງງານດັ່ງກ່າວ ເຮັດພຽງແຕ່ອ່າງເກັບນໍ້າເສັຽເທົ່ານັ້ນ ບໍ່ມີຣະບົບການບໍາບັດນໍ້າເສັຽ ເຊິ່ງຍັງຂາດມາຕຖານຢູ່ ຈຶ່ງເຮັດໃຫ້ ນໍ້າເສັຽຈາກການສີກາເຟ ໄຫລລົງຫ້ວຍຫວາຍ ເຮັດໃຫ້ປະຊາຊົນ ບ້ານກອງຕຸ່ມ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຮັບຜົລກະທົບ ຢ່າງໜັກ ເນື່ອງຈາກປະຊາຊົນ ຢູ່ໃນເຂດດັ່ງກ່າວອາສັຍ ຫ້ວຍນໍ້າສາຍນີ້ ດຳລົງຊີວິດ.

ຕໍ່ສະພາບການດັ່ງກ່າວ ພາກສ່ວນທີ່ກ່ຽວຂ້ອງ ໄດ້ອອກຄຳສັ່ງໃຫ້ ປະຊາຊົນຫ້າມສຳພັດ ກັບນໍ້າຢ່າງເດັດຂາດ ຢ້ານເປັນອັນຕະລາຍ ຕໍ່ສຸຂພາບ ພ້ອມທັງຈະໃຫ້ທາງໂຮງງານ ຟື້ນຟູຫ້ວຍຫວາຍ ກັບມາສູ່ສະພາບເດີມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.