ແຂວງຈຳປາສັກນ້ຳຖ້ວມ ໜັກ
2019.09.06
ພາຍຫຼັງທີ່ພາຍຸໝູນເຂດຮ້ອນ ຄາຈິກິ ໄດ້ພັດເຂົ້າສູ່ພາກໃຕ້ຂອງລາວ ນັບແຕ່ວັນທີ 3 ກັນຍາ ເປັນຕົ້ນມາ ເຮັດໃຫ້ເກີດຝົນຕົກໜັກ ແລະ ນ້ຳຖ້ວມໃນຫຼາຍພື້ນທີ່ ຢູ່ ແຂວງຈຳປາສັກ, ໂດຍສະເພາະ ນະຄອນ ປາກເຊ ແລະ ເມືອງຊະນະສົມບູນ ທີ່ຖ້ວມໜັກສຸດ ໃນຮອບຫຼາຍ ສິບປີ.
ຈົນມາຮອດມື້ນີ້ ຄືວັນທີ 06 ກັນຍາ, ເຖິງວ່າຝົນຈະຕົກຄ່ອຍລົງແດ່ແລ້ວ, ແຕ່ສະພາບນ້ຳຂອງ ແລະ ນ້ຳເຊ ຍັງຍື່ງຂຶ້ນຢູ່ ເຮັດໃຫ້ຊາວບ້ານ ຈຳນວນຫຼາຍພັນຄອບຄົວ ຕ້ອງໄດ້ອົພຍົບຫຼົບໜີ ນ້ຳຖ້ວມໄປຢູ່ ບ່ອນສູງເສັຽກ່ອນ. ດັ່ງຊາວບ້ານ ໃນນະຄອນປາກເຊ ນາງນຶ່ງ ທີ່ເປັນ ເຈົ້າຂອງຮ້ານຄ້າ ໄດ້ເລົ່າເຫຕການນ້ຳຖ້ວມ ໃນເຂດນະຄອນປາກເຊ ແຂວງຈຳປາສັກ ຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ນີ້ວ່າ: “ຊາວບ້ານ ໃນນະຄອນປາກເຊ.”
ນາງກ່າວຕື່ມອີກວ່າ ເຫຕການນ້ຳຖ້ວມປີນີ້ ຖືວ່າໜັກສ່ຳກັບປີ 1978 ທີ່ໃນປີນັ້ນ ນ້ຳໄດ້ຖ້ວມເຖິງ ເຂດສນາມບິນປາກເຊ ຊາວບ້ານຕ້ອງໄດ້ ໜີນ້ຳຖ້ວມ ແບບຄຶດເອົາແຕ່ຊີວິຕ ແລະ ສັດລ້ຽງທີ່ລ້ຽງໄວ້ ຈຳນວນ ຫຼາຍ ກໍປະປ່ອຍໄປຕາມກະແສນ້ຳ. “ຊາວບ້ານໃນນະຄອນປາກເຊ.”
ທາງດ້ານເຈົ້າໜ້າທີ່ອາສາກູ້ພັຍ ໃນເຂດນະຄອນປາກເຊ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວພວກເຮົາ ເຊັ່ນດຽວກັນວ່າ ສະພາບການຊ່ອຍເຫຼືອ ແລະ ອົພຍົບ ປະຊາຊົນ ເປັນໄປຢ່າງຍາກລຳບາກ ພໍສົມຄວນ ເນື່ອງຈາກມີເຮືອບໍ່ພໍກັນ ແລະ ເຮືອທີ່ມີ ກໍເປັນເຮືອທີ່ນ້ອຍ ບໍ່ສາມາດ ຕ້ານທານ ກັບກະແສນ້ຳທີ່ໄຫຼແຮງໄດ້ ເພື່ອໄປຊ່ອຍຊາວບ້ານ ທີ່ຕິດຢູ່ຕາມຫຼັງຄາເຮືອນໄດ້ ຕ້ອງໄດ້ຖ້າອາໃສ ແຕ່ເຮືອໃຫຍ່ຂອງ ກອງທັບ. “ເຈົ້າໜ້າທີ່ ອາສາກູ້ພັຍ ໃນເຂດນະຄອນປາກເຊ.”
ໃນຂນະດຽວກັນ ເຈົ້າໜ້າທີ່ຈາກຫ້ອງການປົກຄອງ ນະຄອນປາກເຊ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີວ່າ ປະຈຸບັນ ພາກສ່ວນກ່ຽວຂ້ອງ ກໍພວມເລັ່ງຊ່ອຍເຫຼືອຊາວບ້ານ ໃຫ້ອອກມາຢູ່ໃນເຂດທີ່ປອດພັຍ. “ເຈົ້າໜ້າທີ່ຈາກ ຫ້ອງການ ປົກຄອງ ນະຄອນປາກເຊ”
ເຈົ້າໜ້າທີ່ທ່ານນີ້ ຍັງກ່າວມ້ວນທ້າຍວ່າ ນອກເໜືອຈາກການຊ່ອຍເຫຼືອ ມາຢູ່ໃນເຂດປອດພັຍແລ້ວ ສິ່ງທີ່ພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນ ຕ້ອງການຢ່າງເລັ່ງດ່ວນທີ່ສຸດ ກໍແມ່ນເຂົ້າປາອາຫານ ແລະ ນ້ຳດື່ມ. “ເຈົ້າໜ້າທີ່ ຈາກຫ້ອງການປົກຄອງ ນະຄອນປາກເຊ”
ທັງໝົດນັ້ນ ແມ່ນສະພາບຫຼ້າສຸດ ຂອງເຫຕການນ້ຳຖ້ວມ ນະຄອນປາກເຊ ແລະ ໂຕເມືອງຕ່າງໆທີ່ໃກ້ຄຽງ ໃນຂອບເຂດແຂວງຈຳປາສັກ ໃນປີນີ້.