ຂີ້ເຫຍື້ອຫຼັງປີໃໝ່ລາວ ເກັບມ້ຽນ ບໍ່ທັນ
2019.04.22
ອົງການຄຸ້ມຄອງ ແລະ ບໍຣິຫານໂຕເມືອງ ນະຄອນຫຼວງວຽງຈັນ ຍັງບໍ່ສາມາດເກັບຂີ້ເຫຍື້ອ ທີ່ປະຊາຊົນຖິ້ມຊະຊາຍຕາມຖນົນ 14 ເສັ້ນ ທາງໃນເຂດນະຄອນຫຼວງວຽງຈັນ ຫຼັງບຸນປີໃໝ່ລາວ ເພາະໜ່ວຍບໍຣິຫານຈັດການມີກຳລັງຄົນ ແລະອຸປກອນຈຳກັດ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຮັບຜິດຊອບ ຕໍ່ການທຳຄວາມສະອາດ ໂຕເມືອງ ເມື່ອວັນທີ 17 ເມສາ ທີ່ໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນວ່າ:
“ແຕ່ວ່າກຳລັງພວກເຮົາໃຊ້ບໍ່ໄດ້ຫລາຍມີພຽງແຕ່ 15 ຄົນ ລະກາຣົດ 2 ຄັນ ທີ່ມາຮັບໃຊ້ໃນການເກັບມ້ຽນ, ປັດກວາດເອົາຂີ້ເຫຍື້ອ, ໂດຍສະເພາະກະແມ່ນຖົງຢາງໂຟມເສດອາຫານ ແກ້ວລະກາກະຕຸກນໍ້າ. ປະຊາຊົນທີ່ວ່າເພິ່ນ ສເລີມສລອງກັນ ຫລືວ່າ ຊຸມແຊວກັນ ຢູ່ໜ້າບ້ານໜ້າເຮືອນຫັ້ນ ຫຼືວ່າເພິ່ນຂີ່ຣົດຫັ້ນ ລະດຶກໃສ່ກັນ ຖິ້ມປະໄວ້. ຄວາມເປິ ຄວາມເປື້ອນ ພວກເຮົາຕ້ອງໄດ້ລຸກເຮັດແຕ່ເຊົ້າ ທຸກເຊົ້າເນາະ.”
ທ່ານກ່າວຕື່ມວ່າ ຈາກການສລຸບລວມທັງ 3 ມື້, ນັບແຕ່ວັນທີ 15 ຫາ ວັນທີ 17 ເມສາ, ປະຊາຊົນນະຄອນຫຼວງວຽງຈັນ ຖິ້ມຂີ້ເຫຍື້ອ ເພີ້ມຂື້ນເລື້ອຍໆ, ຮວມກັນໄດ້ເກືອບ 20 ຕັນ.
ເຈົ້າໜ້າທີ່ອົງການຄຸ້ມຄອງ ແລະບໍຣິຫານໂຕເມືອງ ນະຄອນຫຼວງວຽງຈັນ ໄດ້ກ່າວໃນຕອນທ້າຍວ່າ ບັນຫາຂີ້ເຫຍື້ອ ໃນນະຄອນຫຼວງ ວຽງຈັນ ຍັງແກ້ໄຂບໍ່ຕົກ, ຊໍ້າບໍ່ໜໍາ ໃນແຕ່ລະປີ ຈະມີປະຣິມານການຖິ້ມຂີ້ເຫຍື້ອ ໃນໄລຍະທັງປີໃໝ່ລາວ ແລະ ງານເທສການຕ່າງໆ ໃນແຕ່ລະປີ ເພີ້ມຂື້ນເລື້ອຍໆ.
ປະຊາຊົນຍັງຂາດການມີສ່ວນຮ່ວມ ໃນການກຳຈັດຂີ້ເຫຍື້ອ ເຊັ່ນວ່າບໍ່ຍອມເກັບມ້ຽນ ພາຍຫຼັງທີ່ແລ້ວກິຈກັມ ບໍ່ວ່າຈະເປັນການຊຸມແຊວ ຫຼື ພຶດຕິກັມຂອງການຫຼິ້ນ, ໂດຍສະເພາະແມ່ນເອົາຖົງຢາງ ໃສ່ນໍ້າດຶກໃສ່ກັນເປັນຕົ້ນ ເຮັດໃຫ້ຂີ້ເຫຍື້ອກະຈາຍ ຊະຊາຍ ຕາມເສັ້ນທາງຫຼັກ ສ້າງພາບພົດ ອັນບໍ່ຈົບງາມຕໍ່ ນະຄອນຫລວງວຽງຈັນ.