ໄມ້ລາວໄມ້ກໍາພູຊາໄປ ວຽດນາມ

ຈໍາປາທອງ
2015.06.08
F-Logs ການລັກລອບຂົນໄມ້ ອອກໄປ ຕ່າງປະເທດ ມີທຸກຮູປແບບ
Citizen Journalist

ການລັກຂົນ ໄມ້ ຂ້າມ ຊາຍແດນ ສປປ ລາວ ແລະ ກຳພູຊາ ເຂົ້າ ວຽດນາມ ມີຫຼາຍ ຂຶ້ນນຳ ເລື້ອຍໆ. ຕາມ ຣາຍງານ ຂອງ ສື່ມວນຊົນ ວຽດນາມ ໃນ ວັນພະຫັດ ຜ່ານມາ.

ອົງການ ປ້ອງກັນ ການ ລັກລອບ ຂົນ ໄມ້ ວຽດນາມ ເວົ້າ ຕາມ ຣາຍງານ ຂອງ ໜັງສືພິມ VietNamNet online ວ່າ ພວກເຂົາ ໄດ້ ຄົ້ນພົບ ໄມ້ ເປັນ ຈຳນວນ ຫຼວງຫຼາຍ ທີ່ ຖືກ ສົ່ງ ເຂົ້າມາ ວຽດນາມ ແບບ ຜິດ ກົດໝາຍ ຈາກ ສອງ ປະເທສ ດັ່ງກ່າວ.

ການ ລັກ ຂົນໄມ້ ຈາກ ລາວ ແລະ ກຳພູຊາ ຍິ່ງ ມີຫລາຍ ເພິ່ມ ຂຶ້ນ ໃນ ບໍ່ຫລາຍ ມື້ ຜ່ານມາ, ຍ້ອນ ຣະດູ ຝົນ ໃກ້ ມາຮອດ ແລ້ວ. ຂົນເຂົ້າ ທຸກແຫ່ງ ຕາມ ແນວ ຊາຍແດນ ທາງ ຕາເວັນຕົກ ສ່ຽງໃຕ້ ຂອງ ວຽດນາມ, ຈາກ ແຂວງ Dak Lak ໄປ ຫາ Kien Giang ແລະ ແຂວງ Kon Tum. ແຂວງ Kon Tum ຕິດກັບ ຊາຍແດນ ແຂວງ ອັດຕະປື ຂອງ ລາວ ແລະ ແຂວງ Dak Lak ໄປ ຫາ ແຂວງ Kien Giang ຕິດກັບ ຊາຍແດນ ກຳພູຊາ.

ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ອັດຕະປື ຣາຍງານ ເມື່ອ ເດືອນ ກັນຍາ 2014 ວ່າ ສົກ ປີ 2013-14 ໄມ້ ຖືກຕັດ ເກືອບ ເຖິງ 180,000 ແມັດ ກ້ອນ. ໃນນັ້ນ ສ່ວນໃຫຽ່ ຖືກຕັດ ແບບ ຜິດ ກົດໝາຍ ແລະ ຂົນອອກ ໄປ ຈາກ ແຂວງ ນີ້.

ພ້ອມກັນ ນັ້ນ ຣາຍງານ ກໍ ແຈ້ງວ່າ ຍຶດ ໄມ້ ເຖື່ອນ ໄດ້ ຫລາຍ ກວ່າ 7,000 ແມັດ ກ້ອນ ເຮັດໃຫ້ ພວກລັກ ຕັດໄມ້ ທີ່ ແພ່ຫຼາຍ ໃນ ແຂວງນີ້ ເກີດຄວາມ ກັງວົນ. ແຕ່ ກໍຍັງມີ ການລັກ ຕັດ ຫລາຍຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.